ພະຍາກອນອາກາດປະຈໍາວັນທີ 21 ມິຖຸນາ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ພ້ອມດຽວກັນກະແສລົມຕາເວັນຕົກສ່ຽງໃຕ້ຍັງພັດປົກຄຸມເປັນສ່ວນໃຫຍ່. ເຊິ່ງຈະເຮັດອາກາດຮ້ອນຂຶ້ນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກ, ຟ້າຮ້ອງໃນລະດັບຄ່ອຍຢູ່ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ. ອຸນຫະພູມໃນລະຫວ່າງ 20-32 ອົງສາ.
ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ, ຍັງຈະມີຝົນຕົກກະຈາຍໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 22-37 ອົງສາ.
ພາກກາງ: ອາກາດຮ້ອນ, ຈະມີຝົນຕົກກະຈາຍໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 24-30 ອົງສາ. ສໍາລັບແຂວງໄຊສົມບູນ ຈະມີຝົນຕົກກະຈາຍໃນລະດັບຄ່ອຍເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 16-29 ອົງສາ.
ສະເພາະນະຄອນຫຼວງວຽງຈັນ: ອາກາດຮ້ອນ ແລະ ຈະມີຝົນຕົກກະຈາຍໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 27-35 ອົງສາ.
ພາກໃຕ້: ອາກາດຮ້ອນ ແລະ ຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 25-36 ອົງສາ.
ສຳລັບເຂດພູພຽງບໍລິເວນ: ອາກາດເຢັນ ຈະມີຝົນຕົກ ໃນລະດັບຄ່ອຍເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 14-28 ອົງສາ.