ບໍລິສັດ ກຸ່ມຄຳໄພຊະນະ ຂະຫຍາຍຖານການຜະລິດຊ່ວຍແກ້ໄຂຄວາມທຸກຍາກຊາວເມືອງທ່າໂທມ

181

ເມື່ອວັນທີ 10 ມັງກອນຜ່ານມາ ທີ່ເມືອງທ່າໂທມ ແຂວງໄຊສົມບູນ ໄດ້ມີພິທີເຊັນບົດບັນທຶກການຮ່ວມມືລະຫວ່າງ ເມືອງທ່າໂທມ ແລະ ບໍລິສັດ ກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ ເພື່ອຊຸກຍູ້ ແລະ ສົ່ງເສີມປະຊາຊົນຜະລິດກະສິກຳເປັນສິນຄ້າໃນເຂດເປົ້າໝາຍພາຍໃນເມືອງດັ່ງກ່າວ.

ຕາງໜ້າລົງນາມລະຫວ່າງ ທ່ານ ພິມພາ ນີລາວົງ ເຈົ້າເມືອງທ່າໂທມ ກັບ ທ່ານ ຄຳໄພ ສົມຊະນະ ປະທານ ບໍລິສັດ ກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ ເຊິ່ງມີພະນັກງານທີ່ກ່ຽວຂ້ອງທັງ 2 ຝ່າຍເຂົ້າຮ່ວມນຳ.

ເນື້ອໃນບົດບັນທຶກຮ່ວມກັນຄັ້ງນີ້ ທາງເມືອງແມ່ນເຫັນດີໃຫ້ທາງບໍລິສັດເຂົ້າມາຊຸກຍູ້, ສົ່ງເສີມ ແລະ ພັດທະນາທີ່ດິນກະສິກຳໃນ 2 ຈຸດ ລວມເນື້ອທີ່ເບື້ອງຕົ້ນ 371,32 ເຮັກຕາ ຄື: ຈຸດບ້ານວຽງທອງ, ບ້ານນາຊົງ ເນື້ອທີ່ 277,32 ເຮັກຕາ ແລະ ຈຸດຫ້ວຍຫົກ, ຫ້ວຍດອກໄມ້ ເນື້ອທີ່ 94 ເຮັກຕາ.

ບໍລິສັດເປັນຜູ້ລົງທຶນ ແລະ ສະໜອງດ້ານງົບປະມານໃນການຊຸກຍູ້ ແລະ ສົ່ງເສີມ ໂດຍຮ່ວມມືກັບປະຊາຊົນເຮັດການຜະລິດກະສິກຳຄົບວົງຈອນໃນການປູກ ແລະ ການລ້ຽງ ທັງເປັນຜູ້ຊອກຕະຫຼາດເພື່ອຮັບຮອງຜົນຜະລິດກະສິກຳ ແລະ ຮັບຊື້ຜົນການຜະລິດ 2+3 ກັບປະຊາຊົນທີ່ຮ່ວມມືໃນເຂດເປົ້າໝາຍ.

ທ່ານ ຄຳໄພ ສົມຊະນະ ກ່າວວ່າ: ການເຊັນບົດບັນທຶກໃນຄັ້ງນີ້ ກໍເພື່ອປະກອບສ່ວນແກ້ໄຂ ຄວາມທຸກຍາກຂອງພໍ່ແມ່ປະຊາຊົນ ດ້ວຍການນຳເອົາການປູກການລ້ຽງລົງຮ່ວມກັບປະຊາຊົນ ເຊິ່ງເປັນບຸລິມະສິດໜຶ່ງທີ່ບໍລິສັດໄດ້ສືບຕໍ່ຈັດຕັ້ງປະຕິບັດຕະຫຼອດມາ.