ເຫດການທີ່ເກີດຂຶ້ນຢູ່ແຂວງສະຫວັນນະເຂດ ປາຕີໂຟມທີ່ມີທັງຜູ້ໄດ້ຮັບບາດເຈັບ ແລະເສຍຊີວິດ ຫຼ້າສຸດ ບໍລິສັດ ຄົມປັນຍາ ໃນນາມຜູ້ຮັບຜິດຊອບຈັດງານຄອນເສີດປີໃຫມ່ລາວ 2023 ທີ່ສູນການຄ້າສະຫວັນໄອເຕັກ ແຂວງ ສະຫວັນນະເຂດ ເຊີ່ງໄດ້ເກີດອຸປະຕິເຫດທີ່ບໍ່ຄາດຄິດຂຶ້ນໃນວັນທີ 15 ເມສາ 2023 ທີ່ຜ່ານມາໄດ້ຊີ້ແຈງວ່າ ຕໍ່ກັບເຫດການ ດັ່ງກ່າວມີຜູ້ໄດ້ຮັບຜົນກະທົບລວມທັງຫມົດ 7 ຄົນ ໃນນັ້ນມີຜູ້ບາດເຈັບ 6 ຄົນ ກັບບ້ານໄດ້ແລ້ວ 4 ຄົນ (ບາດເຈັບເລັກ ຫນ້ອຍ), ຍັງຕິດຕາມອາການ 2 ຄົນ (ບາດເຈັບເລັກຫນ້ອຍ) ແລະ ຜູ້ເສຍຊີວິດ 1 ຄົນ.
ທາງບໍລິສັດຮູ້ສຶກເສຍໃຈເປັນ ຢ່າງຍິ່ງຕໍ່ກັບເຫດການດັ່ງກ່າວ ແລະ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ໄດ້ຮັບຜົນກະທົບໃນເຫດການຄັ້ງນີ້ດ້ວຍ. ທາງບໍລິສັດໄດ້ສະແດງເຈດຈໍານົງພ້ອມຮັບຜິດຊອບຕໍ່ເຫດການທຸກຢ່າງທີ່ເກີດຂຶ້ນ
ໂດຍນັບແຕ່ເກີດເຫດ ບໍລິສັດກໍ່ບໍ່ໄດ້ນິ້ງນອນໃຈ ໄດ້ໃຫ້ການຊ່ວຍເຫຼືອ, ຕິດຕາມເບິ່ງແຍງ ແລະ ປົວແປງສະພາບຈິດໃຈຢ່າງໃກ້ຊິດ ໃນເບື້ອງ ຕົ້ນພວກເຮົາໄດ້ຮັບຜິດຊອບປິ່ນປົວ ແລະ ມອບເງິນຊ່ວຍເຫລືອແກ່ຄອບຄົວ ຜູ້ສູນເສຍ ແລະ ຜູ້ໄດ້ຮັບບາດເຈັບໃນທຸກ ດ້ານຢ່າງເຕັມທີ່.
ຄວາມປອດໄພເປັນສິ່ງທີ່ພວກເຮົາເອົາໃຈໃສ່ຢ່າງຈິງຈັງໃນການຈັດງານ, ປະຈຸບັນພວກເຮົາໄດ້ເລັ່ງດໍາເນີນການ ໂດຍປະສານສົມທົບກັບເຈົ້າຫນ້າທີ່, ອໍານາດການປົກຄອງແຂວງ ສະຫວັນນະເຂດ ແລະ ຜູ້ຊ່ຽວຊານສະເພາະດ້ານ ເພື່ອ ກວດສອບຫາສາເຫດທີ່ກໍ່ໃຫ້ເກີດເຫດການດັ່ງກ່າວ.
ບໍລິສັດຄົມປັນຍາ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບກັບເຫດການທີ່ເກີດໃນຄັ້ງນີ້ດ້ວຍ.
ຄະນະຜູ້ບໍລິຫານ ບໍລິສັດ ຄົມປັນຍາ ເອັນເຕີເທນເມັ້ນ ອີເວັ້ນ ແອນ ອໍແກໄນເຊີ້ ຈໍາກັດ