ຟັງກັນ ຫຼື ຍັງ! ເພງ “ ນອນນານຳອ້າຍບໍ່ ” ໃໝ່ແກະກ່ອງ ຈາກຈິມມີ້ ສິດທິພົນ

86

ງານນີ້ຕ້ອງຮ້ອງວ້າວແນ່ນອນ! ພາທຸກຄົນມາມ່ວນໄປກັບບົດເພງໃໝ່ແກະກ່ອງທີ່ຫາກໍປ່ອຍອອກໄປໃນວັນທີ 1 ມີນາ 2024 ຜ່ານມານີ້ ຂອງໜຸ່ມລູກຄໍດີ ຈິ່ມມີ້ ສິດທິພົນ ນັກຮ້ອງບ້ານນາຂອງລາວ ເຈົ້າຂອງຜົນງານເພງ “ຫຼົງຮັກເມຍເຂົາ”, “ໄສວ່າຊັງເຂົາ” ທີ່ກຳລັງເປັນກະແສໂດ່ງດັງໄປທົ່ວບ້ານທົ່ວເມືອງ ແລະ ອີກຫຼາຍໆບົດເພງກັນເລີຍ ຈົນປະເທດເພື່ອນບ້ານເຊີນໄປອອກລາຍການເພງນັ້ນເອງ.

อาจเป็นรูปภาพของ 5 คน

ຫຼ້າສຸດ ໜຸ່ມຈິ່ມມີ້ ກຳລັງປ່ອຍເພງໃໝ່ອອກມາ “ນັ້ນກໍຄືເພງ “ນອນນານຳອ້າຍບໍ່” ເຊິ່ງເປັນບົດເພງສະໄຕຣ໌ເພງໝໍລຳບ້ານນາ ທີ່ມີຈັງຫວະມ່ວນຊື່ນໆ ເປັນຕາໂຍກຕາມ ທີ່ໄດ້ຍິນແຕ່ສຽງດົນຕີກໍລຸກຢາກຂຶ້ນຟ້ອນແລ້ວ ເວົ້າມາຮອດນີ້ທຸກຄົນຢາກຟັງກັນແລ້ວແມ່ນບໍ່ ໄປຫາເປີດຟັງໄດ້ເລີຍ ທີ່ເພຈ ຂອງໜຸ່ມຈິມມີ້ທີ່ສໍາຄັນປ່ອຍເພງອອກມາບໍ່ພໍເທົ່າໃດມື້ຍອດວິວຫຼັກຫຼາຍແສນແລ້ວເດີ ມ່ວນຊໍ່າໃດຕ້ອງໄປຟັງເອງແລ້ວເດີ.

อาจเป็นรูปภาพของ 1 คน และ ข้อความ

ສໍາລັບເພງນີ້ກໍມີຄວາມພິເສດສຸດໆເລີຍ ເພາະເນື່ອງຈາກໄດ້ໂປຣດິວເຊີ ຫຼາຍ ຄວາມສາມາດຢ່າງຊາວມີແຮງ ເລັກຂອດ ມາໂປຣດິວໃຫ້ ແລະ ຍັງໄດ້ ອາຈານ ບຸນຍູ້ ລູກແມ່ຂອງ ມາຂຽນເນື້ອເພງໃຫ້ໂດຍເນື້ອຫາກໍຈະປະມານວ່າເລົ່າຄວາມຮູ້ສຶກຂອງຊາຍໜຸ່ມຄົນໜຶ່ງ ເມື່ອເຫັນສາວໆງາມໆຍ່າງຜ່ານແລ້ວ ຊວນມາທ່ຽວມາຫຼີ້ນ ຢູ່ທົ່ງນາມານອນເບິ່ງທໍາມະຊາດ ເບິ່ງປາ, ຊິມອາຫານ ຊົມວີທີຖີວິດແບບບ້ານໆ ບອກເລີຍເພງນີ້ເມື່ອໃຜໄດ້ຟັງກໍຕ້ອງໂຍກນໍາແນ່ນອນ.

อาจเป็นรูปภาพของ 2 คน และ พื้นหญ้า

ທ້າຍນີ້, ຂ່າວບັນເທີງເອງ ຂໍຝາກແຟນໆຂ່າວເຂົ້າໄປຕິດຕາມຜົນງານ ການເຄື່ອນໄຫວຂອງໜຸ່ມຈິມມີ້ ສິດທິຜົນ  ເພື່ອສະໜັບສະໜູນຜົນງານເພງລາວ ສິລະປິນລາວນໍາກັນເດີ.

อาจเป็นรูปภาพของ 4 คน