ຜົນສຳເລັດ ກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນແບບວົງແຄບ

36

ພາຍຫຼັງສຳເລັດກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນແບບວົງແຄບ ຄັ້ງທີ 30 ( THE 30th ASEAN ECONOMIC MINISTERS’ RETREAT ) ທີ່ຈັດຂຶ້ນໃນວັນທີ 9 ມີນາ 2024 ທີ່ໂຮງແຮມພູແມນ ຫຼວງພະບາງ ເປັນເວລາ 1 ວັນເຕັມ ຄະນະປະທານໄດ້ຈັດພິທີຖະແຫຼງ ກ່ຽວກັບຜົນສຳເລັດຂອງກອງປະຊຸມດັ່ງກ່າວ. ໃຫ້ການຖະແຫຼງຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ຮ່ວມກັບ ທ່ານ ກາວ ກິມ ຮູນ ເລຂາທິການໃຫຍ່ອາຊຽນ, ພ້ອມມີບັນດາກອງເລຂາອາຊຽນ ແລະ ຄະນະທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ແລະ ເປັນປະທານກອງປະຊຸມ ໄດ້ຖະແຫຼງບາງຕອນວ່າ: ກອງປະຊຸມຄັ້ງນີ້ເປັນກອງປະຊຸມໃນລະດັບລັດຖະມົນຕີຄັ້ງທໍາອິດ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ. ການຮວມຕົວກັນຂອງພວກເຮົາໃນມື້ນີ້ ແມ່ນເພື່ອປຶກສາຫາລືແຜນວຽກບຸລິມະສິດຂອງເສົາຄໍ້າເສດຖະກິດ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີນີ້, ແລກປ່ຽນທັດສະນະກ່ຽວກັບສະພາບການພັດທະນາຂອງເສດຖະກິດໃນພາກພື້ນ ແລະ ສາກົນ ແລະ ປຶກສາຫາລືກ່ຽວກັບບັນດາຂໍ້ລິເລີ່ມທີ່ສໍາຄັນຂອງປະຊາຄົມເສດຖະກິດອາຊຽນ.

ຜົນຂອງກອງປະຊຸມແມ່ນ: ພາຍໃຕ້ຄໍາຂວັນໃນການເປັນປະທານອາຊຽນຂອງ ສປປ ລາວ: “ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ” ໃນປີນີ້, ສປປ ລາວ ໄດ້ສະເໜີ 14 ແຜນວຽກ ພາຍໃຕ້ເສົາຄໍ້າເສດຖະກິດ ໂດຍກວມເອົາບັນດາຂົງເຂດທີ່ປິ່ນອ້ອມວຽກງານເສດຖະກິດ ຄື: ຂົງເຂດກະສິກໍາ, ການທ່ອງທ່ຽວ, ພະລັງງານ, ຊັບສິນທາງປັນຍາ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການຫັນເປັນດີຈີຕອນ ແລະ ຂົງເຂດອື່ນໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ການສະໜອງ ແລະ ຮັດແຄບຊ່ອງວ່າງຄວາມແຕກໂຕນດ້ານການພັດທະນາ ລະຫວ່າງປະເທດສະມາຊິກອາຊຽນ.


ບັນດາ 14 ແຜນວຽກນີ້ ໄດ້ກວມເອົາໜ້າວຽກຕ່າງໆໃນປະຊາຄົມເສດຖະກິດອາຊຽນ ພາຍໃຕ້ການຊີ້ນໍາຂອງລັດຖະມົນຕີເສດຖະກິດອາຊຽນ. ຂ້າພະເຈົ້າຍິນດີແຈ້ງໃຫ້ທ່ານຊາບວ່າ ບັນດາທ່ານລັດຖະມົນຕີເສດຖະກິດອາຊຽນ ໄດ້ສະແດງການສະໜັບສະໜູນຕໍ່ແຜນວຽກດັ່ງກ່າວທີ່ສະເໜີໂດຍ ສປປ ລາວ ແລະ ມີຄວາມມຸ່ງໝັ້ນທີ່ຈະຈັດຕັ້ງປະຕິບັດໃຫ້ສໍາເລັດຕາມກໍານົດເວລາ.
ພ້ອມກັນນີ້, ພວກເຮົາຍັງໄດ້ປຶກສາຫາລືບາງຂໍ້ລິເລີ່ມທີ່ສໍາຄັນ ພາຍໃຕ້ປະຊາຄົມເສດຖະກິດອາຊຽນ ເຊັ່ນ: ການເຈລະຈາຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ຂອບສັນຍາ ວ່າດ້ວຍເສດຖະກິດດີຈີຕອນອາຊຽນ.

