ໄຟຟ້າ ຫົງສາ ສືບຕໍ່ມອບເງິນສະໜັບສະໜູນ ແຜນພັດທະນາ 3 ເມືອງລວມມູນຄ່າ 6 ຕືກີບ

66

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ມອບເງິນສະໜັບສະໜູນ ຕາມແຜນພັດທະນາເມືອງ ປະຈໍາປີ 2024 ໃຫ້ 3 ເມືອງເມື່ອບໍ່ດົນມານີ້, ລວມມູນຄ່າປະມານ 6 ຕື້ກີບດັ່ງນີ້:
1.ມອບໃຫ້ເມືອງຫົງສາ ເກືອບ 4 ຕື້ກີບ
2.ມອບໃຫ້ເມືອງເງິນ 1,6 ຕື້ກວ່າກີບ
3.ມອບໃຫ້ເມືອງຊຽງຮ່ອນ 560 ລ້ານກວ່າກີບ.

ສໍາລັບ ເງິນສະໜັບສະໜູນດັ່ງກ່າວ, ເປັນການພິຈາລະນາ ຕາມຂໍ້ຕົກລົງຮ່ວມກັນລະຫວ່າງ ການນໍາເມືອງຫົງສາ, ເມືອງເງິນ, ເມືອງຊຽງຮ່ອນ ແລະ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໂດຍມີຈຸປະສົງ ຮ່ວມສະໜັບສະໜູນ ການດໍາເນີນງານຕາມແຜນພັດທະນາເມືອງ ໃນມີຄວາມຈະເລີນຂຶ້ນໃນດ້ານຕ່າງໆ ເພື່ອໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ, ໃຫ້ແຕ່ລະເມືອງມີຄວາມພັດທະນາຂຶ້ນໃນແຕ່ລະດ້ານ ເປັນຕົ້ນ ດ້ານສາທະລະນຸປະໂພກ, ການຄົມມະນາຄົມທີ່ສະດວກສະບາຍ ແລະ ການບໍລິຫານຈັດການດ້ານເສດຖະກິດ ໃຫ້ດີຍິ່ງຂຶ້ນ.