ເປີດໃຫ້ເຂົ້າທ່ຽວຊົມ ແລະ ສໍາຜັດຄວາມທ້າທາຍຕື່ນເຕັ້ນຢ່າງເປັນທາງການແລ້ວ ສໍາລັບແຫ່ງທ່ອງທ່ຽວແຫ່ງໃໝ່ ພູຜາມ່ານ ແຂວງຄໍາມ່ວນ ໃນວັນທີ 14 ທັັນວາ 2019 ຜ່ານມາ
.
.
.
ນັກທ່ອງທ່ຽວ ແລະ ນັກເດີນທາງທັງຫຼາຍ ພໍໄດ້ຮູ້ຂ່າວ ໄດ້ເຫັນພາບແລ້ວຄົງຈະຢູ່ບໍ່ເປັນ ຢາກເຫັນ ຢາກໄປ ຢາກສໍາຜັດບັນຍາກາດ ຊົມຄວາມຕື່ນເຕັ້ນ ແລະ ທ້າທາຍແນ່ນອນ ກັບແຫຼ່ງທ່ອງທ່ຽວນີ້ “ພູຜາມ່ານ”.
.
.
ພູຜາມ່ານ ເປັນຈຸດຊົມວິວໜຶ່ງທີ່ນອນຢູ່ໃນເຂດອຸທະຍານແຫ່ງຊາດຫີນໜາມໜໍ່.
.
.
ຕັ້ງຢູ່ເສັ້ນທາງເລກທີ 8 ລະຫວ່າງບ້ານນາຫີນຫາບ້ານຄູນເງິນ, ເມືອງຄູນຄຳ, ແຂວງ ຄຳມ່ວນ ຫ່າງຈາກເສັ້ນທາງເລກທີ 13 ໃຕ້ໄປທາງເມືອງຄຳເກີດ ປະມານ 33 ກິໂລແມັດ.
.
.
ຕາມພາບ ນອກຈາກຈະເປັນຈຸດຊົມວິວແລ້ວ ນີ້ຍັງເປັນແຫຼ່ງທ່ອງທ່ຽວແນວລຸຍໆ, ໃຫ້ເຮົາໄດ້ຍ່າງ, ໄຕ່ຕາມຫິນຜາ, ເອົາໃຈນັກທ່ອງທ່ຽວທີ່ມັກຄວາມທ້າທາຍພະຈົນໄພສຸດໆ ແລະກຽມໄປສຳຜັດກັບຄວາມຕື່ນເຕັ້ນຢູ່ສະຖານທີ່ດ້ວຍຕົວທ່ານເອງ ເຊິ່ງເພິ່ນຈະເປີດຢ່າງເປັນທາງການໄວໆນີ້ແລ້ວ!!!
.
.
.
.
.