ລາຄາຄໍາ ປັບຂຶ້ນຈຸລະດັບ 25 ລ້ານກີບ ຕໍ່ບາດ ເພີ່ມຂຶ້ນ 9 ລ້ານກີບພາຍໃນ 1 ປີ

82

ມາຮອດວັນທີ 11 ມີນາ 2024 ລາຄາຄໍາຮູບປະພັນ ຂຶ້ນຈຸລະດັບ 25 ລ້ານກີບຕໍ່ 1 ບາດ ຫຼື ເພີ່ມຂຶ້ນຈາກໄລຍະດຽວຂອງປີຜ່ານມາ ຫຼາຍກວ່າ 9 ລ້ານກີບ.
ອີງຕາມຂໍ້ມູນຈາກຮ້ານຄໍາພູວົງ Phouvong Jewelry ໃນວັນທີ 11 ມີນາ 2024 ເຫັນວ່າ: ລາຄາຄໍາຮູບປະພັນຂາຍອອກ 25.119.000 ກີບຕໍ່ 1 ບາດ ແລະ 6.284.000 ກີບຕໍ່ 1 ສະຫຼຶງ; ຂະນະທີ່ຄໍາແທ່ງແມ່ນ 25.060.000 ກີບຕໍ່ 1 ບາດ.
ໄລຍະເລີ່ມຕົ້ນປີ 2024 ໃນວັນທີ 2 ມັງກອນ 2024 ລາຄາຄໍາຮູບປະພັນ ( ລາຄາຂາຍ ) ຢູ່ທີ່ 22.859.000 ກີບຕໍ່ 1 ບາດ ແລະ 5.719.000 ກີບຕໍ່ 1 ສະຫຼຶງ; ປິດທ້າຍເດືອນມັງກອນ ( 31/1/2024 ) ທີ່ 23.209.000 ກີບຕໍ່ 1 ບາດ ແລະ 5.804.000 ກີບຕໍ່ 1 ສະຫຼຶງ.

ເດືອນກຸມພາ 2024 ລາຄາເພີ່ມຂຶ້ນເປັນ 23.329.000 ກີບຕໍ່ 1 ບາດ ແລະ 5.834.000 ກີບຕໍ່ 1 ສະຫຼຶງ ໃນວັນທີ 1 ກຸມພາ ແລະ ປິດທ້າຍເດືອນກຸມພາ ( 28/2/2024 ) ຢູ່ທີ່ 23.599.000 ກີບຕໍ່ 1 ບາດ; 5.904.000 ກີບຕໍ່ 1 ສະຫຼຶງ.
ມາຮອດເດືອນມີນາ 2024 ລາຄາຄໍາຮູບປະພັນ ( ລາຄາຂາຍ ) ສືບຕໍ່ເໜັງຕີງຂຶ້ນໆລົງໆ ໂດຍເລີ່ມຈາກ 24.009.000 ກີບຕໍ່ 1 ບາດ ແລະ 6.004.000 ກີບຕໍ່ 1 ສະຫຼຶງ ໃນວັນທີ 2 ກຸມພາ ຫຼ້າສຸດໃນວັນທີ 11 ມີນາ ລາຄາຄໍາທະຍານຂຶ້ນເປັນ 25.119.000 ກີບຕໍ່ 1 ບາດ ແລະ 6.284.000 ກີບຕໍ່ 1 ສະຫຼຶງ ເປັນປະຫວັດການ.


ຫວນຄືນເບິ່ງປີຜ່ານມາ ລາຄາປິດທ້າຍປີ 2022 ( 31 ທັນວາ 2022 ) ຢູ່ທີ່ 15.839.000 ກີບຕໍ່ 1 ບາດ ແລະ ເລີ່ມຕົ້ນປີ 2023 ( ວັນທີ 2 ມັງກອນ 2023 ) ຢູ່ທີ່ 15.919.000 ກີບຕໍ່ 1 ບາດ; ປິດທ້າຍເດືອນມັງກອນ 2023 ທີ່ 16.059.000 ກີບຕໍ່ 1 ບາດ; ຕໍ່ມາໃນວັນທີ 1 ກຸມພາ 2023 ລາຄາຢູ່ທີ່ 16.129.000 ກີບຕໍ່ 1 ບາດ ແລະ ປິດທ້າຍເດືອນກຸມພາ ( 28 ກຸມພາ 2023 ) ດ້ວຍລາຄາ 15.749.000 ກີບຕໍ່ 1 ບາດ.

ສໍາລັບເດືອນມີນາ 2023 ເລີ່ມຕົ້ນທີ່ 15.789.000 ກີບຕໍ່ 1 ບາດ ຮອດວັນທີ 11 ມີນາ 2023 ແມ່ນ 16.079.000 ກີບຕໍ່ 1 ບາດ ແລະ 4.024.000 ກີບຕໍ່ 1 ສະຫຼຶງ ຂະນະທີ່ວັນທີ 11 ມີນາ 2024 ລາຄາຄໍາຮູບປະພັນຢູ່ທີ່ 25.119.000 ກີບຕໍ່ 1 ບາດ ເພີ່ມຂຶ້ນຈາກໄລຍະດຽວກັນປີ 2023 ຫຼາຍເຖິງ 9 ລ້ານກວ່າກີບຕໍ່ 1 ບາດ.
ສ່ວນລາຄາສັນຍາຄຳຕະຫຼາດ COMEX ສົ່ງມອບເດືອນເມສາ ປິດຕະຫຼາດວັນທີ 9 ມີນາ ບວກເພີ່ມ 20,30 ໂດລາສະຫະລັດຕໍ່ອອນ ມາປິດທີ່ 2.185,50 ໂດລາສະຫະລັດຕໍ່ອອນ ຂານຮັບລາຍງານການຈ້າງງານນອກພາກການກະສິກຳຂອງສະຫະລັດ ເຊິ່ງເປັນປັດໄຈໜູນການປັບຫຼຸດອັດຕາດອກເບ້ຍຂອງທະນາຄານກາງສະຫະລັດ ຫຼື ເຟດ.