ຄະນະຜູ້ແທນລາວ ສຳເລັດການເຂົ້າຮ່ວມກອງປະຊຸມທົບທວນນະໂຍບາຍການຄ້າ ທີ່ສະວິດເຊີແລນ

118

ໃນລະຫວ່າງວັນທີ 18-20 ພະຈິກ 2019, ຄະນະຜູ້ແທນຂອງ ສປປ ລາວ ນໍາໂດຍ ທ່ານ ນາງ ເຂັມມະນີ ພົນເສນາ, ລັັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມການທົບທວນນະໂຍບາຍການຄ້າ ຂອງ ສປປ ລາວ ທີ່ເຈນີວາ, ປະເທດສະວິດເຊີແລນ.

ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອທົບທວນນະໂຍບາຍການຄ້າຂອງປະເທດສະມາຊິກໃນຂອບສັນຍາ ອຄລ ເຊິ່ງທຸກສະມາຊິກ ຕ້ອງໄດ້ທົບທວນນະໂຍບາຍການຄ້າຂອງຕົນ. ໃນນັ້ນ ສະມາຊິກທີ່ມີສ່ວນແບ່ງທາງການຄ້າໃນ 4 ອັນດັບຕົ້ນຂອງໂລກ ແມ່ນຈະໄດ້ທົບທວນນະໂຍບາຍການຄ້າທຸກໆ 3 ປີ, ສະມາຊິກທີ່ມີສ່ວນແບ່ງທາງການຄ້າໃນ 16 ອັນດັບ ຖັດຈາກນັ້ນ ແມ່ນຈະໄດ້ທົບທວນທຸກໆ 5 ປີ ແລະ ປະເທດດ້ອຍພັດທະນາ ແມ່ນທຸກໆ 7 ປີ.

ສຳລັບ ສປປ ລາວ, ການທົບທວນນະໂຍບາຍການຄ້າຄັ້ງນີ້ ແມ່ນເປັນຄັ້ງທໍາອິດ ນັບແຕ່ເຂົ້າເປັນສະມາຊິກ ອຄລ ໃນປີ 2012 ແລະ ກໍ່ເປັນປີດຽວກັນກັບການສະເຫຼີມສະຫຼອງຄົບຮອບ 30 ປີ ຂອງການສ້າງຕັ້ງກົນໄກການທົບທວນນະໂຍບາຍການຄ້າຂອງ ອຄລ.
ຄະນະຜູ້ແທນຂອງ ສປປ ລາວ ໄດ້ລາຍງານການຈັດຕັ້ງປະຕິບັດ ແລະ ການພັດທະນາເສດຖະກິດ-ສັງຄົມ ພາຍຫຼັງການເຂົ້າເປັນສະມາຊິກ ອຄລ ໂດຍສະເພາະ ແມ່ນການປັບປຸງບັນດານິຕິກຳຕ່າງໆ ໃຫ້ມີຄວາມໂປ່ງໃສ. ການອຳນວຍຄວາມສະດວກທາງການຄ້າເປັນຕົ້ນແມ່ນ: ການຫຼຸດຜ່ອນຂອດຂັ້ນ-ຂັ້ນຕອນການນໍາເຂົ້າ-ສົ່ງອອກສິນຄ້າ ແມ່ນຕ້ອງກະທັດຮັດ ແລະ ວ່ອງໄວ ແນໃສ່ສ້າງ ສປປ ລາວ ໃຫ້ເປັນລັດແຫ່ງກົດໝາຍ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃນການດຳເນີນທຸລະກິດ ແລະ ດຶງດູດການລົງທຶນ.

ຄຽງຄູ່ກັນນີ້, ສປປ ລາວ ກໍໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຈລະຈາຮອບພັດທະນາໂດຮາ ແລະ ສະໜັບສະໜູນການປະຕິຮູບ ອຄລ, ພ້ອມທັງ ບັນດາບັນຫາໃໝ່ທີ່ກໍາລັງປຶກສາຫາລືກັນ ໂດຍການປະກອບສ່ວນໃນການອອກຖະແຫຼງການຮ່ວມກັບບັນດາສະມາຊິກ ອຄລ ເຊັ່ນ: ການຄ້າຜ່ານທາງເອເລັກໂຕຣນິກ, ການສົ່ງເສີມຈຸລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ການອຳນວຍຄວາມສະດວກດ້ານການລົງທຶນ.
ໃນຂະນະດຽວກັນ ກໍ່ຍັງໄດ້ຊີ້ແຈງ-ອະທິບາຍຕໍ່ຄໍາຖາມ ແລະ ຄໍາຄິດເຫັນຂອງບັນດາປະເທດສະມາຊິກຈາກ 23 ປະເທດ. ເຊິ່ງຄໍາຖາມສ່ວນໃຫຍ່ທີ່ປະເທດສະມາຊິກໃຫ້ຄວາມສົນໃຈ ແມ່ນກ່ຽວກັບ ຂັ້ນຕອນການອະນຸຍາດລົງທຶນ, ການຫ້າມການສົ່ງອອກໄມ້ ແລະ ແຮ່ທາດທີ່ບໍ່ໄດ້ຮັບການປຸງແຕ່ງ, ການຈັດສັນ ສໍາປະທານບໍ່ແຮ່, ແຜນນະໂຍບາຍພະລັງງານ ແລະ ການຜະລິດ, ບາງບັນຫາດ້ານລະບຽບການ ແລະ ການບໍລິການດ້ານການເງິນ, ບັນຫາທາງດ້ານຄົມມະນາຄົມ, ແຜນພັດທະນາການຄົມມະນາຄົມຂົນສົ່ງທາງບົກ ແລະ ທາງລົດໄຟ, ແຜນວຽກທີ່ກ່ຽວຂ້ອງກັບການຄ້າທາງເອເລັກໂຕຣນິກ ແລະ ການທ່ອງທ່ຽວ ແລະ ອື່ນໆ.

