ເປີດບຸນນະມັດສະການພະທາດ ມາຫລ້າ ຕິດພັນກັບການເປີດປີທ່ອງທ່ຽວ 2024

71
default

ເມືອງທຸລະຄົມ ເປີດບຸນນະມັດສະການພະທາດມາຫລ້າ ປະຈຳປີ 2024 ຕິດພັນກັບການເປີດປີທ່ອງທ່ຽວ 2024 ຂອງເມືອງ ຢ່າງເປັນທາງການໃນທ້າຍອາທິດທີ່ຜ່ານມາ ໂດຍມີ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ມີບັນດາການນຳແຂວງ, ການນຳເມືອງ, ພະເຖຣານຸເຖຣະ, ອຳນາດການປົກຄອງບ້ານ, ພ້ອມດ້ວຍ ກ້ອນກຳລັງຂອງມວນຊົນທັງພາຍໃນ ແລະ ອ້ອມຂ້າງເມືອງເຂົ້າຮ່ວມ.

ທ່ານນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ໄດ້ໃຫ້ຮູ້ວ່າ: ບຸນນະມັດສະການພະທາດມາຫລ້າ ຂອງເມືອງທຸລະຄົມ ແມ່ນໄດ້ຈັດຂຶ້ນທຸກໆປີ ເພື່ອອະນຸລັກຮັກສາວັດທະນະທໍາຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ ທີ່ເຄີຍປະຕິບັດສືບທອດກັນມາຫລາຍເຊັ່ນຄົນ. ສໍາລັບປີນີ້ແມ່ນມີຄວາມພິເສດ ໂດຍໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ເປັນຮູບແບບເປີດກວ້າງ ແລະ ຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ຕາມນະໂຍບາຍຂອງລັດຖະບານວາງອອກ ເພື່ອໂຄສະນາ, ກະຕຸ້ນ, ສົ່ງເສີມ, ດຶງດູດການທ່ອງທ່ຽວ, ໃຫ້ນັກທ່ອງທ່ຽວມາທ່ອງທ່ຽວ ເມືອງທຸລະຄົມ ຫລາຍຂຶ້ນ, ກະຈາຍລາຍໄດ້ໄປສູ່ຊຸມຊົນ, ທັງເປັນການກະຕຸ້ນເສດຖະກິດ, ປະກອບສ່ວນສໍາຄັນໃຫ້ແກ່ການສ້າງຂະບວນການຂໍ່ານັບຊົມເຊີຍກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຍູ້ແຮງຂະບວນການຮອບດ້ານຂອງເມືອງໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ.

ເມືອງທຸລະຄົມ ມີວັດທະນະທຳຮີດຄອງປະເພນີທີ່ເປັນເອກະລັກ ແລະ ມີຊື່ສຽງ ເປັນຕົ້ນ ບຸນຊ່ວງເຮືອບ້ານເກິນ, ບຸນນະມັດສະການພະທາດມາຫລ້າ, ບຸນບັ້ງໄຟ ແລະ ບຸນກິນຈຽງປີໃໝ່ຊົນເຜົ່າມົ້ງ. ພ້ອມນີ້, ຍັງມີສະຖານທີ່ທ່ອງທ່ຽວທາງທຳມະຊາດ 16 ແຫ່ງ ເຊັ່ນ: ແດນສະຫວັນນໍ້າງື່ມຣີສອດ, ຣີສອດສວນເສືອປ່າ ແລະ ຮ້ານອາຫານເສືອປ່າຣີເວີ້ໄຊ, ຮ້ານອາຫານ ສາລາແຄມງື່ມ, ຮ້ານອາຫານໄປເບິ່ງເບາະ, ສວນສັດບ້ານເກິນ, ບໍ່ເກືອບ້ານເກິນ, ທ່ອງທ່ຽວເຂື່ອນໄຟຟ້ານໍ້າມັງ 3, ຕາດຊ້າງເທວະດາ, ຕາດຫີນປາຝາ, ຕາດນໍ້າດັ້ນ, ທຳມະຊາດປ່າແປກ ພູເຂົາຄວາຍ, ຜາງອຍວັງເຮືອ, ທຳມະຊາດບ້ານພູເກົ້ານາງ, ຕາດຊາວວາ ແລະ ແຫ່ງອື່ນໆ. ສະຖານທີ່ທ່ອງທ່ຽວດ້ານວັດທະນະທໍາ 10 ແຫ່ງ ເຊັ່ນ: ວັດວຽງພະແກ້ວມົງຄຸນ-ຂຸມຄອງເຈົ້າຟ້າງຸ່ມ, ວັດພະທາດມາຫລ້າ, ວັດພະທອງສາມສີ, ຮູພະຍານາກ-ສີມເກົ່າວັດກາງຫລິ່ງຊັນ, ສິມເກົ່າວັດກາງເມືອງ, ພະເຈົ້າໃຫຍ່ອົງແສນ,ວັດນາລ້າ, ວັດພະບາດດານເພີຍ, ວັດປ່າພະບາດພູເຂົາຄວາຍ ແລະ ວັດຖ້ຳພູຂາດ-ພະຍາງູໃຫຍ່. ນອກນີ້ຍັງ, ມີທ່າແຮງສະຖານທີ່ທ່ອງທ່ຽວກະສິກຳ ເຊັ່ນ: ສວນປູກໝາກຖົ່ວລຽນ ແລະ ໝາກພ້າວນໍ້າຫອມພູຖ້ຳຄໍາ, ຟາມໝາກແຕງຫວານ ທ້າວຕົ້ນກ້າ ແລະ ຟາມນໍ້າເພັດຈະເລີນຊັບ.

ໂອກາດນີ້, ເຈົ້າເມືອງທຸລະຄົມ ຍັງເຊີນຊວນບັນດາທ່ານແຂກທັງພາຍໃນ ແລະ ຕ່າງປະເທດ ຈົ່ງສະລະເວລາອັນມີຄຸນຄ່າມາທ່ອງທ່ຽວເມືອງທຸລະຄົມ ກໍຄື ແຂວງວຽງຈັນ ພວກເຮົາຍິນດີຕ້ອນຮັບດ້ວຍຄວາມຈິງໃຈ, ມາພັກຜ່ອນຢ່ອນກາຍໃນໂຮງແຮມ, ເຮືອນພັກ-ຣີສອດທີ່ໄດ້ມາດຕະຖານ, ກິນ-ດື່ມອາຫານພື້ນບ້ານທີ່ແຊບຊ້ອຍ, ແກງໜໍ່ເຍ້ໃສ່ປາຄໍ່ໃຫຍ່, ອ່ອມໜໍ່ແຍ້, ຕົ້ມໄກ່ລາດ, ສົ້ມປາແຊບ, ອ່າງນໍ້າງື່ມ ທ່ອງທ່ຽວກະສິກຳ, ທ່ອງທ່ຽວພູຜ່າປ່າໄມ້ ຊີວະນາໆພັນຂອງທຳມະຊາດທີ່ຫາເບິ່ງຫາຊົມໄດ້ຢາກ, ທ່ອງທ່ຽວປະຫວັດສາດ, ວັດທະນະທຳ, ທ່ຽວຊົມວິຖີຊີວິດຊາວຊົນນະບົດ, ຊົນເຜົ່າ ແລ້ວເພີດເພີນມ່ວນຊື່ນກັບສິລະປະ-ວັດທະນະທໍາຟ້ອນລຳວົງລາວກ້ຽວສາວແຄມງື່ມ ຢ່າງມ່ວນອົກມ່ວນໃຈ.