ຊົມເຊີຍ! ແຂວງຄໍາມ່ວນ ປູກເຂົ້າລະດູແລ້ງສໍາເລັດແລ້ວ 12.511 ເຮັກຕາ

27

ຕາມການລາຍງານຈາກຜູ້ຕາງໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ໃນລະດູການຜະລິດເຂົ້າລະດູແລ້ງສົກ ປີ 2023-2024 ນີ້, ທົ່ວແຂວງມີແຜນປູກເຂົ້າທັງນາຫວ່ານ ແລະ ນາດໍາ ໃນເນື້ອທີ່ 13.413 ເຮັກຕາ, ຄາດຄະເນຜົນຜະລິດ 73.519 ໂຕນ, ຄາດຄະເນໝົດແນວເຂົ້າປູກ 1.073 ໂຕນ, ທຽບໃສ່ເນື້ອທີ່ແຜນການສົກປີ 2022-2023 ເຫັນວ່າມີເນື້ອທີ່ເພີ້ມຂຶ້ນ 1.072 ເຮັກຕາ. ໃນນີ້, ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 4.396 ເຮັກຕາ, ຄາດຄະເນຜົນຜະລິດ 23.772 ໂຕນ, ແຜນການປູກເຂົ້າເພື່ອເປັນສິນຄ້າ 9.017 ເຮັກຕາ, ຄາດຄະເນຜົນຜະລິດ 49.747 ໂຕນ .

ປັດຈຸບັນ, ສາມາດປູກເຂົ້າໄດ້ໃນເນື້ອທີ່ 12.511 ເຮັກຕາ ເທົ່າກັບ 93,27% ຂອງເນື້ອທີ່ແຜນການທັງໝົດໃນທົ່ວແຂວງ. ໃນນັ້ນ, ນາຫວ່ານປະຕິບັດໄດ້ 4.925 ເຮັກຕາ ເທົ່າກັບ 36,72% ຂອງແຜນການ, ນາປັກດໍາປະຕິບັດໄດ້ 7.586 ເຮັກຕາ ເທົ່າກັບ 56,56% ຂອງແຜນການ. ສ່ວນເນື້ອທີ່ນາເພື່ອຜະລິດເປັນສະບຽງອາຫານປະຕິບັດໄດ້ 4.192 ເຮັກຕາ ເທົ່າກັບ 95,36% ຂອງແຜນການ, ເນື້ອທີ່ຜະລິດເຂົ້າເປັນສິນຄ້າປະຕິບັດໄດ້ 8.319 ເຮັກຕາ ເທົ່າກັບ 92,26% ຂອງແຜນການ.

ສ່ວນການຜະລິດພືດລະດູແລ້ງສົກ ປີ 2023-2024, ທົ່ວແຂວງມີເນື້ອທີ່ແຜນການ 10.311 ເຮັກຕາ, ຄາດຄະເນຜົນຜະລິດ 54.830 ໂຕນ, ທຽບໃສ່ເນື້ອທີ່ປີ ຜ່ານມາ ເພີ່ມຂຶ້ນ 216 ເຮັກຕາ. ໃນນີ້, ແຜນການປູກພືດເປັນສະບຽງອາຫານ 3.661 ເຮັກຕາ, ຄາດຄະເນຜົນຜະລິດ 18.909 ໂຕນ, ແຜນການປູກພືດເປັນສິນຄ້າ 6.650 ເຮັກຕາ, ຄາດຄະເນຜົນຜະລິດ 35.921 ໂຕນ. ມາຮອດປັດຈຸ ບັນການປູກພືດລວມໃນທົ່ວແຂວງ ປະຕິບັດໄດ້ 8.800 ເຮັກຕາ ເທົ່າກັບ 85,35% ຂອງເນື້ອທີ່ແຜນການທັງໝົດ. ໃນນີ້, ການປູກພືດ ເປັນສະບຽງອາຫານ ປະຕິບັດໄດ້ 3.199 ເຮັກຕາ ເທົ່າກັບ 87,38% ຂອງແຜນການ ແລະ ປູກພືດເປັນສິນຄ້າ ປະຕິບັດໄດ້ 5.601 ເຮັກຕາ ເທົ່າກັບ 84,23% ຂອງແຜນການ. ສໍາລັບ ພືດທີ່ປູກຫລາຍທີ່ສຸດແມ່ນ ມັນຕົ້ນ, ໝາກຖົ່ວ, ໝາກແຕງ, ສາລີ ແລະ ປະເພດພືດຜັກລວມ ເພື່ອສະໜອງຕະຫາດພາຍໃນແຂວງ.
ຂ່າວ-ພາບ: ແດງສະຫວັດ ແສນພານິດ