ນ້ຳເຜິ້ງ ກັບຄຸນຄ່າທາງສະໝູນໄພທີ່ບໍ່ຄວນເບິ່ງຂ້າມ ຊ່ວຍຕ້ານໂລກຫົວໃຈ

324

ຄວາມຫວານຂອງນ້ຳເຜິ້ງ ແມ່ນໄດ້ມາຈາກທຳມະຊາດ ເຊິ່ງເຜິ້ງໄດ້ນຳນ້ຳຫວານຈາກເກສອນດອກໄມ້ມາເກັບສະສົມ ແລະຜ່ານຂະບວນການທາງທຳມະຊາດພາຍໃນຮັງເຜີ້ງຈົນກາຍເປັນນ້ຳເຜິ້ງ ເຮັດໃຫ້ນ້ຳເຜິ້ງໄດ້ຮັບການຍົກຍ້ອງວ່າເປັນອາຫານທີ່ດີ ແລະມີປະໂຫຍດຕໍ່ສຸຂະພາບ ນອກນີ້ ຍັງມີສານອາຫານອື່ນໆ ທີ່ດີທີ່ສຸດຕໍ່ຮ່າງກາຍ.

ນ້ຳເຜິ້ງ ອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະ ຊຶ່ງເປັນໂຕການສຳຄັນໃນການຕໍ່ສູ້ກັບໂລກໄພໄຂ້ເຈັບ ແລະຊ່ວຍຫຼຸດຂະບວນການອັກເສບທີ່ເກີດຂຶ້ນໃນຮ່າງກາຍໄດ້ ນອກຈາກນີ້ຍັງມີງານວິໄຈບາງເຫຼັ້ມລະບຸວ່າ ສານຕ້ານອະນຸມູນອິດສະຫຼະທີ່ມີຢູ່ໃນນ້ຳເຜິ້ງມີສ່ວນໃນການປ້ອງກັນໂລກຫົວໃຈ, ໂລກມະເຮັງ ແລະພະຍາດຕ່າງໆອີກດ້ວຍ.

ນ້ຳເຜິ້ງ ຊ່ວຍເຮັດໃຫ້ບາດແຜເຊົາໄວຂຶ້ນ ເພາະນ້ຳເຜິ້ງອອກລິດຄ້າຍຄືຢາຕ້ານເຊື້ອ ຊຶ່ງກໍເຫັນວ່າສາມາດຊ່ວຍໄດ້ແທ້ ເຮັດໃຫ້ບາດແຜບໍ່ຕິດເຊື້ອ ແລະເຊົາໄວຂຶ້ນ ນອກຈາກນີ້ຍັງພົບວ່າ ນ້ຳເຜິ້ງຍັງສາມາດນຳໄປໃຊ້ໃນການຮັກສາໂລກຜິວຫນັງຕ່າງໆໄດ້ຢ່າງໜ້າອັດສະຈັນ.

ວິທີຮັກສາບາດແຜດ້ວຍນ້ຳເຜິ້ງແມ່ນໃຫ້ປະສົມນ້ຳເຜິ້ງ 1 ສ່ວນ ຕໍ່ນ້ຳ 9 ສ່ວນ ຄົນໃຫ້ເຂົ້າກັນແລ້ວນຳມາລ້າງບາດຕາມປົກກະຕິ.

ນ້ຳເຜິ້ງເປັນວິທີທຳມະຊາດຢ່າງໜຶ່ງທີ່ຮັກສາອາການໄອ ເຈັບຄໍໄດ້ເປັນຢ່າງດີ ໂດຍການຈິບນ້ຳເຜິ້ງປະສົມນ້ຳໝາກນາວ ຫຼື ຊົງນ້ຳເຜິ້ງກັບນ້ຳອຸ່ນ ຈະຊ່ວຍເຮັດໃຫ້ລຳຄໍຊຸ່ມຊື່ນ ຫຼຸດອາການໄອ ແລະບັນເທົາອາການເຈັບຄໍ ຫຼື ຄັນຄໍໄດ້.

ນ້ຳເຜິ້ງຍັງຊ່ວຍລະບົບການຂັບຖ່າຍ ຫຼຸດອາການຖອກທ້ອງ ຊ່ວຍເສີມສ້າງການຜະລິດເມືອກພາຍໃນລຳໄສ້ ເຮັດໃຫ້ຂັບຖ່າຍໄດ້ດີຂຶ້ນ ເພາະໃນນ້ຳເຜິ້ງມີສ່ວນປະສົມທີ່ເປັນເອນໄຊຊ່ວຍຍ່ອຍອາຫານກຸ່ມຄາໂບໄຮເດຣດໄດ້ດີ.

ນ້ຳເຜິ້ງສາມາດແກ້ອາການນອນບໍ່ຫຼັບ ເພາະໃນນ້ຳເຜິ້ງມີກົດທີ່ມີຊື່ວ່າ Decinoic Acid ຊຶ່ງກົດນີ້ມີຄຸນສົມບັດໃນການຄາຍຄຽດ ເຮັດໃຫ້ທ່ານຮູ້ສຶກຜ່ອນຄາຍ ຊ່ວຍໃນການນອນຫຼັບໄດ້ງ່າຍ ດັ່ງນັ້ນ, ຫາກທ່ານກຳລັງປະສົບບັນຫານອນຫຼັບຍາກ ຫຼື ນອນບໍ່ຫຼັບ ລອງດື່ມນ້ຳເຜິ້ງໃນຊ່ວງກ່ອນເຂົ້ານອນ ແລ້ວທ່ານຈະນອນຫຼັບພັກຜ່ອນໄດ້ຢ່າງເຕັມທີ່ແນ່ນອນ!!!

ຂໍ້ຄວນລະວັງໃນການໃຊ້ນ້ຳເຜິ້ງ

  • ບໍ່ຄວນໃຫ້ເດັກນ້ອຍອາຍຸຕ່ຳກວ່າ 1 ປີ ກິນນ້ຳເຜິ້ງ ເນື່ອງຈາກນ້ຳເຜິ້ງມີທັ້ງເອນໄຊ ນ້ຳລາຍຈາກໂຕເຜິ້ງ ເດັກນ້ອຍອາດມີພູມຄຸ້ມກັນບໍ່ພຽງພໍຈົນເຮັດໃຫ້ເກີດອາການຮາກ ຫຼື ຖອກທ້ອງ.

  • ບໍ່ຄວນບໍລິໂພກນໍ້າເຜິ້ງເກີນ 10 ບ່ວງກາເຟຕໍ່ມື້ ເພາະຢ່າລືມວ່ານໍ້າເຜິ້ງຍັງເປັນນໍ້າຕານຊະນິດໜຶ່ງ. ເຊິ່ງອາດຈະເຮັດໃຫ້ລະດັບນ້ຳຕານໃນເລືອດເພີ່ມສູງຂຶ້ນ ໂດຍສະເພາະຜູ້ທີ່ເປັນໂລກເບົາຫວານຢູ່ແລ້ວ.