ກຽມຕ້ອນຮັບ Miss Universe 2023 ມາຢ້ຽມຢາມລາວເປັນຄັ້ງປະຫວັດສາດ

70

ໂອ້ຍຕື່ນເຕັ້ນທີ່ສຸດ! ງານນີ້ແຟນໆນາງງາມຕ້ອງຂົນລຸກໄປຕາມໆກັນ ແລະ ຖືໄດ້ວ່າເປັນຄັ້ງປະຫວັດສາດເລີຍ ເມື່ອນາງງາມຈັກກະວານ Miss Universe 2023 Sheynnis Palacios ຈະເດີນທາງມາຢ້ຽມຢາມປະເທດລາວ ໃນວັນທີ 5 ເມສາ 2024 ນີ້.

ເພື່ອເປັນການຕ້ອນຮັບ ແລະ ຍິນດີຕ້ອນຮັບສູ່ປະເທດລາວ Miss Universe 2023 ເລີ່ມເລີຍແຟນໆຮ່ວມໃຈກັນໄປຮັບ ເຊນີສ ສ້າງປະຫວັດສາດ ສະໜາມບິນແຕກທີ່ສະໜາມບິນສາກົນວັດໄຕ ໃນມື້ນີ້ກໍຄືວັນສຸກ ເວລາ 14:30 ໂມງ ເດີນທາງມາລາວ ດ້ວຍສາຍການບິນລາວ ແຟນໆກຽມຖ້າຕ້ອນຮັບໄດ້ເລີຍ ການມາຢ້ຽມຢາມລາວຄັ້ງນີ້ຈະມີຫຍັງແດ່ໃຫ້ແຟນໆໄດ້ຕື່ນເຕັ້ນແດ່ ຕ້ອງຖ້າຕິດຕາມໄປນໍາກັນເດີ.

อาจเป็นรูปภาพของ 1 คน และ ข้อความ

Hello Universe!!! Hello Laos!!!! ທາງເພຈບອກວ່າພົບກັນພີ່ນ້ອງຊາວລາວ ເປັນຄັ້ງທໍາອິດໃນປະຫວັດສາດລາວ ຫຼັງຈາກ 72 ປີ ນາງງາມຈັກກະວານບໍ່ເຄີຍມາຢ້ຽມຢາມລາວເລີຍ ເຖິງເວລາແລ້ວທີ່ຈັກກະວານໄປຢາມວຽງຈັນ ແລະ ຫຼວງພະບາງເດີ ງານນີ້ຈະພາດໄດ້ຈັ່ງໃດ ຕອນແລງມື້ນີ້ຕ້ອງໄດ້ໄປຮັບນາງງາມຈັກກະວານເດີແຟນໆ.

ຮ່ວມແຮງຮ່ວມໃຈຊາວລາວ ຕ້ອນຮັບ Miss Universe 2023 ເຊນີສ ປາລາຊີໂອສ ສູ່ ນະຄອນຫຼວງວຽງຈັນ, ເປັນການຢ້ຽມຢາມລາວຄັ້ງທຳອິດ ພວກເຮົາມາຮ່ວມກັນສ້າງໜ້າປະຫວັດສາດກັບນາງງາມຈັກກະວານ ເພື່ອປະກາດໃຫ້ໂລກຮູ້ຈັກປະເທດລາວໃຫ້ຫຼາຍຂຶ້ນ ພ້ອມເປັນການສົ່ງເສີມປີທ່ອງທ່ຽວລາວ ໃຫ້ຂະຫຍາຍກວ້າງອອກ ໃຫ້ຈັກກະວານໄດ້ຮູ້ເຖິງ ອັນຍະມະນີແຫ່ງແມ່ນ້ຳຂອງ ແລະ ຮີດຄອງປະເພນີ ສະຖານທີ່ທ່ອງທ່ຽວທີ່ຄົນລາວທັງຊາດພູມໃຈ.

อาจเป็นรูปภาพของ 17 คน และ ข้อความ

ງານນີ້ຂ່າວບັນເທີງເອງກໍຖືໂອກາດນີ້ຝາກແຟນໆຕິດຕາມການປະກວດ ສໍາລັບເວທີ Miss Universe Laos2024ແດ່ເດີ ບອກເລີຍຕອນນີ້ກຳລັງເຂັ້ມຂຸ້ນລຸກເປັນໄຟ ຈາກສາວງາມຕົວແທນ 18 ແຂວງທົ່ວປະເທດກັນເລີຍ ມາເບິ່ງນໍາກັນວ່າຜູ້ຄອງມົງກຸດນາງງາມຈັກກະວານລາວ ຄົນທີ 8 ຈະແມ່ນໃຜ ເລືອກໃຜໃຈກໍເຈັບຂອງແທ້ເລີຍ ເພາະກິນກັນບໍ່ລົງມີແຕ່ຕົວເຕັງທັງງາມທັງເກັ່ງທັງນັ້ນ.

ທ້າຍນີ້ຂ່າວບັນເທີງເອງຂໍຝາກແຟນຂ່າວທຸກຄົນຕິດຕາມລາຍລະອຽດ ແລະ ເຂົ້າໄປຄອມເມັ້ນໄປໂຫວດໃຫ້ສາວງາມໝາຍເລກທີ່ທ່ານຮັກໄດ້ເລີຍເດີ ທີ່ເພຈ Miss Universe Laos.