ຄວາມຄືບໜ້າແຜນສ້າງທາງດ່ວນ 6 ເສັ້ນ

177

ໃນ 2 ປີເຄິ່ງ ຂອງການຈັດຕັ້ງແຜນພັດທະນາ 5 ປີ ( 2021 – 2025 ) ຂະແໜງໂຍທາທິການ ແລະ ຂົນສົ່ງ ໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງ ເພື່ອເຊື່ອມຈອດພາກພື້ນໃນຮູບແບບການລົງທຶນຂອງລັດ, ຮູບແບບ BOT ແລະ PPPs. ໂດຍສຸມໃສ່ການສ້າງທາງດ່ວນ ທີ່ຈະເຊື່ອມຕໍ່ແລວເສດຖະກິດເໜືອ – ໃຕ້ ແລະ ແລວເສດຖະກິດຕາວັນອອກ – ຕາເວັນຕົກ ດ້ວຍ 6 ເສັ້ນທາງ.

ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີ ກະຊວງ ຍທຂ ລາຍງານໃນກອງປະຊຸມສະຫຼຸບວຽກງານ ຍທຂ ປະຈຳປີ 2023 ຜ່ານມາວ່າ: ໃນເຄິ່ງສະໄໝຜ່ານມາ ໄດ້ເອົາໃຈໃສ່ໃນການຕິດຕາມ ແລະ ຊຸກຍູ້ ບັນດາທາງດ່ວນທີ່ເປັນບຸລິມະສິດ ແລະ ມີເງື່ອນໄຂທັງໝົດ 6 ເສັ້ນ. ປັດຈຸບັນສາມາດກໍ່ສ້າງສຳເລັດ ຊ່ວງທີ 1 ນະຄອນຫຼວງວຽງຈັນ – ວັງວຽງ ລວງຍາວ 109 ກິໂລແມັດ ຂອງທາງດ່ວນ ວຽງຈັນ – ບໍ່ເຕັນ ເມື່ອທຽບໃສ່ຄາດໝາຍໃນໄລຍະ 5 ປີ 2021 – 2025 ຈະໃຫ້ກໍ່ສ້າງສໍາເລັດ ປະມານ 1.097,15 ກິໂລແມັດ ແມ່ນເທົ່າກັບ 9,3% ຂອງແຜນ, ລາຍລະອຽດການຈັດຕັ້ງປະຕິບັດບັນດາທາງດ່ວນມີດັ່ງລຸ່ມນີ້:

(1) ທາງດ່ວນ ແຕ່ນະຄອນຫຼວງວຽງຈັນ – ບໍ່ເຕັນ ໄດ້ແບ່ງອອກເປັນ 4 ຊ່ວງ ຄື: ຊ່ວງທີ 1 ນະຄອນຫຼວງວຽງຈັນ – ວັງວຽງ ລວງຍາວ 109 ກິໂລແມັດ ໄດ້ສຳເລັດການກໍ່ສ້າງ ແລະ ເປີດໃຫ້ບໍລິການຕັ້ງແຕ່ປີ 2021 ເປັນຕົ້ນມາ; ຊ່ວງທີ 2 ວັງວຽງ -ຫຼວງພະບາງ ໄດ້ສຳເລັດໂດຍພື້ນຖານການສຳຫຼວດ – ອອກແບບ ເບື້ອງຕົ້ນ; ຊ່ວງທີ 3 ຫຼວງພະບາງ – ອຸດົມໄຊ ຢູ່ໃນຂັ້ນຕອນພິຈາລະນາບົດບັນທຶກຮ່ວມມືພັດທະນາກັບຜູ້ລົງທຶນ ແລະ ຊ່ວງທີ 4 ອຸດົມໄຊ – ບໍ່ເຕັນ ໄດ້ເຊັນ MOU ຮ່ວມກັບບັນດາບໍລິສັດທີ່ຈະມາພັດທະນາ ປັດຈຸບັນໄດ້ເຫັນດີຕໍ່ອາຍຸ MOU ແລະ ກຳລັງຢູ່ໃນຂັ້ນຕອນພິຈາລະນາປັບປຸງ MOU ກັບຜູ້ລົງທຶນ.
(2) ທາງດ່ວນ ແຕ່ ບໍ່ເຕັນ ແຂວງຫຼວງນໍ້າທາ ຫາ ຫ້ວຍຊາຍ ແຂວງບໍ່ແກ້ວ ລວງຍາວປະມານ 176,29 ກິໂລແມັດ, ກະຊວງແຜນການ ແລະ ການລົງທຶນ ໄດ້ແຈ້ງຜູ້ລົງທຶນສະເໜີຮ່າງສັນຍາສຳປະທານຂອງໂຄງການດັ່ງກ່າວ ເພື່ອຮ່ວມກັນຄົ້ນຄວ້າ ເພື່ອລາຍງານລັດຖະບານພິຈາລະນາ.


