ດື່ມດີ “ນົມອັລມອນ” ແບບໂຮມເມດ

273

ນົມອັລມອນ ເປັນນົມຈາກເມັດອັລມອນທີ່ໃຫ້ໂປຣຕີນ, ແຄລຊຽດື່ມດີ “ນົມອັລມອນ” ແບບໂຮມເມດມ ແລະ ສານອາຫານຫຼາກຫຼາຍ ສາມາດໃຊ້ທົດແທນການດື່ມນົມງົວໄດ້ໃນກຸ່ມຄົນທີ່ກິນເຈ, ກິນມັງສາວິລັດ ຄົນທີ່ມີອາການແພ້ນົມງົວ ຫຼື ຄົນທີ່ກຳລັງຢູ່ໃນຊ່ວງຂອງການຄວບຄຸມໄຂມັນ ແລະ ຄາໂບໄຮເດຼທ.

ວິທີເຮັດນົມອັລມອນນັ້ນແມ່ນງ່າຍ ບໍ່ຕ້ອງຕົ້ມ, ບໍ່ຕ້ອງຕັ້ງໄຟ ມີເຄື່ອງປັ່ນດີໆຈັກເຄື່ອງກັບເມັດອັລມອລໃໝ່ໆ ກໍ່ສາມາດເຮັດນົມອັລມອນໄວ້ດື່ມເອງຢູ່ບ້ານໄດ້ແລ້ວ.

ສ່ວນປະກອບນົມອັລມອນໂຮມເມດ

ເມັດອັລມອນດິບ 2 ຖ້ວຍ (300 ກຼາມ)

ນ້ຳດື່ມ 2.5 ລິດ

ນ້ຳຕານໂຕນົດ 3 ບ່ວງແກງ (ໃຫ້ພະລັງງານ 90 kcal)

ກິ່ນວານິລາ 1 ½ ບ່ວງຊາ (ໃຫ້ພະລັງງານ 18 kcal)

ເກືອ ½ ບ່ວງຊາ (ໃຫ້ພະລັງງານ 0 kcal)

ວິທີການເຮັດນົມອັລມອນ

ນຳເມັດອັລມອນດິບມາລ້າງໃຫ້ສະອາດ ເລືອກເອົາເມັດທີ່ລອຍນ້ຳອອກ ແຊ່ນ້ຳປະໄວ້ໃນຕູ້ເຢັນ 1 ຄືນ ຫຼື ໃຊ້ເວລາ 2-4 ຊົ່ວໂມງແຊ່ໃນນ້ຳຮ້ອນ ຫຼັງຈາກນັ້ນ ເອົາເມັດອັລມອນມາລ້າງທຳຄວາມສະອາດອີກເທື່ອໜຶ່ງ ນຳລົງເຄື່ອງປັ່ນ ຕື່ມນ້ຳໂດຍໃຊ້ອັດຕາສ່ວນເມັກອັລມອນ 1 ຖ້ວຍຕໍ່ນ້ຳ 4 ຖ້ວຍ (ຈະໄດ້ນົມອັລມອນທີ່ບໍ່ຂຸ້ນຫຼາຍເກີນໄປ) ໃຫ້ຕື່ມນ້ຳຕານໂຕນົດ ກິ່ນວານິລາລົງໄປ ແລະ ປັ່ນໃຫ້ລະອຽດ.

ນຳມາກອງດ້ວຍຜ້າຂາວບາງເພື່ອແຍກເອົາສ່ວນຂອງນ້ຳອັລມອນ ແລະ ເປືອກອອກຈາກກັນ.

ນົມອັລມອນສາມາດເກັບໃນຕູ້ເຢັນໄດ້ປະມານ 3-4 ມື້ ພະລັງງານຂອງນົມອັລມອນຕໍ່ 1ແກ້ວ (240 ml) ຈາກສູດນີ້ຢູ່ທີ່ 41 kcal ເທົ່ານັ້ນ ຈະນໍາໄປປະສົມກັບຜົງໂກໂກ້, ໃສ່ໃນກາເຟ, ກິນກັບຊີຣ້ຽວ ກໍຫອມແຊບຄືກັນ.