ໃນທ່າມກາງຄວາມບໍ່ແນ່ນອນຂອງສະພາບເສດຖະກິດໂລກ, ພວກເຮົາຍັງໄດ້ຢໍ້າຄືນຄໍາໝັ້ນສັນຍາຢ່າງບໍ່ຢຸດຢັ້ງຂອງອາຊຽນ ໃນການເສີມສ້າງພື້ນຖານຕະຫຼາດດຽວຂອງອາຊຽນ ຜ່ານການເຈລະຈາຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ. ໃນຖານະທີ່ເປັນກະດູກສັນຫຼັງຂອງການຄ້າໃນພາກພື້ນ, ການຍົກລະດັບສັນຍາດັ່ງກ່າວ ຈະນໍາເອົາສາຍພົວພັນທາງການຄ້າລະຫວ່າງບັນດາປະເທດສະມາຊິກອາຊຽນກ້າວຂຶ້ນໄປສູ່ລະດັບຕໍ່ໄປ. ທັງນີ້, ພວກເຮົາຍັງເນັ້ນໜັກເຖິງຄວາມຈໍາເປັນໃນການຍົກລະດັບສັນຍາດັ່ງກ່າວ ເພື່ອອໍານວຍ ຄວາມສະດວກ ແລະ ສົ່ງເສີມການພັດທະນາແບບຍືນຍົງ. ໃນມື້ນີ້, ບັນດາລັດຖະມົນຕີ ໄດ້ຢໍ້າຄືນຄໍາໝັ້ນສັນຍາຂອງອາຊຽນ ໃນການສະຫຼຸບເນື້ອໃນສ່ວນໃຫຍ່ຂອງການເຈລະຈາຍົກລະດັບພາຍໃນປີນີ້.


ທ່ານກ່າວຕື່ມວ່າ: ກ່ຽວກັບການເຈລະຈາຂອບສັນຍາ ວ່າດ້ວຍເສດຖະກິດດີຈີຕອນອາຊຽນ, ພວກເຮົາມີຄວາມຍິນດີຕໍ່ຄວາມຄືບໜ້າຂອງການເຈລະຈາທີ່ຈະເປັນການສ້າງໃຫ້ອາຊຽນ ກາຍເປັນຂົງເຂດແຫ່ງເສດຖະກິດດີຈີຕອນໃນທົ່ວພາກພື້ນ ເຊິ່ງເປັນຕົວຂັບເຄື່ອນໃໝ່ໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດ ແລະ ຄວາມກ້າວໜ້າຂອງສັງຄົມ. ພວກເຮົາມີຄວາມຕື່ນເຕັ້ນທີ່ໄດ້ເຫັນວ່າບັນດານັກເຈລະຈາໄດ້ເລັ່ງສຸມໃສ່ການປະຕິບັດໜ້າທີ່ຂອງຕົນ ແລະ ກອງປະຊຸມຄັ້ງທີ 2 ຂອງຄະນະກໍາມະການເຈລະຈາໄດ້ສໍາເລັດລົງໃນ 2 – 3 ວັນທີ່ຜ່ານມາ ທີ່ນະຄອນຫຼວງວຽງຈັນ. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ຂອບສັນຍາດັ່ງກ່າວຈະເປັນແຮງຊຸກຍູ້ທີ່ສໍາຄັນໃນການຫັນເປັນດີຈີຕອນຂອງອາຊຽນ.

ນອກຈາກບັນດາຂໍ້ລິເລີ່ມເຫຼົ່ານີ້ແລ້ວ, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ແລະ ການສ້າງວິໄສທັດປະຊາຄົມອາຊຽນ 2045.
ໃນກອງປະຊຸມຄັ້ງນີ້, ລັດຖະມົນຕີເສດຖະກິດອາຊຽນ ໄດ້ຮັບຮອງເອົາຂອບວຽກ ວ່າດ້ວຍການອໍານວຍຄວາມສະດວກການບໍລິການອາຊຽນ ທີ່ໄດ້ກໍານົດຫຼັກການສໍາຄັນ ແລະ ຜັນປະຕິບັດງານ ເພື່ອບັນລຸເປົ້າໝາຍການເຊື່ອມໂຍງການບໍລິການໃນອາຊຽນ ແລະ ປັບປຸງຄວາມອາດສາມາດໃນການແຂ່ງຂັນຂອງຂະແໜງການບໍລິການໃນອາຊຽນ. ພວກເຮົາຫວັງຢ່າງຍິ່ງວ່າ, ຂອບວຽກດັ່ງກ່າວ ຈະຊ່ວຍປັບປຸງສະພາບແວດລ້ອມດ້ານນະໂຍບາຍ ແລະ ລະບຽບການທີ່ຈະເອື້ອອໍານວຍໃຫ້ແກ່ການບໍລິການຢ່າງໂລ່ງລ່ຽນພາຍໃນຕະຫຼາດພາກພື້ນຂອງພວກເຮົາ.