(3) ທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ປາກເຊ: ລັດຖະບານໄດ້ຮັບຮອງໂດຍພື້ນຖານ ໂດຍແບ່ງອອກເປັນ 5 ຊ່ວງ ຄື: ຊ່ວງທີ 1 ແຕ່ນະຄອນຫຼວງວຽງຈັນ ຫາ ແຂວງບໍລິຄຳໄຊ ລວງຍາວປະມານ 127,6 ກິໂລແມັດ, ຜູ້ລົງທຶນ ບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງຂົວທາງ ຈຳກັດ. ປັດຈຸບັນສຳເລັດການເກັບກຳຂໍ້ມູນຕອນດິນທີ່ໄດ້ຮັບຜົນກະທົບໃນຂອບເຂດຂອງນະຄອນຫຼວງວຽງຈັນ ແລະ ພວມດຳເນີນການເກັບກຳຂໍ້ມູນຕອນດິນທີ່ຖືກຜົນກະທົບຢູ່ເຂດເມືອງທ່າພະບາດ ແຂວງ ບໍລິຄຳໄຊ; ຊ່ວງທີ 2 ແຕ່ປາກຊັນ ແຂວງບໍລິຄຳໄຊ ຫາ ທ່າແຂກ ( ແຍກທາງເລກ 12 ) ແຂວງຄຳມ່ວນ ລວງຍາວ 164 ກິໂລແມັດ. ປັດຈຸບັນ ບໍລິສັດຜູ້ລົງທຶນ ຢູນນານ ຊັນນີ ໄດ້ມາວາງເງິນຄໍ້າປະກັນສໍາລັບການຕໍ່ອາຍຸ MOU ການສຶກສາຄວາມເປັນໄປໄດ້ຂອງໂຄງການ ຈົນຮອດວັນທີ 30 ມີນາ 2024 ແລະ ກຳລັງພິຈາລະນາ ການສະເໜີແຜນວຽກການສຶກສາສຳຫຼວດ ເພື່ອສືບຕໍ່ຈັດຕັ້ງປະຕິບັດ; ຊ່ວງທີ 3 ແຕ່ທ່າແຂກ (ແຍກທາງເລກ 12) ແຂວງຄຳມ່ວນ ຫາ ແຂວງ ສະຫວັນນະເຂດ ( ແຍກທາງເລກ 9B ) ລວງຍາວ 116,9 ກິໂລແມັດ. ຜູ້ລົງທຶນ ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງຂົວທາງ ຈຳກັດ ໄດ້ເຊັນ MOU ກັບກະຊວງ ຍທຂ ເພື່ອສຶກສາຄວາມເປັນໄປໄດ້ ແລະ ໄດ້ໝົດອາຍຸ ໃນວັນທີ 4 ທັນວາ 2019 ຜ່ານມາ. ປັດຈຸບັນ ບໍລິສັດ ໄດ້ສະເໜີຂໍຕໍ່ອາຍຸ MOU ເຊິ່ງຍັງຢູ່ໃນຂັ້ນຕອນເຈລະຈາທາງດ້ານເນື້ອໃນຂອງບົດບັນທຶກ; ຊ່ວງທີ 4 ແຕ່ ແຂວງສະຫວັນນະເຂດ ( ແຍກທາງເລກ 9B ) ຫາ ແຂວງສາລະວັນ ( ແຍກທາງເລກ 15 ) ລວງຍາວ 128 ກິໂລແມັດ ໄດ້ໝົດອາຍຸບົດບັນທຶກຄວາມເຂົ້າໃນ ( MOU ) ແລະ ບໍ່ສາມາດຕໍ່ອາຍຸ ກັບ ບໍລິສັດຮ່ວມທຶນໄດ້ ຍ້ອນວ່າບໍ່ໄດ້ວາງເງິນຄໍ້າປະກັນເພື່ອຕໍ່ອາຍຸຕາມລະບຽບການຂອງ ສປປ ລາວ. ປັດຈຸບັນສືບຕໍ່ຕິດຕາມການສະເໜີຂອງບໍລິສັດ ຜູ້ລົງທຶນ ແລະ ຊ່ວງທີ 5 ແຕ່ແຂວງສາລະວັນ ( ແຍກທາງເລກ 15 ) ຫາ ປາກເຊ ແຂວງ ຈຳປາສັກ ລວງຍາວ 82 ກິໂລແມັດ, ຄວາມຄືບໜ້າກົມສົ່ງເສີມການລົງທຶນ ໄດ້ຄົ້ນຄວ້າການສະເໜີເຈດຈຳນົງໃນການລົງທຶນຂອງ 2 ບໍລິສັດ ເຊິ່ງຜ່ານການຄັດເລືອກ ໄດ້ພິຈາລະນາ ບໍລິສັດ ເຄວີ ຈຳກັດຜູ້ດຽວ ເຮັດບົດບັນທຶນຄວາມເຂົ້າໃຈ ( MOU ) ໃນການລົງທຶນ. ປັດຈຸບັນຢູ່ໃນຂັ້ນຕອນເຈລະຈາຮ່າງເນື້ອໃນບັດບັນທຶກ.


