ຕາໜອຍ ສາວງາມຜູ້ຮັກໃນສິ່ງແວດລ້ອມ ຫວັງໃຫ້ເຮົາມີທຳມະຊາດທີ່ດີ

248

ມື້ນີ້ພາມາຮູ້ຈັກສາວງາມອີກຄົນ ໃນກອງປະກວດນາງສາວນະຄອນຫຼວງ 2020 ຕາໜອຍ ພູມະລິນ ສຸລິບຸດ, ອາຍຸ 22 ປີ ປັດຈຸບັນ ສືກສາຢູ່ມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດສິ່ງແວດລ້ອມ ສາຂາ ການຈັດການສິ່ງແວດລ້ອມ, ຕາໜອຍບອກວ່າ ທີ່ຜ່ານມາເຄີຍປະກວດ ນາງສາວຕາດຫ້ວຍສ້ານ, ປີນີ້ປະກວດນາງສາວນະຄອນຫຼວງ 2020 ໝາຍເລກ MVT12 ສາວງາມທີ່ມີຄວາມສາມາດພິເສດ, ຫຼີ້ນກິລາເທັກຄອນໂດ, ຟ້ອນ, ພິທີກອນ ແລະ ສະແດງລະຄອນ

ສິ່ງໜຶ່ງທີ່ຕາໜອຍມັກເຮັດເພື່ອຕົນເອງ ແລະສັງຄົມກໍຄື ການປູກຕົ້ນໄມ້ ເພາະເປັນຄົນທີ່ມັກຮັກໃນທຳມະຊາດດ ຄວາມສວຍງາມ, ອຸດົມສົມບູນຂອງສິ່ງແວດລ້ອມ ຫວັງຢາກໃຫ້ເຮົາທຸກຄົນອະນຸລັກ, ຮັກສາທຳມະຊາດທີ່ດີຂອງເຮົາໄວ້ແລະ ຊ່ວຍສ້າງໃໝ່ພ້ອມກັນ.

ຄິດວ່າໂຕເອງເປັນຄົນໃຊ້ຊີວິດແບບລຽບງ່າຍ ສະບາຍໆ ຢູ່ງ່າຍກິນງ່າຍ ແລະ ບໍ່ມັກຄົນທີ່ເວລາລົມນໍາລະເຮັດໃຫ້ຊີຣຽດ.
ສຳລັບການຮັກສາສຸຂະພາບໂຕເອງຄື ກິນນໍ້າໃຫ້ຫຼາຍໆ, ນອນໃຫ້ພໍ ແລະ ກິນອາຫານທີ່ມີປະໂຫຍດ
ສ່ວນຄວາມຝັນບໍ່ມີຫຍັງຫຼາຍພຽງຢາກມີວຽກເຮັດທີ່ສາມາດລ້ຽງຕົນເອງໄດ້ ຈົນໄປຮອດເບີ່ງແຍງຄອບຄົວໄດ້.

ແລະຜູ້ຊາຍໃນສະເປັກຄືມັກຄົນທີ່ເຂົ້າກັບຄອບຄົວເຮົາໄດ້, ເອົາໃຈໃສ່ ແລະ ຮັບໃນສິ່ງທີ່ເຮົາເທົ່ານີ້ແລ!!!