ປ່ອຍແລ້ວ ເອັມວີເພງ ຄິດວ່າເຂົາຮັກແທ້ ຂອງໜຸ່ມ ສາຍຝົນ ແດນເມືອງຊ່ອນ

119

ຫຼັງຈາກໄດ້ຮັບລາງວັນຊະນະເລີດຈາກໂຄງການປະກວດນັກຮ້ອງສຽງດີ ຄັ້ງທີ 1 ຂອງ ໂຕເອງ ສະຕູດິໂອ ໜຸ່ມສາຍຝົນ ແດນເມືອງຊ່ອນ ກໍມີຜົນງານເພງເປັນຂອງຕົນເອງ ປ່ອຍອອກສູ່ສັງຄົມ ນັ້ນກໍຄືເພງ “ ຄິດວ່າເຂົາຮັກແທ້ ” ໂດຍແມ່ນ ໜຸ່ມໂຊນ່ານ ແຈັກເກັດ ເປັນຜູ້ປະພັນໃຫ້ ເຊິ່ງກໍເປັນຜົນງານເພງແຈ້ງເກີດ ແລະ ເຮັດໃຫ້ຜູ້ຄົນໃນສັງຄົມຮູ້ຈັກ ໜຸ່ມສາຍຝົນ ຫຼາຍຂຶ້ນ.

ຫຼ້າສຸດກໍໄດ້ມີການປ່ອຍມິວສິກວິດີໂອເພງ “ ຄິດວ່າເຂົາຮັກແທ້ ” ລົງທາງຊ່ອງຢູທູບ ແລະ ເພຈ໌ຂອງ Toeng Studio ໄປເປັນທີ່ຮຽບຮ້ອຍໃນທ້າຍເດືອນເມສາ 2020 ຜ່ານມາ.

ມິວສິກວິດີໂອເພງດັ່ງກ່າວໄດ້ນັກສະແດງໜ້າໃໝ່ທີ່ຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ ແລະ ໄດ້ຖ່າຍທໍາຢູ່ບ້ານໂພນຈະເລີນ ( ໂພນສີ ) ເມືອງປາກກະດິງ ແຂວງບໍລິຄຳໄຊ ຖືເປັນການເດີນທາງໄປຖ່າຍທຳໄກສົມຄວນ.

ນັກສະແດງນ້ອງໃໝ່ໃນມິວສິກວິດີໂອເພງນີ້ມີ ທ້າວ ໂທນີ່ ນະຄອນສັກ ພະເອກໜຸ່ມນ້ອຍໜ້າຕາສົດໃສ, ນາງ ສະລີຕ້າ ອ້ວນດີ ນາງເອກນ້ອງໃໝ່ທີ່ມີແວວດ້ານການສະແດງ, ທ້າວ ພອນປະເສີດ ໂຊກຈະເລີນ ຮັບບົດເປັນອາເສ່ຍ, ນາງ ໂດເລມີ ພະໄຊສີສຸນົນ ຮັບບົດເປັນໝູ່ພະເອກ ແລະ ທ້າວ ຊັນໂຢ່ ພະໄຊສີສຸນົນ ຮັບບົດເປັນຄົນຂັບລົດໃຫ້ອາເສ່ຍ.

ພາຍຫຼັງທີ່ໄດ້ປ່ອຍມິວສິກວິດີໂອອອກໄປພຽງຄືນດຽວຍອດວິວກໍຂຶ້ນສູງເຖິງ 2.000 ຖືວ່າເປັນອີກຜົນງານເພງໜຶ່ງທີ່ບໍ່ທຳມະດາ. ສໍາລັບເພງທີ່ເປັນ Audio ກໍໄດ້ຮັບຍອດວິວເຖິງ 10.000 ກວ່າວິວແລ້ວ ຖືວ່າປະສົບຜົນສໍາເລັດໄປອີກຂັ້ນໜຶ່ງ.

ສຸດທ້າຍນີ້ກໍຂໍຝາກຕິດຕາມຜົນງານການສະແດງຂອງນັກສະແດງນ້ອງໃໝ່ທີ່ຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ ແລະ ຜົນງານເພງຂອງນັກຮ້ອງນ້ອງໃໝ່ “ ສາຍຝົນ ແດນເມືອງຊ່ອນ ” ແດ່ເດີ ເພື່ອຈະມີຜົນງານເພງໃໝ່ອອກມາໃຫ້ໄດ້ຮັບຊົມ ແລະ ຮັບຟັງເລື້ອຍໆ.

ສາມາດຕິດຕາມການເຄື່ອນໄຫວຂອງສິລະປິນໄດ້ທາງເຟສບຸ໊ກສ່ວນຕົວ: ສາຍຝົນ ແດນເມືອງຊ່ອນ, ເພຈ໌ເຟສບຸ໊ກ Toeng Studio ແລະ ຢູທູບຂອງ Toeng Studio.

ຂ່າວ: ແກ້ວ; ຮູບ: ໂຊ່ນານ