ສະຫຼອງການເປີດນໍາໃຊ້ຂົວມິດຕະພາບ ລາວ – ໄທ ແຫ່ງທີ I ຄົບຮອບ 30 ປີ

8

ພິທີສະເຫຼີມສະຫຼອງການເປີດນໍາໃຊ້ຂົວມິດຕະພາບ ລາວ – ໄທ ແຫ່ງທີ I ຄົບຮອບ 30 ປີ ມີຂຶ້ນໃນວັນທີ 21 ເມສາ 2024 ໂດຍມີການສະຫຼອງທັງ 2 ຝ່າຍ ຄື: ເບື້ອງລາວ ແລະ ເບື້ອງໄທ.
ສະເພາະເບື້ອງລາວ ແມ່ນມີພິທີໃສ່ບາດຕອນເຊົ້າ ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງ ວຽງຈັນ, ທ່ານ ສົມພົບ ສະມິຕະສິຣີ ຜູ້ວ່າຣາຊະການຈັງຫວັດໜອງຄາຍ ແລະ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົສຕຣາລີ ພ້ອມດ້ວຍພະນັກງານ ແລະ ມວນຊົນເຂົ້າຮ່ວມ.


ພິທີທາງສາສະໜາໃສ່ບາດ ໂດຍມີພະສົງຈາກ ລາວ ແລະ ໄທ ເບື້ອງລະ 31 ອົງ ເພື່ອສີລິມຸງຄຸນໃຫ້ແກ່ການເປີດນໍາໃຊ້ຂົວມິດຕະພາບ ລາວ – ໄທ ແຫ່ງທີ 1 ຄົບຮອບ 30 ປີ ແລະ ເພື່ອຄວາມເປັນສີລິມຸງຄຸນ ແລະ ຄວາມຈະເລີນຮຸ່ງເຮືອງກ້າວໜ້າຂອງການຮ່ວມມືທີ່ດີ; ພ້ອມນັ້ນກໍໄດ້ຮ່ວມກັນຈູດທຽນໄຊ, ທວາຍເຄື່ອງສັງຄະທານ ແລະ ປ່ອຍນົກສັນຕິພາບ ຈໍານວນ 31 ໂຕ ໂດຍທ່ານ ອາດສະພັງທອງ ສີພັນດອນ, ທ່ານ ສົມພົບ ສະມິຕະສິຣີ ແລະ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົສຕຣາລີ.
ຫຼັງຈາກນັ້ນ, ການນໍາຝ່າຍລາວ ແລະ ການນໍາຄະນະສະຖານທູດອົສຕຣາລີ ກໍໄດ້ຢ້ຽມຊົມງານວາງສະແດງຮູບພາບຢູ່ບໍລິເວນຂົວມິດຕະພາບເບື້ອງລາວຕື່ມອີກ.

ຂະນະທີ່ຢູ່ເບື້ອງປະເທດໄທ ແມ່ນຈັດຢູ່ສົ້ນຂົວເບື້ອງໜອງຄາຍ ໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ; ທ່ານ ປານປຣີ ພະຫິດທານຸກອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ແລະ ທ່ານ ນາງ ໂຣບີນ ມູດີ ( Robyn MUDIE ) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ຮັບຜິດຊອບວຽກງານຂົງເຂດອາຊີຕາເວັນອອກສ່ຽງໃຕ້ແຫ່ງ ອົສຕຣາລີ; ມີເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ວ່າຈັງຫວັດໜອງຄາຍ, ບັນດາຮອງລັດຖະມົນຕີ, ທູຕານຸທູດ ແລະ ພະນັກງານທີ່ກ່ຽວຂ້ອງຂອງທັງສາມຝ່າຍເຂົ້າຮ່ວມ.


