ເດັກນ້ອຍຕິດເກມມີຜົນເສຍຕໍ່ສຸຂະພາບຮ່າງກາຍ ແລະ ຈິດໃຈ

54

ທຸກມື້ນີ້ເຕັກໂນໂລຊີມີການປ່ຽນແປງໄປຫຼາຍ ເຮັດໃຫ້ຮູບແບບການໃຊ້ຊີວິດຂອງເຮົາຕ້ອງປ່ຽນຕາມ ໂດຍປະຕິເສດບໍ່ໄດ້ປາກົດການຢ່າງໜຶ່ງທີ່ພົບເຫັນໃນປັດຈຸບັນຄືການເສບຕິດເກມ ອາຍຸຂອງຄົນທີ່ເສບຕິດເກມມັກຈະເປັນເຍົາວະຊົນ, ນັກຮຽນຊັ້ນປະຖົມ, ມັດທະຍົມ ຈົນໄປເຖິງນັກສຶກສາ ແລະ ຜູ້ໃຫຍ່ອີກດ້ວຍ ໂດຍສະເພາະແມ່ນເດັກນ້ອຍຈະມີຜົນກະທົບຫຼາຍດ້ານເຊັ່ນ:

อาจเป็นรูปภาพของ 1 คน, เด็ก และ กำลังอ่านหนังสือ

1. ດ້ານພຶດຕິກໍາ ແລະ ສະພາບຈິດໃຈ: ເດັກຕິດເກມຈະສ່ຽງຕໍ່ການມີພຶດຕິກໍາທີ່ບໍ່ດີຄື ການຮຽນແບບຄວາມຄິດ ແລະ ອາລົມທີ່ຮຸນແຮງຈົນສະແດງອອກມາເປັນພຶດຕິກໍາໃນທີ່ສຸດ

2. ດ້ານສຸຂະພາບຮ່າງກາຍ: ເຮັດໃຫ້ບໍ່ມີເວລາອອກກໍາລັງກາຍ ແລະ ພັກຜ່ອນໜ້ອຍລົງ, ເກີດອາການປວດຫົວ, ເຈັບທ້ອງ, ເຈັບໜ້າເອິກ, ອ່ອນເພຍ ເປັນຕົ້ນ.

3. ດ້ານພັດທະນາການ: ມີຜົນຕໍ່ການປະຕິສໍາພັນໃນສັງຄົມ ແລະ ອາດສົ່ງຜົນຕໍ່ສະພາບຈິດໃຈຂອງເດັກ ເຊັ່ນ: ຊຶມເສົ້າ, ວິຕົກກັງວົນ ແລະ ຕຶງຄຽດຈາກການຫຼິ້ນເກມ ເປັນຕົ້ນ.

อาจเป็นรูปภาพของ 2 คน และ เด็ก

4. ດ້ານການຮຽນ, ການເຮັດວຽກ ແລະ ດ້ານສັງຄົມ: ມົກມຸ້ນຢູ່ກັບການຫຼິ້ນເກມ ບໍ່ສົນໃຈການຮຽນ, ບໍ່ຮັບຜິດຊອບຕໍ່ໜ້າທີ່, ຜົນການຮຽນຕໍ່າລົງ ແລະ ຂາດຄວາມສໍາພັນກໍາຄົນອື່ນ ໂດຍສະເພາະຄົນໃນຄອບຄົວ.

อาจเป็นรูปภาพของ 1 คน และ โทรศัพท์

ຜູ້ປົກຄອງຕ້ອງພະຍາຍາມໃຫ້ເດັກຄວບຄຸມຕົນເອງໄດ້ເຊັ່ນ: ການຕັ້ງກະຕິກາໄລຍະເວລາການຫຼິ້ນ, ບໍ່ຄວນມີເຄື່ອງຫຼິ້ນເກມ ຫຼື ຄອມພິວເຕີໃນຫ້ອງນອນສ່ວນຕົວເດັກ, ໃຊ້ເວລາຢູ່ກັບລູກໃຫ້ຫຼາຍ ແລະ ພາລູກເຮັດກິດຈະກໍາ ຫຼື ຫຼິ້ນເກມທີ່ມີປະໂຫຍດ ຫຼື ເກມທີ່ຊ່ວຍເສີມພັດທະນາການຂອງເດັກ. ສິ່ງສໍາຄັນທີ່ສຸດ ພໍ່ແມ່ຄວນເປັນຕົວຢ່າງທີ່ດີໃນການຫຼີກລ່ຽງໜ້າຈໍເມື່ອມີປະຕິສໍາພັນກັບລູກ ແລະ ຄວບຄຸມຕົນເອງບໍ່ໃຫ້ໃຊ້ໜ້າຈໍເກີນຄວາມຈໍາເປັນ.

ຂໍ້ມູນຈາກ: Gemer