ໃນລະຫວ່າງວັນທີ 7 ຫາ 11 ພະຈິກ 2022 ຜ່ານມາ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນສຸຂະພາບໜຶ່ງດຽວ ຄັ້ງທີ 7 ຈັດຂຶ້ນທີ່ປະເທດສິງກະໂປ ເຊິ່ງມີຄະນະນຳຂອງກະຊວງສາທາລະນະສຸກ, ກະສິກຳ, ສິງແວດລ້ອມ, ອົງການກາແດງ ແລະ ຊິກວົງເດືອນແດງແຫ່ງຊາດ, ອົງການອະນະໄມໂລກ, ອົງການອາຫານໂລກ, ຜູ້ຊຽວຊານ, ນັກຄົ້ນຄວ້າ ແລະ ວິຊາການກ່ຽວກັບສຸຂະພາບໜຶ່ງເຂົ້າຮ່ວມຫຼາຍກວ່າ 2.000 ຄົນ ແລະ ຍັງມີຜູ້ແທນເຂົ້າຮ່ວມທາງອອນລາຍອີກ 2.000 ກວ່າຄົນໃນທົ່ວໂລກ.
ກອງປະຊຸມໄດ້ຮັບກຽດກ່າວເປີດພິທີໂດຍທ່ານປະທານປະເທດສິງກະໂປ ແລະ ຕິຕາມດ້ວຍການສະເໜີບົດຮຽນໃນການເຝົ້າລະວັງ, ການຄົ້ນຫາ ແລະ ການຕອບໂຕ້ການແຜ່ລະບາດຂອງພະຍາດຈາກສັດ, ຈາກສິ່ງແວດລ້ອມສູ່ຄົນໃນໄລຍະຜ່ານມານອກ. ຈາກນັ້ນ, ຍັງໄດ້ມອບລາງວັນໃຫ້ແກ່ນັກຄົ້ນຄວ້າທີ່ດີເດັ່ນ ເຊິ່ງແຕ່ລະປະເທດນຳມາສະເຫນີໃນກອງປະຊຸມໃນຄັ້ງນີ້ ພ້ອມທັງໄດ້ກຳນົດເອົາແຜນປະຕິບັດງານໃນຕໍ່ໜ້າໄດ້ມີການຮ່ວມມືກັນຢ່າງແຂງແຮງຈາກຫຼາຍພາກສ່ວນເພື່ອອະນາຄົດຂອງໂລກທີ່ດີໃນການປ້ອງກັນ, ຄາດຄະເນ, ກວດພົບ, ຕອບໂຕ້ຕໍ່ໄພຂົ່ມຂູ່ສຸຂະພາບ ແລະ ການປັບປຸງສຸຂະພາບຂອງມວນມະນຸດ, ສັດ, ພືດ, ສິ່ງແວດລ້ອມ ໃນຖານະທີ່ໄດ້ປະກອບສ່ວນເຂົ້າໃນກາພັດທະນາແບບຍືນຍົງ.
ກອງປະຊຸມສາກົນສຸຂະພາບໜຶ່ງດຽວ ໄດ້ດຳເນີນມາແຕ່ປີ 2O11 ທີ່ປະເທດອົດສະຕາລີ ແລະ ດຳເນີນຕິດຕໍ່ກັນມາທຸກ 2 ປີ ໂດຍຜັດປ່ຽນໄປແຕ່ລະປະເທດເປັນເຈົ້າພາບຕາມຄວາມເໝາະສົມ ແລະ ກອງປະຊຸມ ຄັ້ງທີ 8 ໃນ 2 ປີ ຕໍ່ໜ້າຄືປີ 2024 ຈະຈັດຂຶ້ນທີ່ປະເທດອາຟຣິກກາໃຕ້.
ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ປະທານອົງການກາແດງແຫ່ງຊາດລາວ ຍັງໄດ້ພົບປະແລກປຽນບົດຮຽນໃນການຊ່ວຍເຫຼືອຊຸມຊົນເພື່ອປ້ອງການພະຍາດຈາກສັດລ້ຽງມາສູ່ຄອບຄົວຂອງຊຸມຊົນກັບຜູ້ຕາງຫນ້າກາແດງປະເທດເຄນຢ້າ ແລະ ໄປຢ້ຽມຢາມສານເຝຶກອົບຮົມຂອງສະຖາບັນສຸຂະພາບ ສິງກະໂປ