ເດືອນມັງກອນ ຫວຽດນາມ ປ່ອຍເງິນ ລົງທຶນສາທາລະນະກວ່າ 700 ລ້ານໂດລາ

18

ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ ລາຍງານວ່າ: ການປ່ອຍເງິນລົງທຶນສາທາລະນະໃນເດືອນມັງກອນ ປີ 2024 ບັນລຸ 2,58% ປະມານ 16.900 ຕື້ດົ່ງ ຫຼື ກວ່າ 700 ລ້ານໂດລາສະຫະລັດ ສູງກວ່າໄລຍະດຽວກັນຂອງປີກາຍ.

ທ່ານ ໂດແທັງຈຸງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ ການລົງທຶນສາທາລະນະກ່ຽວຂ້ອງເຖິງຫຼາຍຂະແໜງ, ຂົງເຂດ, ບັນດາບັນຫາກົດໝາຍຄື: ທີ່ດິນ, ສິ່ງແວດລ້ອມ, ການກໍ່ສ້າງ, ການຄຸ້ມຄອງປົກປ້ອງປ່າ, ງົບປະ ມານ… ລັດຖະບານໄດ້ສຸມໃສ່ແກ້ໄຂບັນດາຂໍ້ຕິດຂັດ, ຄວາມຫຍຸ້ງຍາກໃນແຕ່ລະຂະແໜງການ, ຂົງເຂດ ໃນແຕ່ລະຂັ້ນຕອນຂອງໂຄງການລົງທຶນສາທາລະນະ, ເພື່ອມີວິທີການແກ້ໄຂ ແລະ ບັນລຸໄດ້ໝາກຜົນທີ່ເປັນໜ້າຊື່ນຊົມນັບແຕ່ຕົ້ນປີ 2024.

ປີ 2024, ບັນດາໂຄງການລົງທຶນສາທາລະນະ, ພິເສດແມ່ນບັນດາໂຄງການສຳຄັນແຫ່ງຊາດ, ໂຄງການໃຫຍ່ ມີລັກສະນະແຜ່ຂະຫຍາຍເຊື່ອມຕໍ່ເຂດ ໄດ້ຮັບການປະຕິບັດການບໍລິຫານສຳເລັດໂດຍພື້ນຖານ. ດັ່ງນັ້ນ, ນີ້ແມ່ນປະຖົມປັດໄຈເພື່ອໃຫ້ ຫວຽດນາມ ອາດຈະຍູ້ໄວການປ່ອຍເງິນລົງທຶນຕາມແຜນການລົງທຶນສາທາລະນະໄດ້ເປັນຢ່າງດີ.