ທ່ານລີຊຽນລຸງ ຈະລາອອກຈາກຕຳແໜ່ງນາຍົກສິງກະໂປ ໃນວັນທີ 15 ພຶດສະພາ

15

ຂ່າວຊີອາໄອລາຍງານວ່າ: ວັນທີ 15 ເມສານີ້, ທ່ານລີຊຽນລຸງ ນາຍົກລັດຖະມົນຕີສິງກະໂປ ປະກາດຜ່ານສື່ສັງຄົມອອນລາຍວ່າ ທ່ານຈະລາອອກຈາກຕຳແໜ່ງໃນວັນທີ 15 ພຶດສະພາໜ້ານີ້, ທັງສະເໜີຢ່າງເປັນທາງການຕໍ່ປະທານາທິບໍດີໃຫ້ແຕ່ງຕັ້ງທ່ານລໍເຣີນ ວອງ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການເງິນ ຂຶ້ນຮັບຕຳແໜ່ງນາຍົກແທນ.

ທ່ານ ລໍເຣີນ ວອງ ຈະສາບານຕົວ ຂຶ້ນຮັບຕຳແໜ່ງນາຍົກສິງກະໂປຄົນໃໝ່ ໃນເວລາ 20 ໂມງຂອງວັນທີ 15 ພຶດສະພາ 2024.

ຂະນະທີ່ທ່ານ ລໍເຣີນ ວອງ ກ່າວຜ່ານສື່ສັງຄົມອອນລາຍວ່າ: ທ່ານຈະອອກແຮງສຸດຂີດເພື່ອແບກຫາບໜ້າທີ່ຮັບຜິດຊອບໃໝ່ຂອງຕົນທີ່ເປັນນາຍົກສິງກະໂປ, ຫວັງວ່າປະຊາຊົນສິງກະໂປຈະໃຫ້ຄວາມເຊື່ອໝັ້ນ ແລະ ສະໜັບສະໜູນທ່ານ.  ທ່ານຍັງຮຽກຮ້ອງໃຫ້ຊາວສິງກະໂປທຸກຖ້ວນໜ້າຈົ່ງພາກັນເກາະແຂນກັນກັບທ່ານ ເພື່ອຮ່ວມກັນສ້າງອະນາຄົດທີ່ດີງາມ.