ຫວຽດນາມ ຈະຍູ້ແຮງວຽກງານສົ່ງເສີມການຄ້າ ແລະ ພັດທະນາຕະຫຼາດສົ່ງອອກ

41

VOVWORLDລາຍງານວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຈັດກອງປະຊຸມມອບໜ້າທີ່ສົ່ງເສີມການຄ້າຄັ້ງທຳອິດໃນປີ 2024 ຂຶ້ນໃນຕອນເຊົ້າວັນທີ 31 ມັງກອນ ຢູ່ຮ່າໂນ້ຍ, ດ້ວຍຫົວຂໍ້ ຍູ້ແຮງວຽກງານສົ່ງເສີມການຄ້າ, ພັດທະນາການຕະຫຼາດປີ 2024. ກອງປະຊຸມໄດ້ເຊື່ອມຕໍ່ແບບທາງໄກກັບ ອົງການການຄ້າ ຫວຽດນາມ ຢູ່ຫຼາຍປະເທດໃນໂລກ ແລະ ບັນດາທ້ອງຖິ່ນ ໃນທົ່ວປະເທດ.

ຕາມກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ໃນປີ 2023 ມີເຫດການສົ່ງເສີມການຄ້າ ກວ່າ 1000 ຄັ້ງ ໄດ້ຈັດຂຶ້ນທັງຢູ່ພາຍໃນປະເທດ ແລະ ສາກົນ, ໃນນັ້ນມີ ກວ່າ 80 ແຜນ ສຸມໃສ່ເຂົ້າບັນດາການເຄື່ອນໄຫວສົ່ງເສີມການຄ້າຢູ່ບັນດາຕະຫຼາດຕ່າງປະເທດຈຸດສຸມໃນການສົ່ງອອກຂອງ ຫວຽດນາມ. ມີບັນດາວິສາຫະກິດເຂົ້າຮ່ວມຫຼາຍກວ່າ 10.000 ຄັ້ງ, ຮັບຜົນປະໂຫຍດໂດຍກົງຈາກໂຄງການສົ່ງເສີມການຄ້ານີ້, ດ້ວຍຍອດມູນຄ່າສັ່ງຊື້ສິນຄ້າສົ່ງອອກ ແລະ ຮ່ວມມືໄດ້ຮັບການເຊັນໂດຍກົງຢູ່ບັນດາເຫດການສົ່ງເສີມການຄ້າກວ່າ 125 ລ້ານໂດລາສະຫະລັດ.

ການເຄື່ອນໄຫວສົ່ງເສີມການຄ້າກໍ່ປະກອບສ່ວນສຳຄັນເຂົ້າໃນການຊ່ວຍຫວຽດນາມ ຮັກສາການຜະລິດເກີນດູນ ໃນປີທີ 8 ຢ່າງລຽນຕິດ, ດ້ວຍການສົ່ງອອກເກີນດູນຄາດວ່າ ຢູ່ລະດັບ 28 ຕື້ໂດລາສະຫະລັດ ໃນປີ 2023.

ທ່ານ ເລແທັງຮວ່າ ຮອງຫົວໜ້າກົມຄຸນນະພາບ, ປຸງແຕ່ງ ແລະ ພັດທະນາຕະຫຼາດຜະລິດຕະພັນກະເສດ – ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ:ສໍາລັບຕະຫຼາດຕາເວັນອອກກາງ ຫຼາຍປີຜ່ານມາ, ແຕ່ລະປີ ກົມສົ່ງເສີມການຄ້າໜູນຊ່ວຍໃຫ້ແກ່ ວິສາຫະກິດປຸງແຕ່ງ, ຜະລິດຜະລິດຕະພັນກະເສດ ປະມານ 20 ແຫ່ງ ເຂົ້າຮ່ວມບັນດາກອງປະຊຸມ ເພື່ອໂຄສະນາ ສິນຄ້າຫຼາຍປະເພດສົ່ງອອກໄປຍັງຕະຫຼາດຕາເວັນອອກກາງ, ອາຟຼິກກາ.

ພວກຂ້າພະເຈົ້າຈະພະຍາຍາມໃນປີນີ້ ຍູ້ແຮງການສົ່ງອອກບັນດາຜະລິດຕະພັນໃຫ້ຫຼາຍກວ່າອີກ, ເປັນຕົ້ນແມ່ນຜະລິດຕະພັນສິນໃນນ້ຳ, ທ່ານ ເລແທັງຮ່ວາ ກ່າວ.