ພະແນກແຜນການ ແລະ ການລົງທຶນແຂວງຈຳປາສັກຮວ່ມກັບບໍລິສັດ ສົມໄຊ ຈະເລີນສົ່ງເສີມການກະເສດຈໍາກັດຜູ້ດຽວໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU)ຂຶ້ນໃນວັນທີ 25 ພຶດສະພາ 2023 ຢູ່ພະແນກແຜນການ ແລະ ການລົງທຶນແຂວງເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການປູກກາເຟ ແລະ ລ້ຽງສັດໃຫ້ມີປະສິດທິພາບສູງ ໃນເນື້ອທີ່ 150 ເຮັກຕາ, ຢູ່ບ້ານຕາເຢິກເສືອ ເມືອງປາກຊ່ອງ ແຂວງຈໍາປາສັກ.
ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ທ່ານ ສຸກສະຫວັນ ວິໄລວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ, ພ້ອມພະແນກການກ່ຽວຂ້ອງຂອງແຂວງ, ຮອງເຈົ້າເມືອງປາກຊ່ອງ, ບໍລິສັດ ສົມໄຊ ຈະເລີນສົ່ງເສີມການກະເສດ ຈໍາກັດຜູ້ດຽວ.
ການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ແມ່ນບົນພື້ນຖານການເຫັນດີເປັນເອກະພາບ ໂດຍມີເປົ້າໝາຍໃນການພັດທະນາເນື້ອທີ່ດິນດ້ານກະສິກໍາຢູ່ເມືອງປາກຊ່ອງ ເປັນເຂດສົ່ງເສີມຜະລິດກະສິກໍາຕິດພັນກັບການອະນຸລັກທໍາມະຊາດ, ປົກປັກຮັກສາປ່າຍອດນໍ້າ ແລະ ຮັກສາສິ່ງແວດລ້ອມ.
ຂ່າວ: ນັກຂ່າວແຂວງຈໍາປາສັກ