ລາຄາຄຳ ແລະ ນໍ້າມັນ ປິດຕະຫຼາດຫຼຸດລົງ

49

ສັນຍາຄຳຕະຫຼາດນິວຢອກ ປິດຕະຫຼາດວັນທີ 14 ກຸມພາ ຫລຸດລົງ2,9ໂດລາ ເນື່ອງຈາກນັກລົງທຶນເທຂາຍ ຫຼັງສະຫະລັດອາເມຣິກາ ເປີດເຜີຍດັດຊະນີລາຄາຜູ້ບໍລິໂພກ ຫລື CPI ສູງກວ່າຄາດການ ສົ່ງຜົນໃຫ້ເກີດ ຄວາມກັງວົນວ່າທະນາຄານກາງສະຫະລັດອາເມຣິກາ ຫລື ເຟດ ອາດຄົງອັດຕາດອກເບ້ຍໃນລະດັບສູງເປັນເວລາດົນກວ່າຄາດການໄວ້.

อาจเป็นรูปภาพของ ข้อความ

ທັງນີ້ ສັນຍາຄຳຕະຫຼາດໂຄແມັກ COMEX (Commodity Exchange) ສົ່ງມອບເດືອນເມສາ ຫລຸດລົງ2,90ໂດລາ ປິດທີ່2.004,30ໂດລາຕໍ່ອອນ ເຊິ່ງນັກລົງທຶນໄດ້ເທຂາຍສັນຍາຄຳອອກຢ່າງຕໍ່ເນື່ອງຫລັງສະຫະລັດອາເມຣິກາ ເປີດເຜີຍດັດຊະນີລາຄາຜູ້ບໍລິໂພກ ຫລື CPI ທົ່ວໄປ ລວມເຖິງໝວດອາຫານ ແລະ ພະລັງງານປັບຕົວຂຶ້ນ 3,1% ໃນເດືອນມັງກອນເມື່ອທຽບເປັນລາຍປີ ສູງກວ່າໂຕເລກຄາດການຂອງນັກວິເຄາະ ທີ່ລະດັບ2,9% ຈາກລະດັບ3,4%ໃນເດືອນທັນວາ. ສ່ວນດັດຊະນີ CPI ພື້ນຖານທີ່ບໍ່ລວມ ໝວດອາຫານ ແລະ ພະລັງງານປັບຕົວຂຶ້ນ3,9%ໃນເດືອນມັງກອນ ເມື່ອທຽບເປັນລາຍປີ ສູງກວ່າຕົວເລກນັກວິເຄາະທີ່ລະດັບ3,7% ຈາກລະດັບ3,9%ໃນເດືອນທັນວາ.

ສ່ວນສັນຍານໍ້າມັນດິບ ເວັດເທັກຊັດ ຫລື WTI ຕະຫຼາດນິວຢອກສົ່ງມອບເດືອນເມສາ ປິດຕະຫຼາດວັນທີ 14 ກຸມພາ ຫລຸດລົງ1,23ໂດລາ  ມາປິດທີ່ 76,64ໂດລາຕໍ່ບາເຣລ; ຂະນະທີ່ສັນຍານໍ້າມັນດິບເບຣນ BRENT ສົ່ງມອບເດືອນເມສາ ຫຼຸດລົງ1,17ໂດລາ ປິດທີ81,60ໂດລາຕໍ່ບາເຣລ ຫຼັງສະຫະລັດອາເມຣີກາ ເປີດເຜີຍຄັງນໍ້າມັນດິບ ເພີ່ມຂຶ້ນຫຼາຍກວ່າທີ່ຄາດ. ນອກຈາກນີ້ຕະຫຼາດຍັງຖືກກົດດັນຫຼັງຈາກຝ່າຍຂ່າວກອງເຕືອນວ່າສະຫະລັດອາເມຣິກາ ມີຄວາມສ່ຽງທີ່ຈະຖືກໄພຄຸກຄາມດ້ານຄວາມໝັ້ນຄົງ ເຮັດໃຫ້ນັກລົງທຶນກັງວົນວ່າອາດຈະສົ່ງຜົນກະທົບຕໍ່ອຸປະສົງນໍ້າມັນໃນສະຫະລັດ.