ທ່ານໃຫ້ຮູ້ຕື່ມວ່າ: ກອງປະຊຸມຍັງໄດ້ປຶກສາຫາລືໃນທາງນະໂຍບາຍ ກ່ຽວກັບການພົວພັນດ້ານເສດຖະກິດຂອງອາຊຽນ ກັບ ຄູ່ຮ່ວມມືພາຍນອກ ເຊິ່ງອາຊຽນກໍາລັງປະເມີນຄືນການຈັດຕັ້ງປະຕິບັດ, ຍົກລະດັບສັນຍາ ແລະ ເຈລະຈາສ້າງສັນຍາສະບັບໃໝ່ກັບຄູ່ຮ່ວມມືດັ່ງກ່າວ. ໃນເວລາດຽວກັນ, ພວກເຮົາກໍກໍາລັງຈັດຕັ້ງປະຕິບັດສັນຍາການຄ້າເສລີຕ່າງໆທີ່ມີຢູ່ ລວມທັງສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ ຫຼື RCEP. ໃນບັນດາສັນຍາການຄ້າເສລີ ແລະ ການພົວພັນກັບຄູ່ຮ່ວມມືເຫຼົ່ານັ້ນ, ຕ້ອງຮັບປະກັນວ່າສັນຍາການຄ້າເສລີລະຫວ່າງອາຊຽນ ແລະ ຄູ່ຮ່ວມເຈລະຈາ ຈະສືບຕໍ່ຢຶດໝັ້ນຄວາມເປັນແກນກາງຂອງອາຊຽນ, ປະກອບສ່ວນເຂົ້າໃນບັນດາຂໍ້ລິເລີ່ມຂອງອາຊຽນ ແລະ ສ້າງຜົນປະໂຫຍດຮ່ວມກັນໃຫ້ແກ່ອາຊຽນ ແລະ ຄູ່ຮ່ວມເຈລະຈາ. ສິ່ງດັ່ງກ່າວເຫຼົ່ານີ້ເປັນທັດສະນະຮ່ວມກັນ ລະຫວ່າງປະເທດສະມາຊິກອາຊຽນ ທີ່ສັນຍາການຄ້າເສລີ ຈະຕ້ອງກວມເອົາອົງປະກອບ ຫຼື ຂົງເຂດໃໝ່ ແລະ ກໍາລັງເກີດຂຶ້ນໃນປັດຈຸບັນ ເພື່ອຮັບປະກັນວ່າສັນຍາການຄ້າເສລີດັ່ງກ່າວຈະເປັນສັນຍາທີ່ທັນສະໄໝ ແລະ ຕິດພັນກັບພາກທຸລະກິດ.

ທ້າຍສຸດນີ້, ພວກເຮົາຍັງໄດ້ປຶກສາຫາລືກັບສະພາທີ່ປຶກສາທຸລະກິດອາຊຽນ ແລະ ໄດ້ສະແດງ ຄວາມຊົມເຊີຍຕໍ່ການສະໜັບສະໜູນຢ່າງຕໍ່ເນື່ອງຂອງສະພາທີ່ປຶກສາທຸລະກິດອາຊຽນ ໃນການເປັນຂົວຕໍ່ລະຫວ່າງລັດຖະບານ ແລະ ພາກທຸລະກິດ ແລະ ຫວັງວ່າຈະໄດ້ເຮັດວຽກຢ່າງໃກ້ຊິດກັບສະພາທີ່ປຶກສາທຸລະກິດອາຊຽນ ແລະ ພາກທຸລະກິດໃນການຈັດຕັ້ງປະຕິບັດບັນດາວາລະຂອງອາຊຽນ.