ໂອກາດເຂົ້າຮອບກຸ່ມ D ຍັງເປີດກວ້າງ ອັງກິດ ຕ້ອງຊະນະ ເຊັກ ເພື່ອເປັນແຊັມກຸ່ມ

517
England's Harry Kane, left, and teammates during the training session at St George's Park, Burton upon Trent, England on Thursday June 10, 2021. England play their first match at the Euro 2020 soccer championship against Croatia at Wembley stadium in London on June 13. (Nick Potts/PA via AP)

ການແຂ່ງຂັນບານເຕະ ຢູໂຣ 2020 ໄດ້ອັນດັບ 1 ແລະ 2 ຂອງກຸ່ມ A, B ແລະ C ທີ່ເຂົ້າຮອບ 16 ທີມສຸດທ້າຍ, ສ່ວນທີມອັນດັບ 3 ຕ້ອງລຸ້ນຕໍ່ໄປ. ແນ່ນອນຄືນນີ້ວັນທີ 22 ມິຖຸນາ 2021 ( ກົງກັບເວລາໃນບ້ານເຮົາ 02:00 ໂມງວັນທີ 23 ມິຖຸນາ 2021 ) ລຸ້ນກັນຕໍ່ກຸ່ມ D ແຂ່ງພ້ອມກັນ ແລະ ເປັນກຸ່ມທີ່ຍັງເປີດກວ້າງໃນການເຂົ້າຮອບ ໂດຍສະເພາະ ທີມຊາດອັງກິດ ຈະພົບກັບ ສາທາລະນະລັດເຊັກ ທີ່ມີ 4 ຄະແນນເທົ່າກັນຈາກ 2 ນັດທໍາອິດ ເພື່ອລຸ້ນຂຶ້ນເປັນແຊັມກຸ່ມ, ແຕ່ຖ້າຫາກທີມໃດເສຍກໍມີສຽວແນ່ນອນ.

ທີມຊາດອັງກິດ ລົງສະໜາມນັດທໍາອິດຊະນະ ໂຄຣອາຊີ 1-0 ແລະ ນັດທີ 2 ພາດໂອກາດໃນການຂຶ້ນເປັນແຊັມກຸ່ມຫຼັງພາດທ່າເຮັດໄດ້ພຽງສະເໝີກັບ ສະກ໊ອດແລນ ໄປແບບພິກລ໊ອກ 0-0 ເຮັດໃຫ້ງານເຂົ້າເຕັມໆ ເພາະນັດສຸດທ້າຍທີ່ຈະພົບກັບ ສາທາລະນະລັດເຊັກ ຕ້ອງຊະນະໃຫ້ໄດ້ສະຖານດຽວ ຈິ່ງຈະສາມາດຢຶດແຊັມກຸ່ມໄດ້ ແຕ່ຖ້າຫາກສະເໝີກໍຈະໄດ້ເປັນອັນດັບ 2 ຂອງສາຍເຂົ້າຮອບ 16 ທີມສຸດທ້າຍ ເພາະປັດຈຸບັນມີ 4 ຄະແນນເທົ່າກັບ ສາທາລະນະລັດເຊັກ ແຕ່ຜົນປະຕູໄດ້ເສຍເປັນຮອງ.

ທີມຊາດສາທາລະນະລັດເຊັກ ປີນີ້ມາແຮງຫຼາຍ ໂດຍຜົນງານນັດທໍາອິດຊະນະ ສະກ໊ອດແລນ 2-0 ແລະ ນັດຫຼ້າສຸດສະເໝີກັບ ໂຄຣອາຊີ 1-1 ມີ 4 ຄະແນນຢຶດທີມນໍາກຸ່ມໆ D ປັດຈຸບັນ ນັດສຸດທ້າຍຂໍພຽງສະເໝີກັບ ອັງກິດ ກໍຈະເຂົ້າຮອບໃນຖານະແຊັມກຸ່ມທັນທີ ເນື່ອງຈາກ ໂຄຣອາຊີ ກັບ ສະກ໊ອດແລນ ມີ 1 ແນນເທົ່າກັນ.

ຢ່າງໃດກໍຕາມ ອັັງກິດ ກັບ ສາທາລະນະລັດເຊັກ ທີມໃດເສຍຄືນນີ້ຈະບໍ່ເປັນການດີ ເພາະມີສິດຖືກ ໂຄຣອາຊີ ຫຼື ສະກ໊ອດແລນ ເຂ່ຍລົງໄປຢູ່ອັນດັບ 3 ຂອງສາຍ ເຊິ່ງເປັນອັນດັບທີ່ລຸ້ນເຂົ້າຮອບກັບ 6 ທີມອັນດັບ 3 ຂອງແຕ່ລະສາຍ ກໍຄືອັນດັບ 3 ທີ່ດີທີ່ສຸດຂອງສາຍຈໍານວນ 4 ທີມຈາກທັງໝົດ 6 ທີມ.

ສໍາລັບ ສະຖິຕິການພົບກັນລະຫວ່າງ ອັງກິດ ກັບ ສາທາລະນະລັດເຊັກ ເຄີຍພົບກັນມາ 3 ຄັ້ງຄື: ສະເໝີກັນ 2-2 ໃນນັດອຸ່ນເຄື່ອງປີ 2008, ປີ 2021 ອັງກິດ ຊະນະ 5-0 ໃນຮອບຄັດເລືອກຢູໂຣ 2020 ແລະ ປີ 2019 ສາທາລະນະລັດເຊັກ ຊະນະ 2-1 ໃນຮອບຄັດເລືອກຢູໂຣ 2020.

ສ່ວນນັກເຕະຂອງ ອັງກິດ ທີ່ຍິງປະຕູໃນຢູໂຣ 2020 ຮອບສຸດທ້າຍໄດ້ມີພຽງ ຣາຮິມ ສະເຕີລິງ ຍິງໄດ້ 1 ປະຕູນັດນັດທໍາອິດທີ່ຊະນະ ໂຄຣອາຊີ, ສ່ວນ ນັກເຕະຂອງ ສາທາລະນະລັດເຊັກ ທີ່ໜ້າຕິດຕາມກໍຄື ພາທຣິກ ຊິກ ຍິງໄດ້ 3 ປະຕູແບ່ງເປັນນັດທໍາອິດຍິງໄດ້ 2 ປະຕູນັດຊະນະ ສະກ໊ອດແລນ 2-0 ແລະ ຍິງໄດ້ 1 ປະຕູນັດສະເໝີກັບ ໂຄຣອາຊີ 1-1.