ລັດຖະບານອິນໂດເນເຊຍ ຕິດຕັ້ງຕູ້ເອທີເອັມເຂົ້າສານແບບບໍ່ເສຍຄ່າ ຊ່ວຍເຫຼືອປະຊາຊົນໄລຍະ ໂຄວິດ-19

74

ລັດຖະບານອິນໂດເນເຊຍ ຈັດຕັ້ງໂຄງການຕູ້ເອທີເອັມຈ່າຍເຂົ້າສານອັດຕະໂນມັດບໍ່ເສຍຄ່າ ເພື່ອຊ່ວຍຫຼຸດພາລະຄ່າໃຊ້ຈ່າຍປະຈຳວັນຂອງປະຊາຊົນໄລຍະວິກິດການແຜ່ລະບາດໂຄວິດ-19.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເມື່ອວັນອັງຄານ ທີ 12 ພຶດສະພາ ວ່າ ລັດຖະບານອິນໂດເນເຊຍ ຕິດຕັ້ງຕູ້ເອທີເອັມເຂົ້າສານ ຫຼື ຕູ້ຈ່າຍເຂົ້າສານອັດຕະໂນມັດບໍ່ມີຄ່າໃຊ້ຈ່າຍ ກະຈາຍໄປທົ່ວສະຖານທີ່ 10 ແຫ່ງ ໃນນະຄອນຫຼວງຈາກາຕ້າ ແລະ ບໍລິເວນໃກ້ຄຽງເພື່ອຊ່ວຍຫຼຸດພາລະຄ່າໃຊ້ຈ່າຍໃນການດຳລົງຊີວິດປະຊາຊົນ ໄລຍະວິກິດການແຜ່ລະບາດໂຄວິດ-19 ທີ່ຍັງບໍ່ສາມາດຄາດການໄດ້ວ່າການລະບາດຈະສິ້ນສຸດລົງເມື່ອໃດ.

ປະຊາຊົນທີ່ໄປຕໍ່ແຖວຮັບເຂົ້າຈາກຕູ້ເອທີເອັມ ທີ່ຕັ້ງຢູ່ໃນຄ້າຍທະຫານເມືອງເດປົກ ຊານເມືອງນະຄອນຫຼວງຈາກາຕ້າ ກ່າວກັບສຳນັກຂ່າວຣອຍເຕີ ວ່າ ວິກິດດ້ານສາທາລະນະສຸກຄັ້ງນີ້ ເຮັດໃຫ້ຕົນ ແລະ ຜົວ ໄດ້ພັກວຽກແບບບໍ່ມີກຳນົດໂດຍບໍ່ໄດ້ຮັບຄ່າຈ້າງ ແຕ່ນະໂຍບາຍແຈກຈ່າຍເຂົ້າສານຂອງລັດຖະບານຄັ້ງນີ້ ຊ່ວຍຫຼຸດພາລະໃນຄອບຄົວ.

ທັງນີ້ ກົນໄກການເຮັດວຽກຂອງຕູ້ເອທີເອັມເຂົ້າສານຂອງອິນໂດເນເຊຍ ຮັບຂໍ້ມູນຜ່ານບັດທີ່ມີເສັ້ນແມ່ເຫຼັກຄ້າຍຄືກັບບັດເອທີເອັມຖອນເງິນທົ່ວໄປ ແຕ່ສິ່ງທີ່ອອກມາຈາກຕູ້ເປັນເຂົ້າສານ ໂດຍໂຄງການແຈກຈ່າຍເຂົ້າສານມີໂຄຕ້າ 1,5 ກິໂລກຣາມຕໍ່ຄົນຕໍ່ມື້ ສອດຄ່ອງກັບອັດຕາເຂົ້າສານທີ່ຕູ້ເອທີເອັມແຕ່ລະແຫ່ງສຳຮອງໄວ້ສູງສຸດ 1,5 ໂຕນຕໍ່ມື້ ສະແດງວ່າ ການແຈກຈ່າຍເຂົ້າສານສາມາດມອບໃຫ້ປະຊາຊົນໄດ້ມື້ລະ 1 ພັນຄົນ.

ຕູ້ເອທີເອັມເຂົ້າສານໃນອິນໂດເນເຊຍ ອາດຈະໄດ້ຮັບແຮງບັນດານໃຈຈາກໂຄງການຂອງປະເທດຫວຽດນາມ ເຊິ່ງຕິດຕັ້ງຕູ້ແຈກຈ່າຍເຂົ້າສານປະເພດນີ້ ຕັ້ງແຕ່ເດືອນເມສາ ຜ່ານມາ ຕາມຕົວເມືອງໃຫຍ່ຫຼາຍແຫ່ງລວມທັງນະຄອນຫຼວງຮາໂນ່ຍ ແລະ ນະຄອນໂຮ່ຈີມິນ.