ເຟດ ອັດສີດເງິນກວ່າຮ້ອຍຕື້ໂດລາເສີມສະພາບຄ່ອງຕະຫຼາດເງິນ

40

ທະນາຄານອາເມຣິກາ ຫຼື ເຟດ ສາຂານິວຢອກ ປະກາດອັດສີດເງິນເສີມສະພາບຄ່ອງເຂົ້າສູ່ຕະຫຼາດເງິນກວ່າ 100 ຕື້ໂດລາ ເພື່ອສະກັດການເພີ່ມຂຶ້ນຂອງອັດຕາດອກເບ້ຍເງິນກູ້ໄລຍະສັ້ນ.

ເຟດ ສາຂານິວຢອກ ອັດສີດເງິນຈໍານວນ 75 ຕື້ໂດລາ ເຂົ້າສູ່ຕະຫຼາດເມື່ອທ້າຍອາທິດທີ່ຜ່ານມາ ຫຼັງຈາກທີ່ໄດ້ອັດສີດເງິນຫຼາຍກວ່າ 53 ຕື້ໂດລາ ໄປກ່ອນໜ້ານັ້ນພຽງໜຶ່ງວັນເພື່ອສະກັດອັດຕາດອກເບ້ຍເງິນກູ້ທີ່ເພີ່ມຂຶ້ນໃກ້ຈຸລະດັບ 10%.

ການເພີ່ມຈໍານວນເງິນເພື່ອເສີມສະພາບຄ່ອງດັ່ງກ່າວຂອງ ເຟດ ຖືເປັນຄັ້ງທໍາອິດນັບຕັ້ງແຕ່ເກີດວິກິດການເງິນເມື່ອປີ 2008 ເປັນຕົ້ນມາ.

ນັກເສດຖະສາດ ໃຫ້ຮູ້ວ່າ: ການເພີ່ມຂຶ້ນຂອງອັດຕາດອກເບ້ຍເງິນກູ້ມີສາເຫດມາຈາກການທີ່ສະພາບຄ່ອງໃນຕະຫຼາດເຄັ່ງຕຶງ ເນື່ອງຈາກຫົວໜ່ວຍທຸລະກິດຈໍາເປັນຕ້ອງສໍາຮອງເງິນສົດສໍາລັບການຊໍາລະໜີ້ໃນໄຕມາດ 3.