ປະທານສານຄົນໃໝ່ເດີນທາງໄປຫວຽດນາມ ເພີ່ມທະວີການຮ່ວມມືດ້ານຕຸລາການ

89

ເພື່ອຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຫງວຽນຮວາບິງ, ຄະນະເລຂາທິການ, ປະທານ ສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ. ທ່ານ ຄຳພາ ແສງດາຣາ, ປະທານສານປະຊາຊົນສູງສຸດ ພ້ອມຄະນະ ກໍ່ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນໃນການພັດທະນາລະບົບສານປະຊາຊົນ ແຫ່ງ ສສ ຫວຽດນາມ ໃນລະຫວ່າງວັນທີ 14-17 ກໍລະກົດ 2019 ນີ້.

 

 

ການຢ້ຽມຢາມຄັ້ງນີ້ ປະທານສານປະຊາຊົນສູງສຸດແຫ່ງ ສປປ ລາວ ໄດ້ພົບປະຢ້ຽມຢາມ ທ່ານ ຫງວຽນຮວາບິງ, ປະທານສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ເຊິ່ງທ່ານ      ຫງວຽນຮວາບິງ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ຄຳພາ ແສງດາຣາ, ທີ່ໄດ້ຮັບຄວາມໄວ້ວາງໃຈຈາກສະພາແຫ່ງຊາດຊຸດທີ VIII, ໃນກອງປະຊຸມສະໄໝສາມັນເທື່ອທີ 7 ໄດ້ເລືອກຕັ້ງ ທ່ານເປັນປະທານສານປະຊາຊົນສູງສຸດ ໃນວັນທີ 7 ມິຖຸນາ 2019 ພາຍຫຼັງໄດ້ຮັບຕຳແໜ່ງຢ່າງເປັນທາງການ ໃນວັນທີ 21 ມິຖຸນາ 2019 ທ່ານ ຄຳພາ ແສງດາຣາ ພ້ອມຄະນະ ກໍໄດ້ໃຫ້ກຽດເລືອກເອົາ ສສ ຫວຽດນາມ ເປັນປະເທດທຳອິດໃນການພົບປະແລກປ່ຽນບົດຮຽນຢູ່ຕ່າງປະເທດ.

 

 

ການພົບປະກັນໃນຄັ້ງນີ້ ທັງສອງຝ່າຍໄດ້ພ້ອມກັນຕີລາຄາສູງ ໃນການພົວພັນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ເປັນມູນເຊື້ອປະຫວັດສາດຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເພື່ອໃຫ້ຄົນຮຸ້ນໃໝ່ໄດ້ຮຽນຮູ້ ແລະ ປະຕິບັດສືບທອດໃນອະນາຄົດ. ນອກຈາກນີ້, ປະທານສານປະຊາຊົນສູງສຸດ ທັງສອງປະເທດ ໄດ້ໃຫ້ຄໍາໝັ້ນສັນຍາ ໃນການສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັນໃນວຽກງານຕຸລາການ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນຂະຫຍາຍເຂົ້າສູ່ລວງກວ້າງ ແລະ ລວງເລິກຢ່າງທົ່ວເຖິງ.

 

ໃນໂອກາດຢ້ຽມຢາມຄັ້ງນີ້ ປະທານສານປະຊາຊົນສູງສຸດ ແຫ່ງ ສປປລາວ ໄດ້ສະແດງຄວາມຂອບໃຈ ທີ່ ສສ ຫວຽດນາມ ຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອໃນການຝຶກອົບຮົມຜູ້ພິພາກສາ ຂອງ ສປປ ລາວ ທີ່ສະຖາບັນຝຶກອົບຮົມ ສສ ຫວຽດນາມໃຫ້ຫຼາຍຂຶ້ນ ແລະ ຈະໃຫ້ການຊ່ວຍເຫຼືອທາງດ້ານງົບປະມານຈຳນວນໜຶ່ງ ໃຫ້ສານປະຊາຊົນສູງສຸດ ໃນການຈັດກອງປະຊຸມບັນດາແຂວງທີ່ມີຊາຍແດນຕິດ ຈອດກັນ ລະຫວ່າງ ລາວ-ຫວຽດນາມ-ກຳປູເຈຍ ເຊິ່ງຈະໄດ້ຈັດຂຶ້ນໃນປີ 2020 ທີ່ແຂວງຫຼວງພະບາງ.

 

 

ຈາກນັ້ນ, ຄະນະນຳຂັ້ນສູງຂອງສານປະຊາຊົນສູງສຸດ 2 ປະເທດໄດ້ຮ່ວມກັນຖອດຖອນບົດຮຽນ ໃນການພັດທະນາລະບົບສານປະຊາຊົນໃນຫຼາຍຫົວຂໍ້ເປັນຕົ້ນແມ່ນ: ການດຳເນີນຄະດີແພ່ງ; ການດຳເນີນຄະດີອາຍາ ຕໍ່ການກະທຳຜິດຂອງເດັກທີ່ມີອາຍຸຕໍ່າກວ່າ 18 ປີ; ການຄຸ້ມຄອງຜູ້ພິພາກສາເພື່ອຍົກສູງບົດບາດຂອງອົງການຕຸລາການ ແລະ ປະກອບສ່ວນໃນວຽກງານຕ້ານການສໍ້ລາດບັງຫຼວງ; ການກະກຽມ ຄົ້ນຄວ້າ ແລະ ນຳໃຊ້ລະບົບນະວັດຕະກຳໃໝ່ “ Applying Industry of Information Technologies 4.0” ເຂົ້າໃນການດຳເນີນຄະດີ; ພາລະບົດບາດການເຄື່ອນໄຫວຂອງສະພາຜູ້ພິພາກສາ; ການນຳເອົາຄຳຕັດສິນຂອງສານລົງໃນວາລະສານ ແລະ ບັນຫາອື່ນໆ.

 

 

ຜ່ານການສົນທະນາແລກປ່ຽນ ໃນແຕ່ລະບັນຫານັ້ນ ຄະນະຜູ້ແທນສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈເປັນຢ່າງສູງທີ່ ສສ ຫວຽດນາມ ໄດ້ຖ່າຍທອດບົດຮຽນອັນລໍ້າຄ່າ ທີ່ເປັນປະໂຫຍດໃນການປັບປຸງການເຄື່ອນໄຫວໜ້າທີ່ວຽກງານຂອງສານປະຊາຊົນ ແຫ່ງ ສປປ ລາວ ເພື່ອເຮັດໃຫ້ການດຳເນີນຄະດີມີຄວາມວອ່ງໄວ, ໂປ່ງໄສ, ຖືກຕ້ອງ, ເປັນທຳ ແລະ ຍຸຕິທຳ ເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນ ຕໍ່ການພິຈາລະນາຕັດສິນຂອງສານ.