ຫນຸ່ມຄົນນີ້ທັງເກັ່ງ ແລະ ຄວາມສາມາດຮອບດ້ານອີຫລີເລີຍ ບໍ່ຈະເປັນຜົນງານການຮ້ອງເພງ, ແຕ່ງເພງ ປ່ອຍຜົນງານໃດອອກມາກໍ່ຕິດຫູ, ຕິດໃຈຄົນຟັງເປັນທີ່ສຸດ ແລະ ຫລ້າສຸດນີ້ ກໍ່ເປັນຜົນງານເພງທີ່ສົ່ງບົດເພງເຂົ້າປະກວດ ທາງລົດໄຟລາວຈີນ ກໍ່ຜ່ານເຂົ້າຮອບ 30ບົດເພງເປັນທີ່ຮອບຮ້ອຍແລ້ວ.
ຫນຸ່ມທີ່ກໍາລັງເວົ້າເຖິງຢູ່ນີ້ກໍຄື ຂຸນຄຳ ສິດທິຍົມ ຫຼື ເປັນທີ່ຮູ້ຈັກກັນດີ ໃນນາມຂອງ ຕ່າຍ ອາກາດ ເປັນນັກຮ້ອງ, ນັກແຕ່ງ, ນັກສະແດງ ແລະ ເຮັດວຽກງານສ່ວນໂຕໄປນໍາ ດັ່ງນັ້ນ, ທາງທີມຂ່າວບັນເທີງກໍ່ບໍ່ລໍຊ້າໄດ້ຂໍສໍາພາດຫນຸ່ມຕ່າຍກ່ຽວກັບແຮງບັນດານໃຈໃນການແຕ່ງບົດເພງໃນຄັ້ນນີ້ ເຊິ່ງຫນຸ່ມຕ່າຍບອກວ່າ: ສໍາລັບບົດເພງ “ເສັ້ນທາງລົດໄຟ ສາຍໄຍລາວ-ຈີນ” ເປັນບົດເພງທີ່ເຈົ້າໂຕຫນຸ່ມຕ່າຍອາກາດ ທັງແຕ່ງ ແລະ ຮ້ອງເອງ ເຊິ່ງແຮງບັນດານໃຈໃນການແຕ່ງໃນຄັ້ງນີ້ບໍ່ແມ່ນລາງວັນ ແລະ ກໍ່ບໍ່ແມ່ນຄວາມໂດ່ງດັງ ຫຼື ຊື່ສຽງ ແຕ່ເປັນການປະກອບສ່ວນໃນວຽກງານສະເຫຼີມສະຫຼອງຄວາມສຳເລັດຂອງຊາດ ເຊີ່ງເປັນສີ່ງທີ່ສີນລະປີນ, ນັກຮ້ອງ ແລະ ນັກແຕ່ງ ຄືເຮົາຄວນເຮັດ ເຖິງວ່າເພງຈະໄດ້ເຂົ້າຮອບ ຫຼື ບໍ່ໄດ້ເຂົ້າຮອບກໍ່ຕາມ.
ແຕ່ການແຕ່ງ ແລະ ຮ້ອງຂອງເຮົານັ້ນແມ່ນເຮົາຕ້ອງການສະແດງອອກເຖິງຄວາມດີໃຈ, ມ່ວນຊື່ນ, ຍີນດີ ແລະ ສະເຫຼີມສະຫຼອງໃນວຽກງານພັດທະນາປະເທດ ແລະ ເປັນການກ່າວຍີນດີຕອນຮັບ ລວມເຖິງການເຜີຍແຜ່ ເວົ້າເຖິງຄວາມສຳພັນໃນການຮ່ວມມືຂອງສອງປະເທດລາວ-ຈີນ ເຊີ່ງຕ່າຍຄິດວ່າທຸກຄົນເທດປະເທດລ້ວມແລ້ວແຕ່ມີຄວາມດີໃຈ ແລະ ລໍຖ້າມື້ທີ່ເປີດເສັ້ນທາງລົດໄຟຢ່າງເປັນທາງການ.
ເລື່ອງຂອງລາງວັນເປັນຂອງຂັວນທີ່ທາງຄະນະຜູ້ຈັດງານຢາກມອບໃຫ້ແກ່ບຸກຄົນທີ່ໄດ້ເຮັດວຽກປະກອບສ່ວນໃນການແຕ່ງ ຫຼື ຮ້ອງ ເພື່ອເຜີຍແຜ່ວັດທະນະທຳ ກ່າວຄວາມຍີນດີຜ່ານທາງບົດເພງ ສຳຫຼັບຄວາມຄາດຫວັງຂອງເຮົາຄື ການໄດ້ເຫັນຄົນຟັງເພງຄື ຄົນຟັງໄດ້ມ່ວນຊື່ນ, ຍີນດີໄປກັບບົດເພງທີ່ທຸກຄົນແຕ່ງ ແລະ ຮ້ອງຂື້ນມາຫຼາຍກ່ວາ.
ຈຸດເດັ່ນຂອງບົດນີ້ຄື ຄວາມລຽບງ່າຍ, ຊັດເຈນ, ຟັງງ່າຍ, ເພີດເພີນມ່ວນຊື່ນກັບຈັງວະທີ່ໄວແນ່ ມີດົນຕີທີ່ເປັນເອກກະລັກ ພ້ອມທັງປະສົມປະສານດົນຕີພື້ນເມືອງຂອງສອງປະເທດເຂົ້າກັນຄື: ສຽງແຄນ ແລະ ສຽງສໍ ທີ່ສື່ເຖິງທັງວັດທະນະທຳຂອງລາວ ແລະ ຈີນ ບໍ່ພໍເທົ່ານັ້ນ ບົດເພງຍັງປະສົມປະສານກັບດົນຕີສາກົນ ທີ່ເຮັດໃຫ້ເພງສາມາດຟັງໄດ້ທຸກຄົນ.
ສຸດທ້າຍນີ້ ຕ່າຍຂໍຝາກທຸກຜົນງານເພງທີ່ທຸກຄົນໄດ້ສ້າງຂື້ນໃນຄັ້ງນີ້ ຕ່າຍຄິດວ່າທຸກຄົນກໍ່ຄົງຈະຄິດເຊັ່ນດຽວກັນ ລວມເຖິງຜູ້ທີ່ໄດ້ເຂົ້າຮອບ ຫຼື ບໍ່ໄດ້ເຂົ້າຮອບກໍ່ຕາມ ຢາກໃຫ້ທຸກຄົນສົ່ງເສີມທຸກບົດເພງ ເພາະທຸກເພງນັ້ນລ້ວນແລ້ວແຕ່ເປັນບົດເພງທີ່ເຮັດເພື່ອເປັນຕົວແທນໃນການເຜີຍແຜ່ຄວາມສຳເລັດຂອງຊາດເຮົາ ໃນການຮ່ວມມືກັບຕ່າງປະເທດເພື່ອພັດທະນາປະເທດເຮົາ ຂອບໃຈຫຼາຍໆ ຂໍໃຫ້ທຸກຄົນພາຍໃນປະເທດຈົ່ງມີສຸຂະພາບແຂງແຮງ. ສໍາລັບໃຜທີ່ຍັງບໍ່ໄດ້ຟັັງສາມາດເຂົ້າໄປຮັບຟັງໄດ້ທີ່ ເພຈຂອງ CRI-FM93 ແລະ ຕິດຕາມຜົນງານຂອງຫນຸ່ມຕ່າຍໄດ້ທີ່ເພຈສ່ວນຕົວ TAIY AKARD.
ຮູບ: TAIY AKARD.