ງາມໜ້າຮັກຍິ້ມສົດໃສ ນ້ອງ ຊົມວິວ ຄີວລະວົງ ນາງສາວເຊກອງ 2024

55

ງານປະກວດນາງສາວແຂວງເຊກອງ ເປັນໜຶ່ງໃນກິດຈະກໍາ ທີ່ກໍານົດໃນງານສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ, ຊຶ່ງຈັດຂຶ້ນໃນຄໍ່າຄືນວັນທີ 1 ເມສາ 2024, ມີຜູ້ເຊົ້າປະກວດ 20 ນ້ອງນາງສາວ ຊຶ່ງຜ່ານການຄັດເລືອກຫຼາຍຮອບຈຶ່ງໄດ້ຜູ້ຊະນະເລີດເປັນຫມາຍເລກ S08 ນາງ ຊົມວິວ ຄິວລະວົງ ສາມາດເອົາຊະນະໃຈກໍາມະການ ແລະ ຄວ້າໄດ້ຕຳແໜ່ງນາງສາວເຊກອງ ປະຈໍາປີ 2024 ໄດ້ຮັບມົງກຸດ ພ້ອມສາຍສະພາຍ ແລະ ເງິນລາງວັນ 15 ລ້ານກີບ.

May be an image of 3 people and text

ໃນຂະນະທີ່ ຫມາຍເລກ S17 ນາງ ທິດນະມອນ ສຸລິຍະໄທ ຄວ້າໄດ້ 3 ລາງວັນຄື: ໄດ້ອັນດັບທີ 2 ໄດ້ຮັບສາຍສະພາຍ ພ້ອມເງິນລາງວັນ 10 ລ້ານກີບ ນອກນີ້້ຍັງໄດ້ຮັບລາງວັນຂວັນໃຈມະຫາຊົນ ໄດ້ຮັບສາຍສະພາຍ ພ້ອມເງິນລາງວັນ 3 ລ້ານກີບ ແລະ ລາງວັນຜິວງາມ ໄດ້ຮັບສາວຍສະພາຍ ພ້ອມເງິນສົດ 2 ລ້ານກີບ, ອັນດັບທີ 3 ໝາຍເລກ S18 ນາງ ສຸກສະໄໝ ສິດທິອຸດົມ ໄດ້ຮັບສາຍສະພາຍ ພ້ອມເງິນລາງວັນ 8 ລ້ານກີບ, ຮອງອັນດັບ 3 ມີ 4 ນ້ອງຄື: S01 ນາງ ອາເຫວີຍ ອິນທາທິລາດ, S13 ນາງ ຈັນທະໜອມ ແກ້ວສະຫງ່າ, S05 ນາງ ສຸດາວັນ ບຸດບຸນມີ ແລະ S20 ນາງ ປາລີດຕາ ຜາສຸກ ໄດ້ຮັບເງິນລາງວັນ 5 ລ້ານກີບ, ສໍາລັບ 13 ໝາຍເລກທີ່ຕົກຮອບແມ່ນໄດ້ຮັບລາງວັນຊົມເຊີຍຄົນລະ 2 ລ້ານກີບ.

May be an image of 3 people and text
ຊຶ່ງເປັນກຽດເຂົ້າຮ່ວມ ແລະ ມອບລາງວັນ ຂອງທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ວົງເດືອນ ຈັນທະບຸດຊຽງ ເຈົ້າເມືອງລະມາມ, ມີການນຳຂັ້ນແຂວງ, ເມືອງ, ພ້ອມດ້ວຍຄະນະຮັບຜິດຊອບຈັດງານປະກວດແລະ ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.

ທ່ານ ຈັນໄທ ຄໍາມະນີວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງ ໃຫ້ຮູ້ວ່າ: ການປະກວດຄັ້ງນີ້ ມີຜູ້ເຂົ້າປະກວດ 20 ນ້ອງນາງສາວ ໃນນີ້ ຕົວແທນຈາກເມືອງດາກຈຶງ 2 ຄົນ, ເມືອງກະລຶມ 4 ຄົນ, ເມືອງລະມາມ 2 ຄົນ ເມືອງທ່າແຕງ 3 ຄົນ.

May be an image of 3 people and text
ຈາກນັ້ນ ທ່ານ ຄໍາສອນກອນເຍີ ໄດ້ກ່າວວ່າ: ການຈັດງານປະກວດນາງສາວເຊກອງຄັ້ງນີ້ ແມ່ນເປັນຄັ້ງທີ 4 ເປັນປີທີ່ມີຄວາມຫມາຍຄວາມສໍາຄັນຢ່າງເລິກເຊິ່ງ ເພາະມັນຕິດພັນກັບຫຼາຍເຫດການທີ່ສໍາຄັນທີ່ເກີດຂຶ້ນພາຍໃນແຂວງເຊກອງ ແລະຍັງເປັນການອະນຸລັກ, ສົ່ງເສີມວັດທະນະທໍາອັນດີງາມຂອງຊາດ ກໍຄືຂອງປະຊາຊົນບັນດາເຜົ່າແຂວງເຊກອງ ແລະ ເປັນໜຶ່ງໃນກິດຈະກໍາ ທີ່ກໍານົດໃນງານສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ ທັງນີ້ ເພື່ອເປັນການດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວຊົມແຂວງເຊກອງ ໃຫ້ນັບມື້ຫລາຍຂຶ້ນ.

May be an image of 3 people and text

ພ້ອມນີ້, ກໍ່ຍັງເປັນການສ້າງໂອກາດໃຫ້ບັນດານາງສາວໄດ້ສະແດງບົດບາດ, ຄວາມຮູ້ຄວາມສາມາດ, ຄວາມງາມ ແລະ ເປັນການໂຄສະນາເຜີຍແຜ່ສີລະປະ-ວັດທະນະທຳ, ຮີດຄອງປະເພນີ, ການນຸ່ງຖືທີ່ເປັນເອກະລັກຂອງບັນດາເຜົ່າໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ ແລະ ອະນຸລັກປົກປັກຮັກສາຂະນົບທໍານຽມ, ຮີດຄອງປະເພນີ, ວັດທະນະທຳອັນດີງາມທີ່ເປັນມູນເຊື້ອຂອງຊາດ, ຂອງເຜົ່າໃຫ້ໝັ້ນຄົງຢູ່ກັບຄົນລາວ-ສັງຄົມລາວ ແລະ ຊາດລາວຕະຫລອດໄປ. ຊຶ່ງນາງສາວຜູ້ທີ່ໄດ້ຮັບການຄັດເລືອກ 7 ນ້ອງນາງສາວ ແມ່ນຈະເປັນຕົວແທນນາງສັງຂານປະຈໍາປີ 2024, ພ້ອມນີ້ ຜູ້ທີ່ໄດ້ຮັບການຄັດເລືອກເປັນຜູ້ສະນະເລີດຈະໄດ້ເປັນຕົວແທນຂອງແຂວງ ສົ່ງເຂົ້າຮ່ວມງານປະກວດນາງສາວງາມລະດັບພາກ ແລະລະດັບປະເທດຕື່ມອີກ.

May be an image of 7 people and text