ໃນພິທີ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍສໍາຄັນຂອງການກໍ່ສ້າງຂົວມິດຕະພາບ ລາວ – ໄທ ແຫ່ງທີ I ເຊິ່ງເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ມີມາແຕ່ດົນນານຂອງປະຊາຊົນສອງຊາດ ລາວ – ໄທ ທັງສອດຄ່ອງກັບທ່າອ່ຽງຂອງການຂະຫຍາຍຕົວຂອງການຮ່ວມມື ເພື່ອການພັດທະນາໃນພາກພື້ນ ກໍຄືການນໍາໃຊ້ທີ່ຕັ້ງຍຸດທະສາດອັນສໍາຄັນຂອງສອງປະເທດ ຢູ່ອະນຸພາກພື້ນລຸ່ມແມ່ນໍ້າຂອງ ແລະ ອາຊີຕາເວັນອອກສ່ຽງໃຕ້ ໃນການເຊື່ອມໂຍງ – ເຊື່ອມຈອດພື້ນຖານໂຄງລ່າງ, ການຄົມມະນາຄົມ – ຂົນສົ່ງ, ການຄ້າ – ການລົງທຶນ, ການທ່ອງທ່ຽວ ແລະ ການໄປ – ມາຫາສູ່ກັນ ລະ ຫວ່າງປະຊາຊົນສອງຊາດ ລາວ – ໄທ ກໍຄືກັບບັນດາປະເທດໃນອະນຸພາກພື້ນ ໃຫ້ເກີດຜົນປະໂຫຍດສູງສຸດຮ່ວມກັນ, ທັງເປັນການສອດຄ່ອງກັບນະໂຍບາຍຂອງລັດຖະບານ ສປປ ລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ເປັນປະເທດເຊື່ອມຈອດໃນພາກພື້ນ ແລະ ເປັນໜຶ່ງໃນບຸລິມະສິດຂອງແຜນແມ່ບົດອາຊຽນ ໃນການເຊື່ອມໂຍງ-ເຊື່ອມຈອດ 2025.

ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນຕື່ມວ່າ: ຜົນສໍາເລັດຂອງການກໍ່ສ້າງຂົວມິດຕະພາບຂ້າມນໍ້າຂອງແຫ່ງທໍາອິດນີ້ ໄດ້ກາຍເປັນປະຕູ ຫຼື ດ່ານສາກົນແຫ່ງທໍາອິດ ທີ່ເຊື່ອມຕໍ່ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ແລະ ໄດ້ເປັນຕົ້ນແບບ ໃນການສ້າງຂົວມິດຕະພາບ ລາວ – ໄທ ແຫ່ງທີ II, III, IV ແລະ ຂົວແຫ່ງທີ V ທີ່ການກໍ່ສ້າງໃກ້ຈະສໍາເລັດ ແລະ ມີແຜນຈະເປີດນໍາໃຊ້ໃນທ້າຍປີ 2024 ນີ້.
ນອກຈາກນີ້, ຂົວມິດຕະພາບ ລາວ – ໄທແຫ່ງນີ້ ຍັງເປັນສັນຍະລັກອັນສໍາຄັນທາງປະຫວັດສາດ ແຫ່ງການຮ່ວມມືຢ່າງມີປະສິດທິຜົນ ລະຫວ່າງ ລັດຖະບານລາວ, ໄທ ແລະ ອົສຕຣາລີ.


ຂົວມິດຕະພາບ ລາວ – ໄທ ແຫ່ງທີ I ( ນະຄອນຫຼວງວຽງຈັນ – ຈັງຫວັດໜອງຄາຍ ) ໄດ້ເລີ່ມຕົ້ນກໍ່ສ້າງໃນເດືອນພະຈິກ 1991 ແລະ ໄດ້ເປີດນໍາໃຊ້ຢ່າງເປັນທາງການໃນເດືອນເມສາ 1994 ໂດຍໄດ້ຮັບການຊ່ວຍເຫຼືອສະໜັບສະໜູນດ້ານທຶນຮອນໃນການກໍ່ສ້າງຈາກລັດຖະບານອົສຕຣາລີ ໃຫ້ປະຊາຊົນລາວ ແລະ ປະຊາຊົນໄທ ເຊິ່ງນັບແຕ່ປີ 1994 – 2023 ມີຜູ້ໂດຍສານປະມານ 80 ລ້ານກວ່າເທື່ອຄົນ ແລະ ມີພາຫະນະປະມານ 11 ລ້ານກວ່າຄັນ ທີ່ໄດ້ຜ່ານຂົວມິດຕະພາບ ລາວ – ໄທ ແຫ່ງນີ້.