2 ເດືອນຕົ້ນປີ ການຄ້າ ຫວຽດນາມ – ກຳປູເຈຍ ບັນລຸກວ່າ 1,41 ຕື້ໂດລາ

44

ກະຊວງເສດຖະກິດ ແລະ ການເງິນ ກຳປູເຈຍ ໄດ້ປະກາດຂໍ້ມູນໂດຍໃຫ້ຮູ້ວ່າ: ໃນ 2 ເດືອນຕົ້ນປີ 2024 ວົງເງິນການຄ້າສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ບັນລຸກວ່າ 1,41 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 30,4% ເມື່ອ ທຽບໃສ່ກັບໄລຍະດຽວກັນຂອງປີ 2023.

ໃນນີ້, ຈຳນວນສິນຄ້າສົ່ງອອກຂອງ ກຳປູເຈຍ ໄປຍັງ ຫວຽດນາມ ບັນລຸກວ່າ 801 ລ້ານໂດລາສະຫະລັດ; ໃນຂະນະທີ່ການນຳເຂົ້າສິນຄ້າຈາກຫວຽດນາມ ມີມູນຄ່າກວ່າ 612 ລ້ານໂດລາສະຫະລັດ.

ດ້ວຍຕົວເລກດັ່ງກ່າວ, ຫວຽດນາມ ບໍ່ພຽງແຕ່ແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງກຳປູເຈຍ ໃນຈຳນວນປະເທດສະມາຊິກອາຊຽນເທົ່ານັ້ນ ຫາກຍັງແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີ 2 ຂອງກຳປູເຈຍໃນໂລກ ຖັດຈາກ ຈີນ.