ກຽມຈັດງານວາງ ສະແດງສິນຄ້າເຟີນີເຈີວຽງຈັນ ຄັ້ງທີ 8

20

ງານວາງສະແດງສິນຄ້າເຟີນີເຈີວຽງຈັນ ຄັ້ງທີ 8 ຈະຈັດຂຶ້ນໃນລະຫວ່າງວັນທີ 23 – 31 ມີນາ 2024 ທີ່ສູນການຄ້າລາວ – ໄອເຕັກ ນະຄອນຫຼວງວຽງຈັນ.

ວັນທີ 6 ມີນາ 2024 ທີ່ສະມາຄົມເຟີນີເຈີລາວ, ທ່ານ ທອງດໍາ ສີຫາມາຍາ ປະທານສະມາຄົມເຟີນີເຈີລາວ ໄດ້ນຳພາຄະນະຖະແຫຼງຂ່າວກະກຽມການຈັດງານວາງສະແດງສິນຄ້າເຟີນີເຈີວຽງຈັນ ຄັ້ງທີ 8 ປະຈໍາປີ 2024 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 23 – 31 ມີນາ 2024 ວ່າ: ການຈັດງານວາງສະແດງສິນຄ້າເຟີນີເຈີວຽງຈັນຄັ້ງນີ້ ກໍເພື່ອເປັນການກະຕຸ້ນເສດຖະກິດ, ສົ່ງເສີມການທ່ອງທ່ຽວລາວ 2024. ທີ່ສໍາຄັນກໍແມ່ນເປັນການສ້າງສິນຄ້າເຟີນີເຈີລາວ ໃຫ້ມີການຜະລິດ ແລະ ຕະຫຼາດຈໍາໜ່າຍກວ້າງຂວາງຂຶ້ນ ທັງຢູ່ພາຍໃນກໍຄືຕ່າງປະເທດ ເພື່ອປະກອບສ່ວນເພີ່ມຈຳນວນຕົວເລກການສົ່ງອອກສິນຄ້າລາວ ນຳເງິນຕາເຂົ້າມາລາວໃຫ້ຫຼາຍຂຶ້ນໃນອະນາຄົດ; ພ້ອມດຽວກັນນີ້ ກໍຍັງເພື່ອເປັນການສົ່ງເສີມການສ້າງວຽກເຮັດງານທຳ ແລະ ສີໄມ້ລາຍມືຂອງຄົນລາວເຮົານຳອີກ.


ພາຍໃນງານດັ່ງກ່າວ ຈະມີການວາງສະແດງຜະລິດຕະພັນເຄື່ອງເຟີນີເຈີທີ່ຜະລິດດ້ວຍໄມ້, ຫວາຍ, ໄມ້ປ່ອງ ແລະ ວັດສະດຸເສດເຫຼືອຕ່າງໆທີ່ເຮັດເປັນເຄື່ອງເຟີນີເຈີ; ຜະລິດຕະພັນຫັດຖະກຳ, ເຄື່ອງແກະສະຫຼັກ; ເຄື່ອງປະດັບເອ້ ແລະ ຕົກແຕ່ງພາຍໃນເຮືອນ; ອຸປະກອນ ຫຼື ເຄື່ອງມືການຜະລິດເຟີນີເຈີ; ເຄື່ອງມືຮັບໃຊ້ວຽກກໍ່ສ້າງ ຕະຫຼອດຮອດສິນຄ້າປະເພດອາຫານ ແລະ ຢາ.

ແນວໃດກໍດີ ຮອດປັດຈຸບັນນີ້ຍອດການສັ່ງຈອງຫ້ອງວາງສະແດງ ກວມເອົາແລ້ວ 80%; ຕະຫຼອດງານ 9 ມື້ ຄະນະຈັດງານຄາດກະວ່າ ຈະມີການຈໍລະຈອນ ຫຼື ຊື້ຂາຍສິນຄ້າປະມານ 5 ຕື້ກີບ ຈາກຜູ້ເຂົ້າຮ່ວມຊົມ ແລະ ເລືອກຊື້ສິນຄ້າທີ່ມາຈາກພາຍໃນປະເທດ ແລະ ຕ່າງປະເທດປະມານ 1 ແສນຄົນ ເພາະນອກຈາກວາງສະແດງຊື້ – ຂາຍສິນຄ້າແລ້ວ ຍັງມີຫຼາກຫຼາຍກິດຈະກຳທີ່ໜ້າສົນໃຈ ໂດຍສະເພາະແມ່ນການສາທິດຜະລິດເຄື່ອງເຟີນີເຈີ, ການຈັດຝຶກອົບຮົມ, ການຈັບສະຫຼາກຊີງລາງວັນ ແລະ ການສະແດງສິລະປະອື່ນໆ.