ຜ່ານການລາຍງານ, ຊີ້ແຈງ-ອະທິບາຍຄໍາຖາມ ແລະ ຄວາມສົນໃຈຂອງບັນດາປະເທດສະມາຊິກ ໃນກອງປະຊຸມໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍ ສປປ ລາວ ຕໍ່ຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ໄລຍະຜ່ານມາ ເຊີ່ງມີບາງບັນຫາພົ້ນເດັ່ນທີ່ ສປປ ລາວ ປະຕິບັດໄດ້ ດັ່ງລຸ່ມນີ້:
ສປປ ລາວ ມີແຜນຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2024; ໄດ້ພະຍາຍາມຈັດຕັ້ງປະຕິບັດພັນທະໃນຂອບສັນຍາ ອຄລ ເປັນຕົ້ນ ແມ່ນການຫຼຸດຜ່ອນອັດຕາພາສີ ແລະ ລົບລ້າງອັດຕາພາສີສູງສຸດ. ສາມາດປະຕິບັດໄດ້ໃນລະດັບໜຶ່ງ ຕໍ່ກັບຄໍາໝັ້ນສັນຍາຕ່າງໆ ໃນແຜນດໍາເນີນງານວຽກງານ ອຳນວຍຄວາມສະດວກດ້ານການຄ້າ ປີ 2017-2022 ເຊິ່ງມີຈຸດປະສົງເພື່ອຈັດຕັ້ງປະຕິບັດມາດຕະການ TFA ໂດຍເລັ່ງໃສ່ເວລາ ແລະ ການຫຼຸດຕົ້ນທຶນທາງການຄ້າເຊັ່ນ: ການຈັດຕັ້ງປະຕິບັດ ການບໍລິການປະຕູດຽວ ຜ່ານລະບົບເອເລັກໂຕຣນິກ, ຊໍາລະພາສີ-ອາກອນຜ່ານລະບົບ SmartTex, SmartVAT. ສປປ ລາວ ໄດ້ປະກາດໃຊ້ກົດໝາຍ ວ່າດ້ວຍ ມາດຕະຖານແຫ່ງຊາດ ປີ 2014 ແລະ ການຈັດວາງມາດຕະຖານແຫ່ງຊາດ ເຫັນວ່າສ່ວນໃຫຍ່ ໃກ້ຄຽງກັບມາດຕະຖານສາກົນ

ພ້ອມກັນນີ້, ສປປ ລາວໄດ້ຍື່ນແຈ້ງກ່ຽວກັບໝວດ A, B ແລະ C ຂອງຂໍ້ຕົກລົງອຳນວຍຄວາມສະດວກດ້ານການຄ້າ (TFA); ໄດ້ລິເລີ່ມສະໜັບສະໜູນ ການອຳນວຍຄວາມສະດວກດ້ານການລົງທຶນ ເພື່ອການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ອື່ນໆ.
ເຊິ່ງໃນຕອນທ້າຍ ອົງການການຄ້າໂລກ ໄດ້ຊຸກຍູ້ໃຫ້ ສປປ ລາວ ສືບຕໍ່ດໍາເນີນການປະຕິຮູບເສດຖະກິດໃຫ້ເຂັ້ມແຂງ. ສຸມໃສ່ການເຮັດໃຫ້ເສດຖະກິດມີຄວາມຫຼາກຫຼາຍ ແລະ ເພີ່ມກໍາລັງການຜະລິດເພື່ອເພີ່ມປະສິດທິພາບ ແລະ ຜົນຜະລິດທີ່ຫຼາຍຂຶ້ນ ໂດຍເລີ່ມການປະຕິຮູບໃນຂົງເຂດຕ່າງໆເຊັ່ນ: ການເຂົ້າເຖິງຂໍ້ມູນຂ່າວສານ, ມູນໃຊ້ອີເລັກໂທຣນິກເຂົ້າໃນການບໍລິຫານງານ, ຕ້ານການສໍ້ລາດບັງຫຼວງ, ການສົ່ງເສີມການລົງທຶນ ແລະ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ສະມາຊິກ ອົງການການຄ້າໂລກກໍ່ຍິນດີທີ່ລັດຖະບານແຫ່ງ ສປປ ລາວ ໃນໄລຍະຜ່ານມາ ໄດ້ເອົາໃຈໃສ່ປະຕິຮູບການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ.

ຂໍ້ມູນ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal