ນັກຊ່ຽວຊານເສດຖະກິດ ຄາດຄະເນເງິນເຟີ້ຫວຽດນາມປີນີ້ ຈະບໍ່ສູງ

26

VOVWORLD ລາຍງານວ່າ: ບັນດານັກຊ່ຽວຊານດ້ານເສດຖະກິດຄາດຄະເນວ່າ ປີ 2024 ເຖິງວ່າການຄາດຄະເນ ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ ແຕ່ຫວຽດນາມອາດຈະຄວບຄຸມໄພເງິນເຟີ້ຕ່ຳກວ່າເປົ້າໝາຍ ທີ່ສະພາແຫ່ງຊາດ ວາງອອກ.

ບັນດານັກຊ່ຽວຊານດ້ານເສດຖະກິດຄາດຄະເນວ່າ ປີ 2024 ເຖິງວ່າການຄາດຄະເນ ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ ແຕ່ຫວຽດນາມອາດຈະຄວບຄຸມໄພເງິນເຟີ້ ຕ່ຳກວ່າເປົ້າໝາຍ.

อาจเป็นรูปภาพของ ตึกระฟ้า และ แสงอาทิตย์ลับขอบฟ้า

ທ່ານ ຫງວຽນດຶກໂດະ ຮອງຫົວຫນ້າ ສະຖາບັນ ເສດຖະກິດການເງິນ ຖືວ່າ ປີ 2024 ກຳລັງເດັນຈາກໄພເງິນເຟີ້ ໄດ້ຮັບການຄາດຄະເນວ່າບໍ່ຫຼາຍ ຍ້ອນວ່າເສດຖະກິດໂລກ, ພິເສດແມ່ນຈີນແລະ ອາເມລິກາ ໄດ້ຮັບການຄາດຄະເນວ່າ ຈະມີການເຕີບໂຕຊ້າລົງ. ໃນສະພາບການເສດຖະກິດ ໂລກ ມີການເຕີບໂຕຊ້າລົງ, ການສົ່ງອອກຂອງ ຫວຽດນາມໃນປີ2024 ໄດ້ຮັບການຄາດຄະເນວ່າ ຈະມີການເຕີບໂຕຢູ່ລະດັບພໍສົມຄວນ.

ຖ້າການເຕີບໂຕ GDP ໃນປີ2024 ພຽງແຕ່ຢູ່ລະດັບ 6%ຄືກັນກັບການຄາດຄະເນ, ໄລ່ລວມໄລຍະ 2020 – 2024 GDP ເພີ່ມຂຶ້ນພຽງແຕ່ປະມານ 4,64% ນີ້ແມ່ນປັດໄຈຈຳກັດໄພເງິນເຟີ້. ດັ່ງນັ້ນໄພເງິນເຟີ້ໃນທົ່ວປີ2024 ໄດ້ຮັບການຄາດຄະເນຢູ່ລະດັບ3 ຫາ 3,5% ແມ່ນຕົວເລກຕໍ່າກວ່າເມື່ອທຽບໃສ່ກັບຄາດໝາຍເຊິ່ງສະພາແຫ່ງຊາດ ວາງອອກແມ່ນ 4 ຫາ 4,5%.

ເຖິງຢ່າງໃດກໍຕາມ, ເພື່ອຄວບຄຸມໄພເງິນເຟີ້ ປີ2024 ບັນລຸເປົ້າໝາຍທີ່ສະພາແຫ່ງຊາດວາງອອກ, ບັນດານັກຊ່ຽວຊານດ້ານເສດຖະກິດຖືວ່າ ລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງຕິດຕາມສະພາບການໂລກຢ່າງແໜ້ນແຟ້ນ ພິເສດແມ່ນລະດັບເງິນເຟີ້ຂອງບັນດາພື້ນຖານເສດຖະກິດໃຫຍ່.