ປີ 2023 ແຂວງເຊກອງ ສຳເລັດການເກັບກຳຂໍ້ມູນ ແລະ ສຳຫລວດ-ອອກແບບທາງເຂົ້າຫາເຂດການຜະລິດຢູ່ບ້ານ ຫລັກຂາວ 1 ເສັ້ນ, ຍາວ 1.500 ແມັດ ແລະ ໜອງເກັບນ້ຳຝົນ 2 ໜອງ

32

ກອງປະຊຸມຕີລາຄາການຈັດຕັ້ງປະຕິບັດໂຄງ ການສົ່ງເສີມລະບົບຕ່ອງໂສ້ ຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ(ຄສກສ) ປະຈຳປີ 2023 ໄດ້ຈັດຂຶ້ນວັນທີ 23 ກຸມພາ 2024 ຜ່ານມາ ໂດຍມີ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ປະທານຊີ້ນຳໂຄງການ ຄສກສ, ມີຮອງເຈົ້າເມືອງ, ຜູ້ປະສານງານໂຄງການຂັ້ນແຂວງ ແລະ 2 ເມືອງເປົ້າໝາຍ ເມືອງດາກຈຶງ ແລະ ທ່າແຕງ ເຂົ້າຮ່ວມ.

ທ່ານ ຂັນໄຊ ຊິນນະວົງ ຜູ້ປະສານງານໂຄງການຂັ້ນແຂວງ ແຂວງເຊກອງ ໄດ້ໃຫ້ຮູ້ວ່າ: ໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດໃນປີ 2023 ແມ່ນໄດ້ສຳເລັດການເກັບກຳຂໍ້ມູນ ແລະ ສຳຫລວດ-ອອກແບບທາງເຂົ້າຫາເຂດການຜະລິດຢູ່ບ້ານ ຫລັກຂາວ 1 ເສັ້ນ, ຍາວ 1.500 ແມັດ ແລະ ໜອງເກັບນ້ຳຝົນ 2 ໜອງ ຢູ່ຫ້ວຍຕອງຈິງ ບ້ານຫົວເຊໂດນ ເມືອງທ່າແຕງ ເຊິ່ງແມ່ນບໍລິສັດ LCG ເປັນຜູ້ສຳຫລວດ ແລະ ອອກແບບ, ປັດຈຸບັນ ສຳເລັດຂະບວນການກວດກາຈາກພາກສ່ວນທີ່ກ່ຽວຂ້ອງ, ຍັງລໍຖ້າແຕ່ເຈົ້າຂອງທຶນອະນຸມັດໃນການກໍ່ສ້າງ, ທີມງານປະເມີນຜົນພາຍນອກ ໄດ້ລົງຕິດຕາມ ແລະ ປະເມີນວຽກງານພື້ນຖານໂຄງລ່າງ ຕາມຈຸດ ແລະ ສະຖານທີ່ຂອງບ້ານເປົ້າໝາຍ, ເມືອງເປົ້າໝາຍ, ລົງນໍາພາສາມກຸ່ມການຜະລິດທີ່ເຂັ້ມແຂງ(ຫລັກຂາວ, ໂກງຕາຢູນ, ຫົວເຊໂດນ), ປະກອບເອກະສານ ສ້າງເປັນສະຫະ ກອນໃຫ້ຖຶກຕ້ອງຕາມດຳລັດວ່າດ້ວຍກຸ່ມ ແລະ ສະຫະກອນ ເລກທີ 606/ລດ, ມອບ ປຶ້ມບັນຊີ ພ້ອມທັງແນະນໍາວິທີການລົງບັນຊີໃຫ້ກຸ່ມຜະລິດ, ລົງເຜີຍແຜ່ສ້າງຄວາມເຂັ້ມແຂງໃຫ້ກຸ່ມການຜະລິດ, ດ້ວຍການໃຫ້ມີສ່ວນຮ່ວມຂອງຜູ້ຍິງ ໃຫ້ຫລາຍຂຶ້ນໃນກິດຈະກຳຕ່າງໆ ພາຍໃນກຸ່ມ, ມອບໃບຢັ້ງຢືນໃຫ້ກຸ່ມປູກຜັກກະສິກຳທີ່ດີ ທີ່ບ້ານຫລັກຂາວ, ບ້ານຫົວເຊໂດນ ເມືອງທ່າແຕງ ແລະ ບ້ານໂນນສະຫວັນ ເມືອງດາກຈຶງ, ຝຶກອົບຮົມວຽກງານການຄຸ້ມຄອງ ແລະ ຈັດການດິນ ໃຫ້ກຸ່ມບ້ານເປົ້າໝາຍ (ບ້ານງອນດອນ, ບ້ານດາກວໍ ເມືອງດາກຈຶງ ແລະ ບ້ານທ່າແຕງເໜືອ ເມືອງທ່າແຕງ, ລົງນໍາພາພ້ອມທັງແນະນໍາເຕັກນິກການສ້າງລະບົບນໍ້າໃສແປງສາທິດ ໃນເຮືອນຮົ່ມດ້ວຍວິທີທີ່ເໝາະສົມ, ປະຢັດນໍ້າ ແລະ ປະຢັດແຮງງານ, ວາງແຜນສຶບຕໍ່ລົງ ແນະນຳການສາທິດ ປູກພືດຜັກໃນເຮືອນຮົ່ມ ຢູ່ບ້ານດາກວໍ ເມືອງດາກຈຶງ, ເຂົ້າຮ່ວມຝຶກອົບຮົມ ການປູກພືດຜັກໃຫ້ກາຍເປັນສິນຄ້າ, ເຕັກນິກການເກັບກ່ຽວ ແລະ ການເກັບຮັກສາພືດຜັກ, ຢູ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຫາດດອກແກ້ວ, ລົງເຄື່ອນໄຫວ ສ້າງແປງສາທິດ ກ່ຽວກັບເຕັກນິກການຄວບຄຸມພະຍາດຮາກປຸ້ມຜັກກະລໍ່າປີ ຢູ່ 2 ຄອບຄົວ ບ້ານຫລັກຂາວ; ກຸ່ມທີ່ມີຄວາມເຂັ້ມແຂງ ໄດ້ລວມຕົວກັນເປັນສະຫະກອນ ຄື: ກຸ່ມຫລັກຂາວ, ກຸ່ມໂກງຕາຢູນ ແລະ ກຸ່ມບ້ານຫົວເຊໂດນ ເປັນ 1 ສະຫະກອນຄື: ສະຫະກອນ ແບບໃໝ່ ໃສ່ໃຈກະສິກຳ.

ພ້ອມນີ້, ທ່ານ ຂັນໄຊ ຊິນນະວົງ ຍັງໄດ້ຍົກໃຫ້ເຫັນທິດທາງແຜນປີ 2024 ຕື່ມອີກ, ຈາກນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ປະກອບຄຳຄິດເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຕໍ່ບັນຫາດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນແກ້ໄຂໃນປີ 2024 ໃຫ້ມີຄວາມຄ່ອງຕົວດີຂຶ້ນເປັນກ້າວໆ.
ຂ່າວ: ພຸດທະສອນ