ໄດ້ແລ້ວສາເຫດໄຟໄໝ້ເລົ້າເກັບມ້ຽນສາລີຢູ່ ບ້ານຫ້ວຍກໍ້ ເມືອງໜອງແຮດ ແຂວງຊຽງຂວາງ

181

ຫຼາຍຄົນອາດຈະເຫັນຂ່າວກ່ອນທີ່ໜ້າ ໃນກໍລະນີທີ່ມີເຫດໄຟໄໝ້ເລົ້າເກັບມ້ຽນສາລີຂອງປະຊາຊົນຢູ່ ບ້ານ ຫ້ວຍກໍ້, ເມືອງໜອງແຮດ ເກີດຂຶ້ນເມື່ອບໍ່ດົນມານີ້ ເຮັດໃຫ້ມີຜົນເສຍຫາຍຫລາຍສົມຄວນ.

ຫຼ້າສຸດ ທ່ານ ຕູ້ຢ່າ ຢົງວ່າ ເຈົ້າເມືອງໜອງແຮດ, ແຂວງຊຽງຂວາງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວໃນວັນທີ 26 ກຸມພາ 2024 ວ່າ: ຈາກການກວດກາ ແລະ ເກັບກໍາຂໍ້ມູນຕົວຈິງຂອງເຈົ້າໜ້າທີ່ ປກສ ກຸ່ມ ທີ່ບ້ານ ຫ້ວຍກໍ້ ຂຶ້ນກັບ ສາມາດຢືນຢັນໄດ້ວ່າ: ເຫດໄຟໄໝ້ທີ່ເກີດຂຶ້ນ ແມ່ນຍ້ອນໃນວັນທີ 19 ກຸມພານີ້ ມີຊາຍ 2 ຄົນ ຄື: ທ. ຜາຍ, ອາຍຸ 14 ປີ ແລະ ທ. ຄົງ, ອາຍຸ 18 ປີ ໄດ້ໄປທ່ຽວປ່າ, ພໍມາຮອດຈຸດເກີດເຫດທັງສອງໄດ້ພ້ອມກັນດັງໄຟເພື່ອແຕ່ງກິນ, ພາຍຫລັງແຕ່ງກິນສໍາເລັດ, ຍ້ອນຂາດສະຕິຈິ່ງບໍ່ໄດ້ມອດໄຟ ເຮັດໃຫ້ມາຮອດເວລາປະມານ 11 ໂມງ-12 ໂມງ ຂອງວັນດຽວກັນ ໄຟໄດ້ລາມໄປໄໝ້ເລົ້າເກັບມ້ຽນສາລີຂອງປະຊາຊົນ 3 ຄອບ ຄົວທີ່ຢູ່ໃກ້ຄຽງ ຈໍານວນ 3 ເລົ້າ ຊຶ່ງມີສາລີລວມກັນປະມານ 12-14 ໂຕນ, ໃນນີ້ ສາ ມາດເກັບກູ້ຄືນໄດ້ຈໍານວນໜຶ່ງ ເຮັດໃຫ້ສາລີເສຍຫາຍຕົວຈິງປະມານ 7-8 ໂຕນ, ມູນຄ່າປະມານ 100 ລ້ານກວ່າກີບ.

ເຈົ້າເມືອງໜອງແຮດ ຢືນຢັນຕື່ມວ່າ: ໄຟໄໝ້ເລົ້າສາລີທີ່ເກີດຂຶ້ນໃນຄັ້ງນີ້ ບໍ່ແມ່ນຄົນຮ້າຍລັກຈູດແຕ່ຢ່າງໃດ, ແຕ່ເປັນຍ້ອນການຂາດສະຕິໃນເວລາດັງໄຟຂອງຊາຍສອງຄົນດັ່ງກ່າວແທ້. ສ່ວນເລື່ອງການທົດແທນຜົນເສຍຫາຍນັ້ນ ຜູ້ເສຍຫາຍ ແລະ ຜູ້ກໍ່ເຫດຂໍໄກ່ເກ່ຍໄຂກັນເອງ ເນື່ອງຈາກຜູ້ເສຍຫາຍ ແລະ ຜູ້ກໍ່ເຫດແມ່ນຍາດພີ່ນ້ອງກັນເອງ.

ສໍາລັບເຫດໄຟໄໝ້ເລົ້າສາລີໃນຄັ້ງນີ້ ແມ່ນເປັນຄັ້ງທໍາອິດທີ່ເກີດຂຶ້ນພາຍໃນເມືອງໜອງແຮດ. ດັ່ງນັ້ນ ທ່ານເຈົ້າເມືອງ ໄດ້ຝາກມາຍັງປະຊາຊົນພາຍໃນເມືອງ ຈົ່ງເພີ່ມສະຕິໃນການປ້ອງກັນໄຟໄໝ້ລາມປ່າໃຫ້ຫລາຍຂຶ້ນກວ່າເກົ່າ ໂດຍສະ ເພາະໃນໄລຍະຍາມແລ້ວໃນປັດຈຸບັນຊຶ່ງອາດເຮັດໃຫ້ເກີດໄຟໄໝ້ລາມປ່າໄດ້ງ່າຍຖ້າຫາກຂາດສະຕິໃນການປ້ອງກັນທີ່ດີ.
Cr: ສື່ອອນລາຍ ວສລ