ຈະເປັນແນວໃດ! ເມື່ອສາວງາມຍິ້ມຫວານ ຕ້ອງຮັບບົດນາງຮ້າຍໃນຊີຣີ ຫຼັງພົມແດງ ອາຫົງ ແສງດາລາ

314

ແນະນໍາໃຫ້ຮູ້ຈັກກັບອີກ ໜຶ່ງສາວງາມທີ່ມີຄວາມໂດດເດັ່ນ ແລະ ແຝງໄປດ້ວຍຄວາມສາມາດກັບການຮັບບົດຮ້າຍ              ໃນຊີຣີເລື່ອງທໍາອິດຂອງຊີວິດເລີຍກໍວ່າໄດ້ໃນຫຼັງພົມແດງ ເຊິ່ງຊີຣີເລື່ອງນີ້ຈະເປັນການຕີແຜ່ຊີວິດເບື້ອງຫຼັງຂອງເວທີປະກວດນາງງາມ ແລະ ຄວາມເປັນມາຂອງຕົວລະຄອນແຕ່ລະຕົວວ່າມີຈຸດເລີ່ມຕົ້ນ ແລະ ໄດ້ຜ່ານຜ່າອຸປະສັກຫຍັງມາແດ່ກວ່າຈະມາເຖິງມື້ນີ້ໄດ້ ເຊິ່ງເປັນຊີຣີຟອມໃຫຍ່ແຫ່ງປີ ແລະ ໄດ້ຮວບຮວມເອົາທັງຊາຍແບບ, ນາງງາມລວມທັງອີກຫຼາກຫຼາຍບຸກຄົນທີ່ມີຄວາມສາມາດ ແລະ ມີຊື່ສຽງໃນວົງການບັນເທີງລາວມາຮ່ວມສະແດງຢ່າງຫຼາກຫຼາຍແລະ ພ້ອມກັບທີມງານໂປຣດັກຊັນຄຸນນະພາບຈາກແອັກຊັນໂປຣ ຮ່ວມສ້າງອີກດ້ວຍ ໜຶ່ງໃນນັ້ນກໍຄື ອາຫົງ ແສງດາລາ ໜຶ່ງໃນນັກສະແດງຈາກຊີຣີ ຫຼັງພົມແດງ ນັ້ນເອງ.

ອາຫົງ ໄດ້ໃຫ້ສໍາພາດກັບ ທີມຂ່າວບັນເທີງວ່າສໍາລັບຕົນເອງແລ້ວຄວາມຮູ້ສຶກຄັ້ງທໍາອິດທີ່ຜູ້ໃຫຍ່ເພິ່ນແຈ້ງວ່າ ເຮົາຜ່ານເຂົ້າເປັນນັກສະແດງ ກໍຄືຕື່ນເຕັ້ນ, ດີໃຈຫຼາຍ ແລະ ຂອບໃຈທີ່ທາງຜູ້ໃຫຍ່ເພິ່ນເບິ່ງເຫັນຄວາມຕັ້ງໃຈ ແລະ ໃຫ້ໂອກາດເພາະວ່າຊີຣີເລື່ອງນີ້ເປັນເລື່ອງທໍາອິດຂອງ ອາຫົງເລີຍ.

ໃນເລື່ອງ ຫຼັງພົມແດງ ອາຫົງເອງແມ່ນໄດ້ຮັບບົດເປັນ ຕຸກຕາ ໜຶ່ງໃນຜູ້ເຂົ້າປະກວດທີ່ມີຄວາມແຊບ ແລະ ມີຄວາມຮ້າຍໃນຕົວ ແລະ ຖ້າຖາມວ່າມັກ ຫຼື ປະທັບໃຈຫຍັງໃນຕົວລະຄອນນີ້ ສຳລັບອາຫົງແລ້ວແມ່ນມີຄວາມປະທັບ ໃຈກໍຄືເປັນບົດທີ່ທ້າທາຍຄວາມສາມາດຂອງນ້ອງທີ່ສຸດ.

ສ່ວນໃນຕົວລະຄອນ ແລະຊີວິດຈິງຂອງອາຫົງວ່າມີຄວາມຄືກັນ ຫຼື ແຕກຕ່າງກັນແນວໃດ ຖ້າຖາມອາຫົງແລ້ວ ອາຫົງຄິດວ່າໃນຕົວຈິງຈະມີຈຸດຄືກັນກໍຄືມີຄວາມມຸ່ງໝັ້ນຕັ້ງໃຈໃນການປະກວດຫຼາຍທີ່ສຸດເລີຍ.

ກ່ອນຈະຮອດມື້ເປີດກອງທາງອາຫົງເອງ ແລະ ທີມງານກໍໄດ້ມີການກຽມຕົວກໍຄືກຽມຮ່າງກາຍໃຫ້ພ້ອມມີການຝຶກ ຊ້ອມກັບເພື່ອນນັກສະແດງ ນໍາກັນກ່ອນຈະເປີດກ້ອງຖ່າຍທໍາຕົວຈິງ ເຊິ່ງຕ້ອງບອກເລີຍວ່າຍິ່ງໃກ້ຮອດມື້ຍິ່ງຕື່ນເຕັ້ນແຮງ.

ສໍາລັບຜ່ານມາຜົນງານຂອງອາຫົງເອງສ່ວນໃຫຍ່ກໍຈະມີການເຂົ້າຮ່ວມໂຄງການປະກວດ Miss Universe Laos 2021ໄດ້ທັອບ 10 ແລະ ປະກວດຫຼ້າສຸດຄື Miss Laos 2021 ໄດ້ທັອບ 15 ເຊິ່ງຫຼັງຈາກປະກວດແລ້ວ ກໍຈະມີຜົນງານຖ່າຍແບບ ແລະ ຖ່າຍໂຄສະນາສິນຄ້າທົ່ວໄປເຂົ້າມາເລື້ອຍໆ.

ສຸດທ້າຍນີ້ກິດຈະກຳຍາມວ່າງຂອງອາຫົງເອງ ກໍຈະມັກຈະເບິ່ງຮູບເງົາ, ຟັງເພງ ແລະ ອາຫົງ. ຂໍຝາກຜົນງານຊີຣີ ເລື່ອງທຳອິດຂອງ ອາຫົງແດ່ເດີ ພົບກັນໄວໆນີ້, ຊ່ອງທາງການຕິດຕາມ Ahong Seng dala ນັ້ນເອງ.

ຮູບ: Ahong Sengdala