ດ່ານສາກົນດາກຕະອອກ ບໍລິການລະບົບທີ່ທັນສະໄໝ ສາມາດເກັບລາຍຮັບ 21,8 ຕື້ກວ່າກີບໃນປີ 2023

88

ຕາມການໃຫ້ສຳພາດຂອງ ທ່ານ ແສງເພັດ ວາດສະຫງ່າ ຮອງຫົວໜ້າຄຸ້ມຄອງດ່ານສາ ກົນດາກຕະອອກ ໃນວັນທີ 27 ກຸມພາ ນີ້ວ່າ: ດ່ານສາກົນດາກຕະອອກ ເປີດໃຫ້ບໍລິການເລີ່ມແຕ່ 07:00-19:00 ໂມງ, ການບໍລິການ ດ້ວຍຄວາມວ່ອງໄວ ດ້ວຍລະບົບທີ່ທັນສະໄໝ, ຖືກຕ້ອງຕາມລະບຽບຫລັກການ ທີ່ພັກ-ລັດ ວາງອອກຢ່າງເຂັ້ມງວດ, ໃນແຕ່ລະວັນ ມີລົດຂົນສົ່ງສິນຄ້າ ເຂົ້າ-ອອກ ສະເລ່ຍ 85-87 ຄັນຕໍ່ວັນ. ໃນນີ້ ລົດຂົນສົ່ງແຮ່ບົກຊິດ ສະເລ່ຍ 80 ຄັນຕໍ່ວັນ, ລົດຂົນສົ່ງມັນຕົ້ນ ແລະ ແປ້ງມັນຕົ້ນ 2 ຄັນຕໍ່ວັນ, ລົດໂດຍສານ 5 ຄັນຕໍ່ວັນ, ຖ້າສົມທຽບໃສ່ສອງປີຜ່ານມາ ເຫັນວ່າມີຂະບວນຟົດຟື້ນຫລາຍ. ຂະນະທີ່ ປີ 2023 ຜ່ານມາ ສາມາດເກັບລາຍຮັບໄດ້ທັງໝົດ 21,8 ຕື້ກວ່າກີບ (ແຜນປີ 2023 ແມ່ນ 9 ຕື້ກີບ).

ທ່ານ ແສງເພັດ ວາດສະຫງ່າ ຍັງໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ, ມີພາຫະນະເຂົ້າ-ອອກທັງໝົດ 19.696 ຄັນ, ມີຄົນເຂົ້າ-ອອກເມືອງທັງໝົດ 50.525 ຄົນ, ຍິງ 5.448 ຄົນ, ອອກໃບຜ່ານແດນໃຫ້ປະຊາຊົນ ໄດ້ 698 ໃບ. ຄຽງຄູ່ກັນນີ້, ກໍໄດ້ເອົາໃຈໃສ່ການຄຸ້ມຄອງຄົນເຂົ້າ-ອອກເມືອງ ຢ່າງເຂັ້ມງວດ ດ້ວຍການກວດກາເອກະສານການເດີນທາງຢ່າງລະອຽດຊັດເຈນ ເພື່ອປ້ອງກັນບໍ່ໃຫ້ເກີດມີກຸ່ມຄົນບໍ່ດີສວຍໃຊ້ໂອກາດ ໃນລະຫວ່າງການເດີນທາງເຂົ້າ-ອອກເມືອງຢ່າງເດັດຂາດ. ນອກນີ້ຍັງໄດ້ເອົາ ໃຈໃສ່ປະຕິບັດວຽກງານກັກກັນພືດ-ສັດ ຢ່າງເຂັ້ມງວດ.

ສໍາລັບແຜນການປີ 2024 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ (ແຜນປີ 77 ຕື້ກວ່າກີບ), ຈະສືບຕໍ່ຕິດຕາມກວດກາພາຫະນະ ເຂົ້າ-ອອກ, ຄົນເຂົ້າ-ອອກເມືອງ, ການນຳເຂົ້າ ແລະສົ່ງອອກສິນຄ້າ ແລະ ການບໍລິການອື່ນໆ ໃຫ້ເຂັ້ມງວດ, ສືບຕໍ່ລະດົມນັກທຸລະກິດ, ພໍ່ຄ້າຊາວຂາຍໃຫ້ມີການນຳເຂົ້າ-ສົ່ງອອກສິນຄ້າ ໃນຂອບເຂດຊາຍແດນໃຫ້ຫລາຍຂຶ້ນ ໂດຍໃຫ້ສອດຄ່ອງກັບລະບຽບກົດໝາຍ.
ຂ່າວ: ພຸດທະສອນ, ທີ່ມາ: ຂປລ