ຜົນກະທົບຈາກການລະບາດຂອງໂຄວິດ-19ເຮັດໃຫ້ຕົວເລກການສົ່ງອອກ ແລະ ກິດຈະກໍາການຜະລິດໃນພາກອຸດສາຫະກໍາຂອງຈີນໃນໄລຍະ2ເດືອນທໍາອິດຂອງປີ້ນີ້ຫຼຸດລົງຢ່າງບໍ່ເຄີຍເກີດຂຶ້ນມາກ່ອນ ແລະ ຕົວເລກຂາດດຸນການຄ້າຂອງຈີນກໍເພີ່ມຂຶ້ນສູ່ລະດັບ7.100ລ້ານໂດລາ.
ຕົວເລກການສົ່ງອອກຂອງຈນໃນໄລຍະເດືອນ ມັງກອນ ແລະ ເດືອນ ກຸມພາທີ່ຜ່ານມາຫຼຸດລົງ17,2%ສູ່ລະດັບ292.400ລ້ານໂດລາເຊິ່ງເປັນຜົນມາຈາກການລະບາດຂອງໂຄວິດ-19ທີ່ເຮັດໃຫ້ຫົວໜ່ວຍທຸລະກິດຫຼາກຫຼາຍສາຂາໃນຈີນຕ້ອງຢຸດດໍາເນີນການເປັນການຊົ່ວຄາວ.
ທັງນີ້ໜ່ວຍງານຂອງທາງການຈີນໃຫ້ຮູ້ວ່າ:ຕົວເລກສະຖິຕິການຄ້າເປັນຂອງເດືອນ ມັງກອນ ແລະ ເດືອນ ກຸມພາລວມກັນເພື່ອໃຫ້ຕົວເລກບໍ່ຖືກບິດເບືອນຫຼາຍປານໃດຈາກການພັກວຽກຫຼາຍມື້ໃນໄລຍະກຸດຈີນເຊິ່ງປີນີ້ຍາວນານຫຼາຍກວ່າປົກກະຕິຕາມນະໂຍບາຍຂອງຈີນທີ່ຕ້ອງການຄວບຄຸມເນື້ອທີ່ການລະບາດຂອງພະຍາດ.
ຢ່າງໃດກໍຕາມເມື່ອປຽບທຽບກັບຕົວເລກການສົ່ງອອກຂອງຈີນໃນເດືອນ ທັນວາທີ່ຜ່ານມາທີ່ຂະນະນັ້ນຍັງຄົງເປັນບວກຄືມີການຂະຫຍາຍຕົວເພີ່ມຂຶ້ນ7,8%ຖືວ່າເປັນຕົວເລກຫຼ້າສຸດໃນ2ເດືອນທໍາອິດຂອງປີນີ້ເປັນທິດທາງທີ່ສວນລົງຢ່າງໜ້າເປັນຫ່ວງ ແລະ ບໍ່ພຽງແຕ່ການສົ່ງອອກເທົ່ານັ້ນ.