ສາວໆພ້ອມກັນແລ້ວ ຫລື ຍັງ? ທີ່ຈະເປັນຫນຶ່ງໃນສາວງາມໄວໃສ ທີ່ຄອບຄອງມຸງກຸດ ໃນຖານະ Miss Teen Laos 2021 ເຊິ່ງໂອກາດກໍມາເຖິງແລ້ວ ສໍາລັບໃຜທີ່ສົນໃຈ ທີ່ຈະເປັນດາວດວງໃໝ່.
ໂດຍສະເພາະສາວໆຜູ້ທີ່ມີເງື່ອນໄຂດັ່ງນີ້:
- ມີອາຍຸລະຫວ່າງ 14-19 ປິ.
- ຄວາມສູງ 160 ຊມ ຂຶ້ນໄປ.
- ກ້າຫານໃນການສະແດງອອກໃນດ້ານທີ່ສ້າງສັນ.
- ມີແຮງຈູງໃຈໃນການສຶກສາຮຽນຮູ້, ການກິລາ ແລະ ສຸຂະພາບແຂງແຮງ.
- ອະນຸຮັກ, ຮັກສາ ແລະ ສົ່ງເສີມວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງລາວ.
- ມີຄວາມກະຕືລືລົ້ນ ພ້ອມທີ່ຈະເຄື່ອນໄຫວກິດຈະກຳນອກຫຼັກສູດ.
- ມີບົດບາດຊັດເຈນໃນການຫຼີກເວັ້ນ ແລະ ຕໍ່ຕ້ານສິ່ງເສບຕິດ.
- ພ້ອມປະຕິຍານຕົນເພື່ອຕໍ່ຕ້ານຄວາມຮຸນແຮງຕໍ່ເດັກນ້ອຍ ແລະ ແມ່ຍິງ.
ສຳລັບເວທີ Miss Teen Laos ເປີດຮັບສະຫມັກຕັ້ງແຕ່ມື້ນີ້ ຈົນເຖິງ ວັນທີ 13 ມິຖຸນາ ຖ້ານ້ອງໆສົນໃຈ ກໍກຽມຕົວໃຫ້ພ້ອມ ເພື່ອເດີນຕາມຄວາມຝັນຂອງຕົນເອງເປັນດາວດວງໃຫມ່ຂອງເວທີມິສທີນລາວ 2021 ນີ້.
ຂໍ້ມູນ: Facebook : Miss Teen Laos ມີສທີນລາວ