ຈີໂນ່ ໜຸ່ມນ້ອຍຫຼາຍຄວາມສາມາດ

111

ຈີໂນ່ ໜຸ່ມນ້ອຍຜູ້ມີຄວາມສາມາດທາງດ້ານສິລະປະຫຼາຍດ້ານ ບໍ່ວ່າຈະແຕ້ມຮູບ ຫຼື ຮ້ອງເພງ ໂດຍໄດ້ເຂົ້າຮ່ວມກິດຈະກໍາການແຂ່ງຂັນປະກວດນັກຮ້ອງສຽງດີຂອງເພຈ໌ ໂຕເອງ ສະຕູດີໂອ ຈົນໄດ້ຮັບລາງວັນທີ 2 ພ້ອມທັງໄດ້ປ່ອຍເພງໃໝ່ເປັນຂອງຕົນເອງຄືເພງ “ ຮັກສອງເຮົາ ”.

ບຸນເລີມ ຈັນທະສັກ ຫຼື ຈີໂນ່ ໃຫ້ສໍາພາດວ່າ: ຕົນເອງມີຖິ່ນຖານບ້ານເກີດຢູ່ເມືອງນໍ້າບາກ ແຂວງຫຼວງພະບາງ ປັດຈຸບັນກໍາລັງຮຽນຢູ່ຊັ້ນມັດທະຍົມຕອນປາຍ ປີທີ 6 ໂດຍມີ ຄວາມສາມາດຫຼາຍຢ່າງບໍ່ວ່າຈະເປັນການແຕ່ງເພງ ຫຼື ຮ້ອງເພງ. ນອກນັ້ນ, ຍັງມີພອນສະຫວັນດ້ານການແຕ້ມຮູບພາບອີກ ເຊິ່ງໄດ້ເດີນທາງແຂ່ງຂັນແຕ້ມຮູບທັງພາຍໃນ ແລະ ຕ່າງປະເທດ.

ຕົນເອງເປັນຄົນທີ່ມີໃຈຮັກໃນດ້ານສິລະປະ ໂດຍສະເພາະແມ່ນການແຕ້ມຮູບ ແລະ ຮ້ອງເພງ ຈຶ່ງໄດ້ເຂົ້າຮ່ວມກິດຈະກໍາການແຂ່ງຂັນປະກວດນັກຮ້ອງສຽງດີຂອງເພຈ໌ ໂຕເອງ ສະຕູດີໂອ ທີ່ໄດ້ຈັດຂຶ້ນຄັ້ງທໍາອິດໃນປີຜ່ານມາ.

ເປັນການປະກວດຮ້ອງເພງຜ່ານທາງອອນລາຍ ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 100 ກວ່າຄົນ ແລະ ໄດ້ຮັບລາງວັນຮອງຊະນະເລີດ ອັນດັບ 1 ຈາກການປະກວດດັ່ງກ່າວ. ໃນທີ່ສຸດກໍໄດ້ມີຜົນງານທໍາອິດເປັນຂອງຕົນເອງນັ້ນກໍຄືເພງ “ ຮັກສອງເຮົາ ” ເຊິ່ງໄດ້ປ່ອຍອອກທາງຢູທູບຂອງ Toeng Studio ແລະ ວິທະຍຸທຸກຄື້ນທົ່ວປະເທດໃນວັນທີ 10 ກຸມພາ 2020 ຜ່ານມາ.

ຜົນງານເພງດັ່ງກ່າວຕົນເອງເປັນຄົນແຕ່ງ ແລະ ຖ່າຍທອດຜ່ານອາລົມຕົນເອງໄດ້ດີທີ່ສຸດ, ຜົນງານເພງ “ ຮັກສອງເຮົາ ” ຄວບຄຸມການຜະລິດໂດຍ ໜຸ່ມໂຊນ່ານ ແຈັກເກັດ ເຈົ້າຂອງຊ່ອງຢູທູບ ແລະ ເພຈ໌ ໂຕເອງ ສະຕູດີໂອ ( Toeng Studio ). ເນື້ອເພງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮັກລະຫວ່າງບ່າວສາວທີ່ຢູ່ເຂດນອກ ຫຼື ຊົນນະບົດ ເຊິ່ງໃນເມື່ອກ່ອນອາດຈະເຄີຍຢູ່ນໍາກັນຕາມທົ່ງໄຮ່ທົ່ງນາ ແລະ ຫາເຊົ້າກິນຄໍ່າຕາມວິຖີຊີວິດຂອງຄົນໃນຂົງເຂດຊົນນະບົດ.

ເມື່ອມາຮອດມື້ທີ່ຝ່າຍຍິງໄດ້ມາຮໍ່າຮຽນສຶກສາຢູ່ເມືອງໃຫຍ່ ຝ່າຍຊາຍກໍຄິດຮອດຫ່ວງຫາ ແລະ ຫວັງຢາກໃຫ້ຝ່າຍຍິງນໍາຄວາມຮູ້ກັບມາພັດທະນາບ້ານເກີດຕົນເອງ ໂດຍເພງດັ່ງກ່າວມີຈັງຫວະມ່ວນອອນຊອນແບບຮິບຮັອບບ້ານນາຟັງແລ້ວຮູ້ສຶກເພີດເພີນໄປກັບສຽງເພງ.

ສຸດທ້າຍຂໍຝາກຕິດຕາມຜົນງານຂອງ ຈີໂນ່ ໄວ້ກັບທຸກຄົນ ແລະ ໃນໄວໆນີ້ຈະມີມິວສິກວິດີໂອຮູບແບບເຕັມອອກມາໃຫ້ໄດ້ຮັບຊົມກັນຢ່າງແນ່ນອນ, ສາມາດຕິດຕາມຜົນງານການເຄື່ອນໄຫວຂອງ ຈີໂນ່ ໄດ້ທາງເຟສບຸ໊ກສ່ວນຕົວ: Boun Lerm Chantarscak ຫຼື ທາງເພຈ໌ ແລະ ຢູທູບ: Toeng Studio.

( ຂ່າວ: ນຸ້ມນິ້ມ )

( ຮູບ: Toeng Studio )