ມາເລເຊຍ ຕັ້ງເປົ້າ ປີ 2025 ຈະກາຍເປັນປະເທດພັດທະນາແລ້ວ-ລາຍໄດ້ສູງ

304

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ​ລັດ​ຖະ​ບານ​ມາ​ເລ​ເຊຍ​ໄດ້​ຕັ້ງ​ເປົ້າ ແຕ່​ນີ້ ຮອດ​ປີ 2025 ກະ​ຕຸ້ນ​ເສດ​ຖະ​ກິດ​ໃຫ້​ຂະ​ຫຍາຍ​ຕົວ 4,5-5,5% ຕໍ່​ປີ, ພ້ອມ​ທັງ​ຍົກ​ລະ​ດັບ​ລາຍ​ໄດ້​ຂອງ​ພາກ​ຄົວ​ເຮືອນ​ສະ​ເລ່ຍ 10.000 ຣິງ​ກີ​ດ​ຕໍ່​ເດືອນ ​ພາຍ​ໃນ​ປີ 2025.

ທ່ານ ອິ​ສ​ມາ​ອິ​ລ ຊາບ​ຣີ ຢາ​ຄ໊ອບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ໄດ້​ຖະ​ແຫຼງ​ຕໍ່​ກອງ​ປະ​ຊຸມ​ສະ​ພາ​ກ່ຽວ​ກັບ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ 5 ປີ ຄັ້ງ​ທີ 12 (2021-2025) ໂດຍ​ມີ​ຫົວ​ຂໍ້​ວ່າ: ຄອບ​ຄົວ​ມາ​ເລ​ເຊຍ-ຈະ​ເລີນ​ກ້າວ​ໜ້າ, ມີ​ສ່ວນ​ຮ່ວມ ແລະ ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ.

ພາຍ​ໃຕ້​ແຜນ​ພັດ​ທະ​ນາ​ດັ່ງ​ກ່າວ ພາຍ​ໃນ​ປີ 2025 ມາ​ເລ​ເຊຍ​ຈະ​ກ້າວ​ຂຶ້ນ​ເປັນ​ປະ​ເທດ​ໄຮ​ເທັກ, ມີ​ລາຍ​ໄດ້​ຕໍ່​ຫົວ​ປະ​ຊາ​ກອນ​ສູງ ແລະ ເປັນ​ປະ​ເທດ​ທີ່​ປະ​ຊາ​ກອນ​ມີ​ຊີ​ວິດ​ທີ່​ດີ​ຂຶ້ນ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ຍັງ​ສັນ​ຍາ​ວ່າ ຈະ​ກຳ​ຈັດ​ບັນ​ຫາ​ຄວາມ​ແຕກ​ໂຕນ​ທາງ​ເສດ​ຖະ​ກິດ​ລະ​ຫວ່າງ​ບັນ​ດາ​ແຂວງ​ພາກ​ກາງ​ກັບ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ໂດຍ​ການ​ເພີ່ມ​ງົບ​ປະ​ມານ​ພັດ​ທະ​ນາ​ທ້ອງ​ຖິ່ນ​ຂຶ້ນ 50% ຕັ້ງ​ເປົ້າຫຼຸດ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ລົງ 43% ພາຍ​ໃນ​ປີ 2030, ສົ່ງ​ເສີມ​ເຕັກ​ໂນ​ໂລ​ຊີ​ພະ​ລັງ​ງານ​ສະ​ອາດ ແລະ ຢຸດ​ຕິ​ໂຄງ​ການ​ກໍ່​ສ້າງ​ໂຮງ​ໄຟ​ຟ້າ​ພະ​ລັງ​ງານ​ຖ່ານ​ຫີນ​(ໂຄງ​ການໃໝ່) ໃນ​ອະ​ນາ​ຄົດ.

ໃນ​ໄລ​ຍະ​ຜ່ານ​ມາ ເຖິງ​ແມ່ນ​ວ່າ ມາ​ເລ​ເຊຍ​ຈະ​ປະ​ເຊີນ​ກັບ​ອຸ​ປະ​ສັກ​ຕ່າງໆ​ນາໆ ເປັນ​ຕົ້ນ ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ແກ່​ຍາວ ແລະ ຄວບ​ຄຸມ​ໄດ້​ຍາກ ແຕ່​ເສດ​ຖະ​ກິດມາ​ເລ​ເຊຍ​ກໍ​ມີ​ທ່າ​ອ່ຽງ​ຟື້ນ​ຕົວ ຫຼັງ​ກິດ​ຈະ​ກຳ​ທາງ​ເສດ​ຖະ​ກິດ​ກັບ​ຄືນ​ມາ​ອີກ​ຄັ້ງ.

ລັດ​ຖະ​ບານ​ມາ​ເລ​ເຊຍ​ຄາດ​ການ​ວ່າ ການ​ຜະ​ລິດ​ພາຍ​ໃນ​ຈະ​ຂະ​ຫຍາຍ​ຕົວ​ປະ​ມານ 4-5% ຂະ​ນະ​ທີ່​ກິ​ດ​ຈະ​ກຳ​ດ້ານ​ເສດ​ຖະ​ກິດ​ຂອງ​ພາກ​ເອ​ກະ​ຊົນ​ກໍ​ມີ​ທ່າ​ອ່ຽງ​ວ່າ​ຈະ​ຟື້ນ​ຕົວ ແລະ ຈະ​ເປັນ​ແຮງ​ຍູ​ສຳ​ຄັນ​ທີ່​ຈະ​ເຮັດ​ໃຫ້​ເສດ​ຖະ​ກິດ​ມາ​ເລ​ເຊຍ​ຂະ​ຫຍາຍ​ຕົວ​ຕາມ​ເປົ້າ​ໝາຍ ໂດຍ​ລັດ​ຖະ​ບານ​ຈະ​ວາງ​ນະ​ໂຍ​ບາຍ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເງິນ-ການ​ທະ​ນາ​ຄານ​ຄວບ​ຄູ່​ກັນ​ໄປ.

ໃນ​ຂະ​ນະ​ດຽວ​ກັນ​ລັດ​ຖະ​ບານ​ຈະ​ສົ່ງ​ເສີມ​ທຸ​ລະ​ກິດ​ຂະ​ໜາດ​ກາງ ແລະ ຂະ​ໜາດ​ນ້ອຍ ພ້ອມ​ທັງ​ສົ່ງ​ເສີມ​ກິດ​ຈະ​ກຳ​ສຳ​ຄັນໆ ເຊິ່ງ​ຈະ​ຊ່ວຍ​ສ້າງ​ລາຍ​ໄດ້​ເຂົ້າ​ປະ​ເທດ ເຊັ່ນ: ໄຟ​ຟ້າ-ເອ​ເລັກ​ໂຕ​ຣ​ນິກ, ພາກ​ບໍ​ລິ​ການ ເຊັ່ນ: ການ​ບິນ, ອຸດ​ສາ​ຫະ​ກຳ​ອາ​ຫານ ຮາ​ລານ, ທຸ​ລະ​ກິດ​ດ້ານ​ຊີ​ວະ​ພາບ ແລະ ສົ່ງ​ເສີມ​ແນວ​ຄິດ​ການ​ປູກ-ການ​ລ້ຽງ​ຢ່າງ​ຊານ​ສະຫຼາດ.