(4) ໂຄງການທາງດ່ວນ ( ແລວໃໝ່ ) ຂະໜານທາງເລກທີ 12 ແຕ່ຂົວມິດຕະພາບ ລາວ – ໄທ ແຫ່ງທີ 3 ເມືອງທ່າແຂກ ຫາ ຊາຍແດນ ລາວ – ຫວຽດນາມ ( ນາເພົ້າ – ຈໍຫຼໍ ) ແຂວງຄຳມ່ວນ ລວງຍາວ 137,1 ກິໂລແມັດ ໄດ້ສຳເລັດການຮັບຮອງບົດສຶກສາ ຄວາມເປັນໄປໄດ້ທາງດ້ານເສດຖະກິດ – ເຕັກນິກ, ປັດຈຸບັນກົມສົ່ງເສີມການລົງທຶນ ກໍາລັງຄົ້ນຄວ້າການຕໍ່ບົດບັນທຶກ ຄວາມເຂົ້າໃຈ ( MOU ) ໃຫ້ບໍລິສັດຜູ້ລົງທຶນ.

(5) ໂຄງການທາງດ່ວນ ( ແລວໃໝ່ ) ແຕ່ທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ບ້ານນາຊ່າງເຫຼັກ ເມືອງທຸລະຄົມ ແຂວງວຽງຈັນ ລວງຍາວປະມານ 28 ກິໂລແມັດ ໄດ້ເຊັນ MOU ແລະ ໄດ້ຕໍ່ອາຍຸ 1 ຄັ້ງ ຮອດເດືອນ 10/2022 ຜ່ານມາ. ປັດຈຸບັນກຳລັງຢູ່ໃນຂັ້ນຕອນການກວດກາແບບລະອຽດຂອງໂຄງການ ( Detail Design ) ແລະ ໄດ້ນຳສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງປະກອບຄໍາເຫັນຕໍ່ກັບການອອກແບບຂອງໂຄງການດັ່ງກ່າວ.

(6) ໂຄງການທາງດ່ວນ ແລວທາງຕັດໃໝ່ ແຕ່ນະຄອນຫຼວງວຽງຈັນ – ແຂວງໄຊສົມບູນ – ແຂວງຊຽງຂວາງ – ແຂວງ ຫົວພັນ ຫາຊາຍແດນລາວ – ຫວຽດນາມ ( ດ່ານສາກົນນໍ້າໂສຍ ) ລວງຍາວ 400 ກິໂລແມັດ ໄດ້ແບ່ງອອກເປັນ 4 ຊ່ວງ ຄື: ຊ່ວງທີ 1 ແຕ່ຫຼັກ 21 ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ເມືອງອານຸວົງ ແຂວງໄຊສົມບູນ ລວງຍາວ 110 ກິໂລແມັດ; ຊ່ວງທີ 2 ແຕ່ເທສະບານເມືອງອານຸວົງ ແຂວງໄຊສົມບູນ – ບ້ານນາຫອຍ ເມືອງແປກ ແຂວງ ຊຽງຂວາງ ລວງຍາວ 75 ກິໂລແມັດ; ຊ່ວງທີ 3 ແຕ່ບ້ານນາຫອຍ ເມືອງແປກ ແຂວງ ຊຽງຂວາງ ຫາ ເທສະບານເມືອງຫົວເມືອງ ແຂວງຫົວພັນ ລວງຍາວ 120 ກິໂລແມັດ ປັດຈຸບັນຢູ່ໃນຂັ້ນຕອນເກັບກໍາຂໍ້ມູນເບື້ອງຕົ້ນການສຶກສາ ຄວາມເປັນໄປໄດ້ຂອງໂຄງການ ເຫັນວ່າບໍ່ມີຄວາມຄືບໜ້າເທົ່າທີ່ຄວນ ແລະ ຊ່ວງທີ 4 ແຕ່ ເທສະບານເມືອງຫົວເມືອງ ແຂວງຫົວພັນ ຫາ ຊາຍແດນ ລາວ – ຫວຽດນາມ ( ດ່ານນໍ້າໂສຍ ) ລວງຍາວປະມານ 95 ກິໂລແມັດ ປັດຈຸບັນ ບໍລິສັດ ຜູ້ລົງທຶນກຳລັງສຶກສາສຳຫຼວດແລວທາງເບື້ອງຕົ້ນການສຶກສາຄວາມເປັນໄປໄດ້ຂອງໂຄງການ ເຫັນວ່າບໍ່ມີ ຄວາມຄືບໜ້າເທົ່າທີ່ຄວນ.