ປີ 2023 ອາເມຣິກາຂາດດຸນການຄ້າກວ່າ 773 ຕື້ໂດລາ

28

ຊີອາໄອ ລາຍງານວ່າ: ອີງຕາມຂໍ້ມູນທີ່ອົງການວິເຄາະເສດຖະກິດ ແລະ ອົງການສໍາຫຼວດປະຊາກອນອາເມຣິກາເປີດເຜີຍໃນວັນທີ 7 ກຸມພານີ້ສະແດງໃຫ້ເຫັນວ່າ: ຍອດມູນຄ່າການສົ່ງອອກສິນຄ້າໃນເດືອນທັນວາປີ 2023 ຂອງອາເມຣິກາ ບັນລຸເຖິງ 258,2 ຕື້ໂດລາ, ສ່ວນຍອດມູນຄ່າການນໍາເຂົ້າສິນຄ້າບັນລຸເຖິງ 320,4 ຕື້ໂດລາ.

อาจเป็นรูปภาพของ ข้อความ

ໝາຍຄວາມວ່າການຄ້າສາກົນຂອງອາເມຣິກາ ປະຈໍາເດືອນທັນວາປີ 2023 ຂາດດຸນ 62,2 ຕື້ໂດລາ ສູງກວ່າເດືອນພະຈິກປີ 2023 ທີ່ມີ 61,9 ຕື້ໂດລາ.

ນອກນີ້, ຂໍ້ມູນຍັງສະແດງໃຫ້ເຫັນວ່າ: ຍອດມູນຄ່າການສົ່ງອອກສິນຄ້າ ປະຈໍາປີ 2023 ຂອງອາເມຣິກາ ບັນລຸເຖິງ 3.053,5 ຕື້ໂດລາ, ສ່ວນຍອດມູນຄ່າການນໍາເຂົ້າສິນຄ້າບັນລຸເຖິງ 3.826,9 ຕື້ໂດລາ, ຂາດດຸນ 773,4 ຕື້ໂດລາ, ຕໍ່າກວ່າປີ 2022 ທີ່ມີ 951,2 ຕື້ໂດລາ.