ເຫດການທາງທຳມະຊາດເປັນອີຫຍັງທີ່ຄາດເດົາໄດ້ຍາກ ບັນຫາຟ້າຜ່າແຫ່ງເປັນຕາຢ້ານເຮົາເດົາບໍໄດ້ບ່ອນໃດເພິ່ນຊິຜ່າລົງມາ ສຳຄັນທີ່ວ່າຍາມຝົນຕົກຟ້າຄະນອງຢ່າພາກັນໄປຢູ່ກາງເດິ່ນ ແລະ ກ້ອງຕົ້ນໄມ້ໃຫຍ່ ກ້ອງເສົາໄຟຕ່າງໆໆມີຄວາມສ່ຽງສູງ.
ອີງຕາມລາຍງານຂ່າວຈາກແຂວງຫົວພັນໃຫ້ຮູ້ວ່າ ເກີດເຫດເສົ້າສະຫຼົດໃຈ ຟ້າຜ່າຍິງ 2 ຄົນເສຍຊີວິດຄາທີ່ໃນຂະນະທີ່ກຳລັງຢູ່ກ້ອງຕົ້ນໄມ້ເພື່ອຫຼົບຝົນ ເຫດເກີດທີ່ບ້ານນາກູດ ເມືອງຮ້ຽມ ແຂວງຫົວພັນ ເມື່ອເວລາປະມານ 13:45 ໂມງ ຂອງວັນທີ 5 ມິຖຸນາ 2021 ຜ່ານມາ, ຖືເປັນຄະຕິເຕືອນໃຈໃຫ້ທຸກຄົນເວລາຝົນຕົກຟ້າຮ້ອງຢ່າໄປຢູ່ກ້ອງຕົ້ນໄມ້ໃຫຍ່.
ຕາມການລາຍງານຂອງນາຍບ້ານບ້ານນາກູດ ເມືອງຮ້ຽມ ແຂວງຫົວພັນ ໃຫ້ຮູ້ວ່າ ເລື່ອງເຫດການຟ້າຜ່າລູກໃພ້ ແລະ ລູກສາວ 2 ຄົນເສຍຊີວິດ, ນາຍບ້ານ ບ້ານນາກູດ ເມືອງຮ້ຽມ ແຂວງຫົວພັນ ໄດ້ຢືນຢັນວ່າ: ເຫດການຟ້າຜ່າແມ່ນເກີດຂຶ້ນຈິງ ມີຄົນເສຍຊີວິດ 2 ຄົນຄື:
– ຜູ້ທີ່ 1 ຊື່ ນາງ ບົວນັ້ນ ອາຍຸ 21 ປີ ອາຊີບ ປະຊາຊົນ ບ້ານນາກູດ
– ຜູ້ທີ່ 2 ຊື່ ນາງ ໂມທອງ ອາຍຸ 17 ປີ ອາຊີບຮຽນ ມ7 ເຊິ່ງທັງສອງຄົນໄດ້ໄປຢູ່ກ້ອງຕົ້ນໄມ້ໃນເວລາຝົນຕົກ ໃນເວລານັ້ນໄດ້ມີຟ້າຜ່າຕົ້ນໄມ້ທີ່ຢູ່ຫາງຈາກພວກເຂົາທັງສອງປະມານ 36 ແມັດ ຕາມການສັນນິຖານວ່າ ມີແສງໄຟຈາກຈຸດທີ່ຟ້າຜ່າມາຝາດເອົາພວກເຂົາທັງສອງຈົນເສຍຊີວິດຄາທີ່.