ໂອກາດມາແລ້ວ ສະໝັກຜ່ານອອນລາຍກໍໄດ້ເດີ Oishi Teen Idol 2

69

ງານນີ້ຂ່າວບັນເທີງພາມາອັບເດດ! ໃຜ ຫຼື ນ້ອງໆຄົນໃດທີ່ມີຄວາມສາມາດ ແລະ ມີຄວາມຝັນຢາກຈະກ້າວເຂົ້າສູ່ວົງການບັນເທີງຫ້າມພາດ ທີ່ບໍ່ທັນຮ່ວມການຄັດເລືອກ Oishi Teen Idol ຕາມໂຮງຮຽນຕ່າງໆກໍຢ່າເສຍໃຈໄປ! ເພາະທຸກຄົນສາມາດເຂົ້າຮ່ວມການອໍດິຊັນຜ່ານຊ່ອງທາງ Online ທາງເພຈ Oishi Drink Station ໄດ້ເດີ.

อาจเป็นรูปภาพของ 8 คน, แท่นบรรยาย และ ข้อความ

ລາຍລະອຽດ ແລະ ກະຕິກາຂອງການ Audition ມີດັ່ງນີ້ເດີ ຜູ້ສະໝັກຕ້ອງມີອາຍຸຕັ້ງແຕ່   14 – 24 ປີ ຂຽນປະຫວັດຫຍໍ້ ( ຊື່ຫຼິ້ນ, ຊື່ແທ້, ນາມສະກຸນ, ອາຍຸ, ໂຮງຮຽນ ຫຼື ສະຖາບັນສຶກສາ, ບ້ານ ແລະ ແຂວງທີ່ຢູ່ປັດຈຸບັນ ແລະ ເບີໂທທີ່ສາມາດຕິດຕໍ່ຜ່ານການໂທໄດ້ ) ແລະ ສົ່ງວີດີໂອສະແດງຄວາມສາມາດດ້ານການຮ້ອງ, ເຕັ້ນ, ແຣ໊ບ ແລະ ການສະແດງ ຫຼື ດ້ານໃດໜຶ່ງທີ່ກ່າວມາ ຄວາມຍາວບໍ່ເກີນ 3ນາທີ ( ສາມາດຕັດຕໍ່ໄດ້ ) ນັ້ນເອງ.

อาจเป็นรูปภาพของ 3 คน, หน้าม้า และ ข้อความ

ທີ່ສໍາຄັນເດີ ໃນວີດີໂອຕ້ອງມີການແນະນຳຕົວ ເຊັ່ນ: ຊື່ຫຼິ້ນ, ຊື່ແທ້, ນາມສະກຸນ, ອາຍຸ, ໂຮງຮຽນ ຫຼື ສະຖາບັນການສຶກສາ, ບ້ານ ແລະ ແຂວງທີ່ຢູ່ປັດຈຸບັນ ແລະ ເພງທີ່ໃຊ້ອໍດິຊັນຕ້ອງເປັນເພງລາວ ຫຼື ສາກົນເທົ່ານັ້ນ ( ບໍ່ສາມາດໃຊ້ເພງໄທໄດ້ )

อาจเป็นรูปภาพของ 1 คน และ ข้อความ

ໃນວີດີໂອຕ້ອງເຫັນໜ້າຊັດເຈນ ແລະ ບໍ່ຜ່ານການແຕ່ງດ້ວຍແອັບໃດໆ ຖ້າເປັນຄົນທີ່ຜ່ານເຂົ້າຮອບ Final Audition ຈະມີທີມງານຕິດຕໍ່ຫາຜ່ານເບີໂທ ສາມາດສົ່ງວີດີໂອອໍດິຊັນໄດ້ທາງເພຈ Oishi Drink Station ຕັ້ງແຕ່ມື້ນີ້ຈົນຮອດວັນທີ 14 ມີນາ 2024 ນີ້ເທົ່ານັ້ນ.

อาจเป็นรูปภาพของ 8 คน, แท่นบรรยาย และ ข้อความ

ໂອກາດມາຂະໜາດນີ້ແລ້ວນ້ອງໆຄົນໃດທີ່ມີຄວາມຝັນຢ່າປ່ອຍໃຫ້ຫຼຸດມືເດີ ມາລຸ້ນນໍາກັນຕໍ່ວ່າ Oishi Teen Idol ຄົນຕໍ່ໄປຈະແມ່ນໃຜ. ສາມາດຕິດຕາມທີ່ເພຈໄດ້ເລີຍຈະມີການປ່ອຍຜົນງານ ແລະ ການເຄື່ອນໄຫວຕ່າງໆຂອງໂຄງການດີໆແບບນີ້ທີ່ຈະສານຝັນໃຫ້ກັບໄວໜຸ່ມນັ້ນເອງ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