ແກ້ໄຂບັນຫານອນບໍ່ຫຼັບ ດ້ວຍ 8 ວິທີ

77

ນອນຫຼັບຍາກຕ້ອງໃຊ້ເວລາດົນກວ່າຈະຫຼັບ, ນອນຫຼັບບໍ່ແຈບ, ນອນຫຼັບໆຕື່ນໆ, ນອນໄວກວ່າປົກກະຕິ, ຕື່ນນອນແລ້ວບໍ່ສົດຊື່ນຄືບໍ່ໄດ້ຫຼັບ… ອາການເຫຼົ່ານີ້ເປັນບັນຫາທີ່ມັກເກີດຂຶ້ນກັບຫຼາຍຄົນ ຈົນສົ່ງຜົນປະທົບຕໍ່ໜ້າທີ່ວຽກງານ ແລະ ຄວາມສຳພັນຕໍ່ຜູ້ອື່ນ ເຮັດໃຫ້ຫງຸດຫງິດງ່າຍ, ອາລົມປັ່ນປ່ວນ, ສະໝອງບໍ່ແລ່ນ, ຄິດຊ້າ ເປັນຕົ້ນ. ໃຜທີ່ຫາວິທີແກ້ໄຂບັນຫານອນບໍ່ຫຼັບແນະນໍາໃຫ້ປະຕິບັດຕາມ 8 ວິທີ ດັ່ງນີ້:

อาจเป็นรูปภาพของ 1 คน

  1. ຈັດຫ້ອງນອນໃຫ້ເໝາະສົມແກ່ການນອນ ຢ່າໃຫ້ມີສຽງລົບກວນ ຄວນປັບອຸນຫະພູມຫ້ອງໃຫ້ເໝາະສົມບໍ່ຮ້ອນ ຫຼື ໜາວເກີນໄປ ທີ່ສຳຄັນຄື ຫ້ອງນອນຄວນມືດສະນິດ ເພື່ອການນອນຫຼັບທີ່ດີມີປະສິດທິພາບ ຄວນປິດໂທລະສັບມືຖື ຫຼື ນຳໄປວາງໄວ້ໄກຈາກຕັວເຮົາ.
  2. ກ່ອນນອນດື່ມນົມອຸ່ນໆຈັກຈອກ ຫຼື ດື່ມນ້ຳຂີງອຸ່ນໆ ຈະຊ່ວຍໃຫ້ຫຼັບສະບາຍຍິ່ງຂຶ້ນ ທັງນີ້ຄວນລະວັງໃນຜູ້ທີ່ນອນຫຼັບຍາກຈາກຄວາມຮ້ອນພາຍໃນ ອາດປັບມາດື່ມຢາຫອມທີ່ມີຫຼິດຫອມເຢັນຊົງດື່ມກ່ອນນອນແທນ.
  3. ນອນໃຫ້ພຽງພໍ ຢ່ານອນຫຼາຍເກີນໄປ ຫຼັງຕື່ນນອນຄວນລຸກອອກຈາກຕຽງ ແລ້ວຍ່າງໄປສູບອາກາດຍາມເຊົ້າຄວນນອນຫຼັບສະນິດໃນຊ່ວງ 22:00 – 02:00
  4. ເຂົ້ານອນ ແລະ ຕື່ນນອນໃຫ້ເປັນເວລາ ເຮັດໃຫ້ຕິດເປັນນິດໄສ.
  5. ຖ້ານອນບໍ່ຫຼັບກາຍ 15 – 20 ນາທີ ຄວນລຸກອອກຈາກຕຽງມາຫາກິດຈະກຳຢ່າງອື່ນເຮັດ ເຊັ່ນ: ຟັງເພງທີ່ຟັງແລ້ວຮູ້ສຶກຜ່ອນຄາຍ, ອ່ານໜັງສືວິຊາການ ຫຼື ທຳມະ, ທຳສະມາທິກ່ອນນອນ, ສູດດົມກິ່ນຫອມເຢັນຈາກເຄື່ອງພົ່ນອາໂຣມ່າ ເຊັ່ນ: ກິ່ນນ້ຳມັນຫອມລະເຫີຍຈາກດອກມະລິ, ລາເວັນເດີ່ ຫຼີກລ່ຽງການເບິ່ງໂທລະພາບ ຫຼື ຫຼິ້ນຄອມພິວເຕີ ເພາະແສງຈາກຈໍຈະກະຕຸ້ນໃຫ້ສະໝອງຕື່ນໂຕ, ຫຼີກລ່ຽງການກິນອາຫານຕອນເດິກ ຫຼື ດື່ມນ້ຳຫຼາຍກ່ອນນອນ, ຫຼີກລ່ຽງກິດຈະກຳທີ່ໃຊ້ຄວາມຄິດ ຫຼື ຄວາມຄຽດ.

อาจเป็นรูปภาพของ 1 คน และ ห้องนอน

6. ອອກກຳລັງກາຍຢ່າງສະໝ່ຳສະເໝີ ຢ່າງໜ້ອຍມື້ລະ 30 – 45 ນາທີ 3 – 4 ມື້ຕໍ່ອາທິດ ການອອກກຳລັງກາຍຈະຊ່ວຍຫຼຸດຄວາມຕຶງຄຽດທາງອາລົມ ແລະ ຮ່າງກາຍໄດ້ ຫາກອອກກຳລັງກາຍໃນຊ່ວງເຊົ້າຈະໄດ້ຜົນດີທີ່ສຸດ ເນັ້ນອອກກຳລັງກາຍແບບ cardio ເພື່ອກະຕຸ້ນໃຫ້ເລືອດລົມໄຫຼວຽນ. ບໍ່ຄວນອອກກຳລັງກາຍຕອນເດິກ ຫຼື ໃກ້ເວລານອນ ເພາະອຸນຫະພູມໃນຮ່າງກາຍຈະສູງຂຶ້ນ ແລະ ໄປກະຕຸ້ນສະໝອງໃຫ້ເຮັດວຽກ ຈະເຮັດໃຫ້ເຮົາຫຼັບຍາກກວ່າເກົ່າ.

7. ບໍ່ຄວນງີບຫຼັບໃນຕອນກາງເວັນ ເພາະອາດລົບກວນການນອນໃນຊ່ວງຄ່ຳ ຖ້າ ເຫງົານອນໃຫ້ງີບຫຼັບຫຼັງກິນເຂົ້າທ່ຽງປະມານ 15 – 30 ນາທີ ບໍ່ຄວນງີບຫຼັບເກີນ 1 ຊົ່ວໂມງເປັນອັນຂາດ ຫຼັງ 15:00 ໂມງ ບໍ່ຄວນນອນຫຼັບ ເພາະຈະເຮັດໃຫ້ຕື່ນມາມຶນງົງໄດ້.

8. ຫຼີກລ່ຽງເຄື່ອງດື່ມທີ່ມີຄາເຟອີນ ຫຼັງຕອນບ່າຍຈົນຮອດຊ່ວງກ່ອນນອນ.

ຂໍ້ມູນຈາກ:ສຸຂະພາບມາກ່ອນ