ປະຊາຄົມສາກົນ ມີປະຕິກິລິຍາຕໍ່ບັ້ນການທະຫານຂອງອິດສະຣາແອນຢູ່ Rafah

34

ຕາມຂ່າວ VOVWORLD ລາຍງານວ່າ:  ວັນທີ 13 ກຸມພາ 2024 ສະຫະປະຊາຊາດ ໄດ້ຄັດຄ້ານການບຸກໂຈມຕີທາງບົກຂອງ ອິດສະຣາແອນໃສ່ນະຄອນ Rafah ຢູ່ເຂດ ກາຊາ, ໂດຍກ່າວເຕືອນວ່າ ບັນດາການເຄື່ອນໄຫວດ້ານການທະຫານອາດຈະກໍ ຄວາມລົ້ມຫາຍຕາຍຈາກຢູ່ເຂດທີ່ມີປະຊາຊົນກວ່າ 1 ລ້ານຄົນພວມດຳລົງຊີວິດນີ້.

ไม่มีคำอธิบายรูปภาพ

ທ່ານ Martin Griffiths ຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບບັນດາບັນຫາມະນຸດສະທຳ ແລະ ກູ້ໄພກູ້ຊີບໂດຍດ່ວນ ເນັ້ນໜັກວ່າ: ບັ້ນການທະຫານຢູ່ Rafah ອາດຈະສົ່ງຜົນຮ້າຍຢ່າງແຮງເຖິງການເຄື່ອນໄຫວມະນຸດສະທຳ ເຊິ່ງເຄີຍປະສົບກັບຄວາມຫຍຸ້ງຍາກໃນພາກພື້ນ. ທ່ານໃຫ້ຮູ້ວ່າກວ່າເຄິ່ງໜຶ່ງໃນຈຳນວນປະຊາຄົມ 2,3 ລ້ານຄົນຢູ່ເຂດ ກາຊາ ພວມອາໄສຢູ່ທີ່ນີ້.

ໃນວັນດຽວກັນ, ປາກິດສະຖານ ແລະ ກູບາ ໄດ້ຄັດຄ້ານບັ້ນບຸກໂຈມຕີດ້ານການທະຫານຂອງ ອິດສະຣາແອນແນໃສ່ນະຄອນ Rafah. ໃນຂະນະທີ່ອາຟຣິກາໃຕ້ ໄດ້ກະຕຸກຊຸກຍູ້ສານຍຸຕິທຳສາກົນ (ICJ) ກົດດັນໃຫ້ ອິດສະຣາແອນຢຸດຕິການບຸກໂຈມຕີຢູ່ທີ່ນີ້.

ສ່ວນທ່ານປະທານາທິບໍດີ ຕວັກກີ ໄດ້ຮຽກຮ້ອງໃຫ້ບັນດາການນຳໂລກຢຸດຕິວິກິດການຢູ່ເຂດກາຊາ ຜ່ານການແກ້ໄຂສາເຫດຫຼັກຂອງບັນຫາ ແລະ ສ້າງຕັ້ງລັດ ປາແລັດສະຕິນ ເອກະລາດ.