ທະນາຄານກາງຈີນ ອັດສີດເງິນເສີມສະພາບຄ່ອງອີກ 17 ຕື້ໂດລາ

462

ສຳນັກຂ່າວຕ່າງປະເທດລາຍງານວ່າ ທະນາຄານ ແຫ່ງ ສປ ຈີນ ໄດ້ອັດສີດເງິນເຂົ້າສູ່ລະບົບຈຳນວນ 110 ຕື້ຢວນ ຫຼື ປະມານ 17 ຕື້ໂດລາສະຫະລັດ ເຊິ່ງເປັນຈຳນວນເງິນຫຼາຍທີ່ສຸດໃນຮອບ 8 ເດືອນ, ຫຼັງຈາກຕະຫຼາດໄດ້ຮັບແຮງກົດດັນຈາກຄວາມກັງວົນ ກ່ຽວກັບວິກິດໜີ້ສິນຂອງກຸ່ມບໍລິສັດ ຊາຍນາ ເອເວີແກຣນ ເຊິ່ງເປັນບໍລິສັດອະສັງຫາລິມະຊັບລາຍໃຫຍ່ອັນດັບ 2 ຂອງຈີນ.


ນັກລົງທຶນໃນຕະຫຼາດການເງິນຄາດການວ່າ ຄວາມເຄື່ອນໄຫວຂອງທະນາຄານກາງຈີນໃນຄັ້ງນີ້ ມີເປົ້າໝາຍເຮັດໃຫ້ຕະຫຼາດຜ່ອນຄາຍຄວາມວິຕົກກັງວົນກ່ຽວກັບຄວາມເປັນໄປໄດ້ທີ່ບໍລິສັດເອເວີແກຣນ ຈະຜິດນັດຊຳລະໜີ້, ທັງນີ້ ບໍລິສັດມີກຳນົດຊຳລະດອກເບ້ຍຫຸ້ນກູ້ 2 ງວດໃນເດືອນກັນຍາ 2021 ໂດຍກຳນົດຈ່າຍດອກເບ້ຍໃນວົງເງິນ 232 ລ້ານຢວນ ສຳລັບຫຸ້ນກູ້ທີ່ຈະຄົບກຳນົດໄຖ່ຖອນໃນເດືອນກັນຍາ 2025 ແລະ ເປັນກຳນົດຈ່າຍດອກເບ້ຍອີກກ້ອນໜຶ່ງໃນວົງເງິນ 83,5 ລ້ານໂດລາສະຫະລັດ ສຳຫຼັບຫຸ້ນກູ້ທີ່ຄົບກຳນົດໄຖ່ຖອນໃນເດືອນມີນາ 2022.


ທັງນີ້ ເມື່ອວັນທີ 17 ກັນຍາຜ່ານມາ ທະນາຄານກາງຈີນ ໄດ້ອັດສີດສະພາບຄ່ອງເຂົ້າສູ່ລະບົບການເງິນມາຄັ້ງໜຶ່ງແລ້ວໃນວົງເງິນ 90 ຕື້ຢວນ ເພື່ອຮັກສາສະພາບຄ່ອງໃນລະບົບການເງິນ.


ຫຼ້າສຸດ ສະຖາບັນຈັດອັນດັບຄວາມໜ້າເຊື່ອຖື “ຟີທ ເຣທຕິ້ງ” ໄດ້ປັບຫຼຸດການຄາດການຂະຫຍາຍຕົວຂອງເສດຖະກິດຈີນປີ 2021 ລົງຈາກ 8,4% ຫຼຸດລົງມາເຫຼືອ 8,1% ໂດຍໃຫ້ເຫດຜົນວ່າ ການສະລໍຕົວຂອງພາກອະສັງຫາລິມະຊັບຂອງຈີນ ຈະສົ່ງຜົນກະທົບຕໍ່ອຸປະສົງພາຍໃນປະເທດ.