ຜົນປະໂຫຍດຂອງນໍ້າຕໍ່ຮ່າງກາຍ

38

ນ້ຳ ເປັນສ່ວນປະກອບສຳຄັນຂອງຮ່າງກາຍປະມານ 70% ເຊິ່ງເຮັດໜ້າທີ່ໃນການຂົນສົ່ງສານອາຫານໄປຍັງພາກສ່ວນຕ່າງໆຂອງຮ່າງກາຍ ແລະ ຊ່ວຍໃນການຂັບຖ່າຍສິ່ງເສດເຫຼືອອອກຈາກຮ່າງກາຍ.

ນອກຈາກນີ້, ນ້ຳຍັງຊ່ວຍໃນການປັບຄວາມສົມດຸນພາຍໃນຮ່າງກາຍອີກດ້ວຍ, ດັ່ງນັ້ນ ເຮົາຄວນດື່ມນ້ຳໃຫ້ພຽງພໍກັບຮ່າງກາຍທີ່ຕ້ອງການ.

อาจเป็นรูปภาพของ 1 คน และ โทรศัพท์

ການດື່ມນ້ຳໃຫ້ຖືກຕ້ອງຄວນດື່ມນ້ຳສະອາດ ບໍ່ດື່ມໄວເກີນໄປ ຫຼື ດື່ມຫຼາຍເກີນໄປ ເພາະອາດເຮັດໃຫ້ເກີດອາການຈຸກໄດ້ ແລະ ທີ່ສຳຄັນການດື່ມນ້ຳໃນປະລິມານຫຼາຍໆບາດດຽວ ອາດຈະເຮັດໃຫ້ພົກຍ່ຽວເຮັດວຽກໜັກ ແລະ ຄວນດື່ມນ້ຳໃນອຸນຫະພູມປົກກະຕິ ຮ່າງກາຍຈະໄດ້ຮັບປະໂຫຍດຫຼາຍທີ່ສຸດ. ປະໂຫຍດຂອງການດື່ມນ້ຳວ່າມີຫຼາຍຢ່າງດັ່ງນີ້:

1. ຊ່ວຍໃນການຍ່ອຍອາຫານ

ການດື່ມນ້ຳທີ່ພຽງພໍ ຊ່ວຍກະຕຸ້ນການເຜົາຜານອາຫານໃນຮ່າງກາຍ ຊ່ວຍໃຫ້ການຍ່ອຍອາຫານດີຂຶ້ນ ເຮັດໃຫ້ລະບົບທາງເດີນອາຫານເຮັດວຽກ ແລະ ລຳໄສ້ເຄື່ອນເໜັງໄດ້ດີ ຍິ່ງເຮົາດື່ມນ້ຳອຸ່ນຈະຍິ່ງດີຕໍ່ລະບົບຍ່ອຍອາຫານຫຼາຍກວ່າການດື່ມນ້ຳເຢັນ.

2. ຊ່ວຍຫຼຸດອາການທ້ອງຜູກກະຕຸ້ນລະບົບຂັບຖ່າຍ

ການດື່ມນ້ຳທີ່ບໍ່ພຽງພໍ ອາດເຮັດໃຫ້ລຳໄສ້ດຶງນ້ຳອອກຈາກອາຈົມໃນລຳໄສ້ ເພື່ອຮັກສາ ຄວາມຊຸ່ມຊື່ນ ຈຶ່ງເປັນເຫດໃຫ້ອາຈົມແຂງ ແລະ ຖ່າຍຍາກ.

3. ຊ່ວຍຫຼຸດນ້ຳໜັກ

ການດື່ມນ້ຳຊ່ວຍກະຕຸ້ນລະບົບເຜົາຜານພະລັງງານໃນຮ່າງກາຍໃຫ້ສູງຂຶ້ນ ເຮັດໃຫ້ຫຼຸດນ້ຳໜັກໄດ້ງ່າຍຂຶ້ນ ແລະ ຍັງຊ່ວຍຫຼຸດຄວາມຢາກອາຫານ ແລະ ຊ່ວຍໃຫ້ອີ່ມໄວຂຶ້ນ.

อาจเป็นรูปภาพของ 1 คน, เครื่องดื่ม และ แหล่งน้ำ

4. ຫຼຸດຄວາມສ່ຽງໃນການເປັນພະຍາດຮ້າຍ

ການດື່ມນ້ຳໃນປະລິມານທີ່ພໍດີ ຈະຊ່ວຍຫຼຸດຄວາມສ່ຽງຈາກການເກີດພະຍາດຮ້າຍ ເຊັ່ນ: ພະຍາດຄວາມດັນເລືອດສູງ, ພະຍາດມະເຮັງລຳໄສ້ ແລະ ພະຍາດພົກຍ່ຽວອັກເສບ.

5. ເພີ່ມຄວາມຊຸ່ມຊື່ນໃຫ້ຜິວໜັງ ( ເບິ່ງຄືຍັງໜຸ່ມ )

ການດື່ມນ້ຳໜ້ອຍ ສົ່ງຜົນໃຫ້ຈຸລັງຂອງເຮົາແຫ້ງ ເຮັດໃຫ້ຜິວໜັງຂາດຄວາມຊຸ່ມຊື່ນ ແຕກແຫ້ງ ການດື່ມນ້ຳໃນປະລິມານທີ່ພຽງພໍ ຈະເຮັດໃຫ້ຜິວສົດໃສ ມີສຸຂະພາບຜິວໜັງທີ່ດີ.

6. ຊ່ວຍໃຫ້ສະໝອງເຮັດວຽກໄດ້ດີຂຶ້ນ

ການດື່ມນ້ຳລ້າໃນຕອນເຊົ້າຫຼັງຕື່ນນອນ ຈະຊ່ວຍກະຕຸ້ນໃຫ້ສະໝອງເຮັດວຽກໄດ້ດີຂຶ້ນ ເພາະສະໝອງມີນ້ຳເປັນສ່ວນປະກອບສູງເຖິງ 75 – 85% ອີກທັງການດື່ມນ້ຳຍັງຊ່ວຍເຮັດໃຫ້ຮູ້ສຶກມີສະມາທິຫຼາຍຂຶ້ນ.

7. ຊ່ວຍຫຼຸດການຕິດເຊື້ອລະບົບທາງເດີນຫາຍໃຈ ແລະລະບົບທາງເດີນນ້ຳຍ່ຽວ

ເພາະການດື່ມນ້ຳທີ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ ຈະເຮັດໃຫ້ທາງເດີນຫາຍໃຈ ສາມາດຜະລິດນ້ຳເມືອກມາດັກຈັບຂີ້ຝຸ່ນ ແລະ ເຊື້ອພະຍາດໄດ້, ໃນເວລາດຽວກັນເຮັດໃຫ້ພົກຍ່ຽວ ບໍ່ມີນ້ຳຍ່ຽວທີ່ຂຸ້ນຕົກຕະກອນ ເຊິ່ງອາດເຮັດໃຫ້ຕິດເຊື້ອໄດ້ງ່າຍ.

ຂໍ້ມູນຈາກ:ສຸຂະພາບມາກ່ອນ