5 ເດືອນຕົ້ນປີ ຈີນ ດຶງດູດການລົງທຶນຈາກຕ່າງປະເທດເພີ່ມຂຶ້ນ

219

ຂ່າວຊີອາໄອຂອງຈີນ ລາຍງານໂດຍອ້າງການເປີດເຜີຍຂອງກະຊວງການຄ້າຈີນ ໃຫ້ຮູ້ວ່າ: ໃນ 5 ເດືອນຕົ້ນປີນີ້ ຈີນ ສາມາດດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ເພີ່ມຂຶ້ນ 35,4% ເມື່ອທຽບໃສ່ ປີ 2020 ແລະ ເພີ່ມຂຶ້ນ 30,3% ເມື່ອທຽບໃສ່ປີ 2019. ໂດຍຈຳນວນວິສາຫະກິດຕ່າງປະເທດທີ່ມາລົງທຶນຢູ່ປະເທດຈີນ ສືບຕໍ່ເພີ່ມຂຶ້ນຢ່າງຫຼວງຫຼາຍ ນັບແຕ່ເດືອນມັງກອນ ຫາ ເດືອນພຶດສະພາປີນີ້.

ທົ່ວປະເທດຈີນ ມີວິສາຫະກິດສ້າງຕັ້ງໃໝ່ທີ່ລົງທຶນຈາກຕ່າງປະເທດ 18.497 ແຫ່ງ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 48,6% ແລະ ເພີ່ມຂຶ້ນ12,4% ເມື່ອທຽບໃສ່ປີ 2019 ສຳລັບຂະແໜງການບໍລິການໄດ້ນຳໃຊ້ທຶນຕ່າງປະເທດ 381,9 ຕື້ຢວນ ເມື່ອທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 41,6%. ຂະແໜງການເຕັກນິກໄດ້ນຳໃຊ້ທຶນຕ່າງປະເທດ ເພີ່ມຂຶ້ນ 34,6%, ໃນນັ້ນຂະແໜງບໍລິການທີ່ມີເຕັກນິກສູງ ແລະ ໃໝ່ໄດ້ເພີ່ມຂຶ້ນ 37,6%, ຂະແໜງການຜະລິດທີ່ມີເຕັກນິກສູງໄດ້ ເພີ່ມຂຶ້ນ 25%.